ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມໃຫຍ່ສະມາພັນນັກຮົບເກົ່າອາຊຽນ ຄັ້ງທີ 18


ພາບລວມພາຍໃນກອງປະຊຸມໃຫຍ່ສະມາພັນນັກຮົບເກົ່າອາຊຽນຄັ້ງທີ 18 ທີ່ໂຮງແຮມດອນຈັນພາເລດ

     ໃນວັນທີ 11 ທັນວາ 2018 ນີ້, ສະຫະພັນນັກຮົບເກົ່າແຫ່ງຊາດລາວ ໄດ້ເປັນເຈົ້າພາບຈັດກອງປະຊຸມໃຫຍ່ສະມາພັນນັກຮົບເກົ່າອາຊຽນຄັ້ງທີ 18 ຂຶ້ນທີ່ໂຮງແຮມ
ດອນຈັນພາເລດ, ໂດຍການເປັນປະທານຂອງທ່ານ ພົນຈັດຕະວາ ສົມພອນ ແກ້ວມີໄຊ ປະທານສະຫະພັນນັກຮົບເກ່ົາແຫ່ງຊາດລາວ ແລະ ໃຫ້ກຽດເຂົ້າຮ່ວມຂອງ ທ່ານ
ພົນໂທ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ມີບັນດາທ່ານຫົວໜ້າຄະນະ, ບັນດາຜູ້ແທນ, ຜູ້ສັງເກດການຈາກບັນດາປະເທດ
ສະມາຊິກອາຊຽນ ແລະ ແຂກຖືກເຊີນເຂົ້າຮ່ວມ.

     ໃນໂອກາດທີ່ສະຫະພັນນັກຮົບເກົ່າແຫ່ງຊາດລາວ ໄດ້ຮັບກຽດເປັນປະທານສະມາພັນນັກຮົບເກົ່າອາຊຽນ ແລະ ເປັນເຈົ້າພາບຈັດກອງປະຊຸມໃຫຍ່ສະມາພັນນັກຮົບເກົ່າ
ອາຊຽນຄັ້ງທີ 18 ແລະ ໄດ້ຮັບກຽດເຂົ້າຮ່ວມໃນກອງປະຊຸມຄັ້ງນີ້, ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ໄດ້ໃຫ້
ກຽດຂຶ້ນກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຂໍ່ານັບຊົມເຊີຍດ້ວຍໄມຕີຈິດມິດຕະພາບອັນອົບອຸ່ນຕໍ່ກອງປະຊຸມ ແລະ ບັນດາທ່ານຫົວໜ້າຄະນະ, ບັນດາຜູ້ແທນ, ຜູ້ສັງ
ເກດການທີ່ມາຈາກບັນດາປະເທດສະມາຊິກອາຊຽນ ແລະ ແຂກກອງປະຊຸມ ພ້ອມດຽວກັນນັ້ນ ທ່ານ ພົນຈັດຕະວາ ສົມພອນ ແກ້ວມີໄຊ ປະທານສະຫະພັນນັກຮົບເກົ່າ
ແຫ່ງຊາດລາວ ໄດ້ຂຶ້ນກ່າວເປີດກອງປະຊຸມຢ່າງເປັນທາງການ ແລະ ຍັງໄດ້ກ່າວຍິນດີຕ້ອນຮັບເອົາປະທານໃໝ່ຈາກປະເທດກຳປູເຈຍ, ມາເລເຊຍ, ຟີລິບປິນ ແລະ ໄທ ເຂົ້າ
ສູ່ສະມາພັນນັກຮົບເກົ່າອາຊຽນ.