ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ພົນໂທ ສຸວອນ ເລືອງບຸນມີ ໂອ້ລົມພະນັກງານ-ນັກຮົບທົ່ວ ວປກ

     ໃນວັນທີ 7 ທັນວາ 2017 ນີ້, ທ່ານ ພົນໂທ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມ
ໃຫຍ່ເສນາທິການກອງທັບ ໄດ້ລົງພົບປະໂອ້ລົມຄະນະພັກ-ຄະນະບັນຊາຄູ-ອາຈານ, ພະນັກງານຫຼັກແຫຼ່ງທົ່ວວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ
(ວປກ) ໃຫ້ກຽດຕ້ອນຮັບໂດຍແມ່ນ ທ່ານ ພົນຈັດຕະວາ ຄຳຫຼ້າ ພັນໄຊຍະສຸກ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຫົວໜ້າການເມືອງ, ມີທ່ານ
ພັນເອກ ປອ ແກ້ວສຸວັນ ອິນທະວົງສາ ຫົວໜ້າການທະຫານ ວປກ ເຂົ້າຮ່ວມ, ພ້ອມດ້ວຍຄະນະພັກ-ຄະນະບັນຊາ 11 ຫົວໜ່ວຍ ແລະ ພະນັກງານ-ນັກ
ຮົບ ທົ່ວ ວປກ ເຂົ້າຮ່ວມຮັບຟັງ.


ພົນໂທ ສຸວອນ ເລືອງບຸນມີ ພົບປະໂອ້ລົມ ຄະນະພັກ-ຄະນະບັນຊາ ຄູ-ອາຈານ,
ພະນັກງານຫຼັກແຫຼ່ງທົ່ວວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ

     ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ ພະນັກງານ, ຄູ-ອາຈານ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບ
ດ້ານການເມືອງຂອງຕົນ, ສືບຕໍ່ຮັກສາມູນເຊື້ອເຮັດສຳເລັດໜ້າທີ່ອັນມີກຽດຂອງຕົນຢ່າງຈົບງາມ, ຮັກສາຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ ແລະ ຕັ້ງ
ໜ້າຄົ້ນຄວ້າຮໍ່າຮຽນທິດສະດີການເມືອງ, ເຊື່ອມຊຶມແນວທາງນະໂຍບາຍຂອງພັກ ເປັນຕົ້ນເນື້ອໃນມະຕິກອງປະຊຸມໃຫຍ່ຂອງພັກສະໄໝທີ X ແລະ ຍົກ
ສູງຄວາມເປັນແບບຢ່າງຂອງພະນັກງານ-ສະມາຊິກພັກ, ປັບປຸງແບບແຜນວິທີເຮັດວຽກໃຫ້ສອດຄ່ອງເພື່ອເຮັດສຳເລັດໜ້າທີ່ໃນການກໍ່ສ້າງພະນັກງານ, ກໍ່
ສ້າງກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ມີຄວາມໜັກແໜ້ນເຂັ້ມແຂງ.