ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງ​ປະຊຸມ​ທາງ​ໄກ​ລະຫວ່າງ​ສອງ ກອງທັບ ລາວ-ຟີ​ລິບ​ປິນ


     ວັນທີ 10 ພະຈິກ 2020, ທີ່ຫ້ອງປະຊຸມທາງໄກ ກົມພົວພັນຕ່າງປະເທດ, ກະຊວງປ້ອງກັນປະເທດ ໄດ້ມີກອງປະຊຸມພົບປະ ທາງໄກ ລະຫວ່າງ ທ່ານ
ພົນຕີ ຈັນທອງ ສອນຕະອາດ ຮອງ ຫົວໜ້າ ກົມໃຫຍ່ເສນາທິການ ກອງທັບ ປະຊາຊົນລາວ ແລະ ທ່ານ ພົນໂທ ຊິຣິລີໂຕ ອີໂຊເບຈານາ ຜູ້ບັນຊາການ
ກອງທັບບົກຟີລິບປິນ.

     ທ່ານ ພົນຕີ ຈັນທອງ ສອນຕະອາດ ໄດ້ສະແດງຄວາມຍີນດີ ແລະ ຊົມເຊີຍຕໍ່ທ່ານ ພົນໂທ ຊິຣິລີໂຕ ອີໂຊເບຈານາ ທີ່ໄດ້ຮັບການແຕ່ງຕັ້ງ ເປັນຜູ້ບັນ
ຊາການ ກອງທັບບົກຟີລິບປິນຄົນໃໝ່. ພ້ອມນີ້ ຍັງໄດ້ສັງເກດຕີລາຄາຄືນ ການຮ່ວມມືສອງຝ່າຍລະຫວ່າງກອງທັບ ໃນໄລຍະຜ່ານມາສ່ວນໃຫຍ່ ແມ່ນ
ຢູ່ໃນຂອບການຮ່ວມມືອາຊຽນ ແລະ ຫຼາຍຝ່າຍ, ເຊິ່ງສອງຝ່າຍ ໄດ້ມີການຮ່ວມມື ແລະ ໃຫ້ການສະໜັບສະໜູນ, ຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ ຕະຫຼອດ
ມາ. ນອກຈາກນັ້ນ, ຝ່າຍລາວ ຍັງໄດ້ ແລກປ່ຽນທັດສະນະກ່ຽວກັບ ການປະກອບສ່ວນຢ່າງຕັ້ງໜ້າ ຂອງກອງທັບປະຊາຊົນລາວ ເຂົ້າໃນວຽກງານປ້ອງກັນ,
ຄວບຄຸມ ແລະ ຮັບມືກັບການແຜ່ລະບາດຂອງພະຍາດ ໂຄວິດ-19 ຂອງລັດຖະບານ. ສ່ວນຝ່າຍ ຟີລິບປິນ ກໍໄດ້ແລກປ່ຽນຄຳຄິດເຫັນ ກ່ຽວກັບການປະ
ຕິບັດວຽກງານ ຕ້ານການກໍ່ການຮ້າຍ, ການຊ່ວຍເຫຼືອ ມະນຸດສະທໍາ ແລະ ບັນເທົາທຸກໄພພິບັດ, ການຮັບມືກັບພະຍາດໂຄວິດ-19, ການຮັກສາຄວາມ
ສະຫງົບ ແລະ ຄວາມເປັນ ລະບຽບຮຽບຮ້ອຍ ພາຍໃນປະເທດ.

     ເພື່ອເປັນການສືບຕໍ່ເສີມສ້າງ ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງກອງ ທັບລາວ-ຟີລິບປີນ ໃຫ້ນັບມື້ສູງ ຂຶ້ນເທື່ອລະກ້າວ, ຫົວ
ໜ້າ ຄະນະ ຝ່າຍລາວ ໄດ້ສະເໜີໃຫ້ສອງຝ່າຍ ສືບຕໍ່ປຶກສາຫາລື ແລະ ເປັນເອກະພາບ ຕໍ່ເນື້ອໃນ ບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືວຽກງານ
ປ້ອງກັນຊາດ ລະຫວ່າງ ສອງກະຊວງປ້ອງກັນປະເທດ ລາວ-ຟີລິບປິນ ເພື່ອໃຫ້ສາມາດ ລົງນາມກັນໄດ້ໂດຍໄວ, ສືບຕໍ່ ແລກປ່ຽນການຢ້ຽມຢາມ ຂອງຄະ
ນະຜູ້ແທນຂັ້ນຕ່າງໆພາຍຫຼັງ ພະຍາດໂຄວິດ-19 ຜ່ອນຄາຍລົງ. ພ້ອມດຽວກັນນັ້ນ, ກໍໄດ້ແຈ້ງ ໃຫ້ຝ່າຍ ຟີລິບປິນ ຊາບວ່າຝ່າຍລາວ ມີຄວາມພ້ອມທີ່ຈະ
ສົ່ງ ທີ່ປຶກສາ ແລະ ຮອງທີ່ປຶກສາທູດ ປ້ອງກັນຊາດ ພ້ອມພະນັກງານ ຊ່ວຍວຽກໄປປະຈໍາການຢູ່ ຟີລິບປິນ ໃນອະນາຄົດອັນໃກ້ນີ້. ສ່ວນຝ່າຍ ຟີລິບປີນ ໄດ້
ສະເໜີໃຫ້ມີການແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ, ການເຝິກຊ້ອມ ແລະ ຮ່ວມມືກັນ ໃນຂົງເຂດວຽກງານອື່ນໆ ທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ.