ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຜູ້ບັນຊາການທະຫານສູງສຸດກອງທັບ ແຫ່ງ ສສ ມຽນມາ
ເດີນທາງມາຢ້ຽມຢາມ ສປປ ລາວ

     ທ່ານ ພົນເອກ ອາວຸໂສ ມິນອອງລາຍ ຜູ້ບັນຊາການທະຫານສູງສຸດກອງທັບແຫ່ງສາທາລະນະລັດສະຫະພາບມຽນມາ ພ້ອມດ້ວຍຄະນະໄດ້ເດີນທາງມາ
ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການໃນລະຫວ່າງວັນທີ 10-13 ຕຸລາ 2018 ນີ້.


ພົນໂທ ຈັນສະໝອນ ຈັນຍາລາດ ຕ້ອນຮັບຜູ້ບັນຊາການທະຫານສູງສຸດກອງທັບ
ແຫ່ງ ສສ ມຽນມາ ເດີນທາງມາຢ້ຽມຢາມ ສປປ ລາວ

     ພິທີຕ້ອນຮັບເປັນທາງການໄດ້ຈັດຂຶ້ນຢ່າງສົມກຽດໃນຕອນເຊົ້າຂອງວັນທີ 11 ຕຸລານີ້, ຢູ່ທີ່ກະຊວງປ້ອງກັນປະເທດ ໂດຍການໃຫ້ກຽດຕ້ອນຮັບຂອງ
ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ຫຼັງຈາກນັ້ນຄະນະຜູ້ແທນທັງສອງຝ່າຍ
ກໍໄດ້ພົບປະເພື່ອປຶກສາຫາລືແລກປ່ຽນບົດຮຽນນຳກັນໃນດ້ານຕ່າງໆທີ່ທັງສອງຝ່າຍເຫັນວ່າມີຄວາມຈຳເປັນໃນການພົວພັນຮ່ວມມືທັງສອງຝ່າຍ ເປັນຕົ້ນ
ແມ່ນບັນຫາຄວາມສະຫງົບຕາມບໍລິເວນຊາຍແດນ, ການຄ້າຂາຍເຖື່ອນທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍຂອງທັງສອງປະເທດ, ພ້ອມນີ້ທັງສອງຝ່າຍຍິນ
ດີທີ່ຈະໃຫ້ມີການຮ່ວມມືທາງດ້ານການແພດ, ການແລກປ່ຽນຄະນະຜູ້ແທນ, ການຊ່ວຍເຫຼືອໃນການກໍ່ສ້າງພະນັກງານ, ການແລກປ່ຽນດ້ານວັດ ທະນະທຳ
ແລະ ໃນຂົງເຂດເສດຖະກິດ ໂດຍສະເພາະແມ່ນເລັ່ງໃສ່ບັນດາແຂວງໃກ້ຄຽງທີ່ມີຊາຍແດນຮ່ວມກັນ ແລະ ບັນຫາອື່ນໆທີ່ທັງສອງຝ່າຍມີຄວາມສົນໃຈ. ທັງ
ນີ້ກໍເພື່ອເປັນການເສີມສ້າງສາຍພົວພັນການຮ່ວມມືລະຫວ່າງລາວ-ມຽນມາ, ມຽນມາ-ລາວ ໃຫ້ນັບມື້ດີຂຶ້ນເພື່ອນຳເອົາຜົນປະໂຫຍດ ແລະ ຄວາມສະຫງົບ
ສຸກມາສູ່ປະຊາຊົນທັງສອງປະເທດ.

     ໃນໂອກາດທີ່ຄະນະໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ທ່ານ ພົນເອກ ອາວຸໂສ ມິນອອງລາຍ ຜູ້ບັນຊາການທະຫານສູງສຸດກອງ
ທັບແຫ່ງສາທາລະນະລັດສະຫະພາບມຽນມາ ກໍໄດ້ເຂົ້າພົບ ທ່ານ ພົນໂທ ສຸວອນ ເລືອງບຸນ ມີຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່
ເສນາທິການກອງທັບປະຊາຊົນລາວ, ໄປຢ້ຽມຢາມກອງພັນໃຫຍ່ 497, ໄປທ່ຽວຊົມວັດອົງຕື້, ຫັຼງຈາກນ້ັນຄະນະຜູ້ແທນດັ່ງກ່າວກໍຈະເດີນທາງໄປຢ້ຽມຢາມ
ກອງບັນຊາການທະຫານແຂວງຈຳປາສັກ ແລະ ຍັງຈະໄດ້ໄປທ່ຽວຊົມວັດພູຈຳປາສັກ ແລະ ນໍ້າຕົກຕາດຄອນພະເພັງຕື່ມອີກ.

     ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງຜູ້ບັນຊາການທະຫານສູງສຸດກອງທັບແຫ່ງ ສສ ມຽນມາໃນຄັ້ງນີ້ ຄະນະຍັງໄດ້ໄປວາງ
ພວງມາລາທີ່ອະນຸສາວະລີນັກຮົບນິລະນາມອີກ.