ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປຶກສາຫາລືແຜນການຮ່ວມມືຂອງໜ່ວຍງານຜູ້ຊ່ຽວຊານດ້ານເກັບກູ້ລະເບີດ
ເພື່ອມະນຸດສະທຳລະຫວ່າງສອງກອງທັບ ລາວ-ຣັດເຊຍ

     ວັນທີ 6 ຕຸລານີ້, ຢູ່ຫ້ອງຮັບແຂກກົມພົວພັນຕ່າງປະເທດກະຊວງປ້ອງກັນປະເທດ, ພັນເອກ ໄພວັນ ຈັນທະພົມມາ ຮອງຫົວໜ້າກົມພົວພັນຕ່າງປະ
ເທດ, ໄດ້ຕ້ອນຮັບຄະນະໜ່ວຍງານຜູ້ຊ່ຽວຊານດ້ານເກັບກູ້ລະເບີດ ເພື່ອມະນຸດສະທຳ ນຳໂດຍ ພັນໂທ ອາບຣາມົບ ເຊຣເກ ວາຊີລີ ເຢັບວິດ, ວິຊາການ
ເອກຂອງກົມທະຫານຊ່າງແສງກຳລັງປະກອບອາວຸດກອງທັບຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດທີ່ຄະນະຜູ້ແທນດັ່ງກ່າວເດີນທາງມາຢ້ຽມຢາມ ແລະ
ເຮັດວຽກຢູ່ ສປປ ລາວ.

                                 
                                                   ພັນເອກໄພວັນຈັນທະພົມມາ ໄດ້ຕ້ອນຮັບຊ່ຽວຊານດ້ານເກັບກູ້ລະເບີດເພື່ອມະນຸດສະທຳລະຫວ່າງສອງກອງທັບ ລາວ-ຣັດເຊຍ

     ພັນເອກ ໄພວັນ ຈັນທະພົມມາ ໄດ້ກ່າວສະແດງຄວາມຕ້ອນຮັບອັນອົບອຸ່ນຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ແລະເຮັດວຽກຢູ່ ສປປ ລາວ
ຂອງຄະນະຜູ້ແທນດັ່ງກ່າວໃນຄັ້ງນີ້ ເພື່ອຮ່ວມປຶກສາຫາລືກ່ຽວກັບ ແຜນການຮ່ວມມືຂອງໜ່ວຍງານຜູ້ຊ່ຽວຊານດ້ານການເກັບກູ້ລະເບີດ ເພື່ອມະນຸດ
ສະທຳໃນຂອບກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ-ບວກ ທີ່ກອງທັບປະຊາຊົນລາວຈະໄດ້ຮັບກຽດເປັນເຈົ້າພາບຮ່ວມໃນກຳນົດເວ ລາ 3 ປີ
ແຕ່ປີ ( 2017-2020 ) ທີ່ກອງທັບຣັດເຊຍໄດ້ຮ່າງຂື້ນ ແລະກະກຽມແຜນການລະອຽດກ່ຽວກັບການຮ່ວມມືວິຊາການຂອງສອງກອງທັບ ລາວ-ລັດເຊຍ
ເພື່ອໃຫ້ຂັບເຄື່ອນໄປໂດຍພ້ອມກັນຄົ້ນຄວ້າເພື່ອຄວາມເປັນເອກະພາບກັນຕໍ່ບັນຫາສຳຄັນຕ່າງໆເຊັ່ນ: ວາງແຜນການ, ການກຳນົດຕາຕະລາງການເຄື່ອນ
ໄຫວ, ການກຳນົດຈຳນວນກອງປະຊຸມ, ການເຝິກຊ້ອມພາກທິດສະດີ ແລະຢູ່ພາກສະໜາມ, ການກຳນົດເວລາ ແລະສະຖານທີ່, ການແບ່ງຄວາມຮັບຜິດ
ຊອບ ແລະບັນຫາທີ່ກ່ຽວຂ້ອງອື່ນໆ.

     ໂອກາດນີ້ທາງຄະນະຜູ້ແທນວິຊາການກົມທະຫານຊ່າງແສງກະຊວງປ້ອງກັນປະເທດຣັດເຊຍ ກໍໄດ້ເຂົ້າຢ້ຽມຂໍ່ານັບ ແລະລາຍງານຜົນຂອງກອງປະຊຸມ
ຮ່ວມກັບວິຊາການຝ່າຍກອງທັບລາວຕໍ່ທ່ານ ພົນຕີ ອ່ອນສີ ແສນ ສຸກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າຫ້ອງວ່າການກະຊວງປ້ອງກັນ
ປະເທດ.