ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານພົນຕີ ອ່ອນສີ ແສນສຸກ ຕ້ອນຮັບທີ່ປຶກສາທູດຝ່າຍທະຫານແຫ່ງຣາຊະອານາຈັກໄທເຂົ້າຢ້ຽມອຳລາ

     ໃນວັນທີ 6 ຕຸລາ 2016 ນີ້, ພັນເອກ ນັດທະພົງ ພົມສອນ ທີ່ປຶກສາທູດຝ່າຍທະຫານຣາຊະອານາຈັກໄທ ປະຈຳ ສປປ ລາວ ໄດ້ເຂົ້າຢ້ຽມຂໍ່ານັບອຳ
ລາ ທ່ານ ພົນຕີ ອ່ອນສີ ແສນສຸກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ ທີ່ຫ້ອງຮັບແຂກກະຊວງປ້ອງ
ກັນປະເທດ ໃນໂອກາດທີ່ທ່ານສິ້ນສຸດວາລະການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ.

                                 
                                                               

     ໂອກາດນີ້ ທ່ານ ພົນຕີ ອ່ອນສີ ແສນສຸກ ໄດ້ກ່າວຕ້ອນຮັບ ແລະຊົມເຊີຍຕໍ່ທ່ານທີ່ປຶກສາທູດຝ່າຍທະຫານແຫ່ງຣາຊະອານາຈັກໄທປະຈຳລາວ ໃນການ
ເຮັດໜ້າທີ່ວຽກງານຂອງຕົນຕະຫຼອດໄລຍະທີ່ຜ່ານມາ, ພ້ອມທັງໄດ້ກ່າວຄວາມຍິນດີຕ້ອນຮັບທີ່ປຶກສາທູດຝ່າຍທະຫານແຫ່ງຣາຊະອານາຈັກໄທປະຈຳ ສປປ
ລາວ ຄົນໃໝ່ຕື່ມອີກ ໃນໂອກາດເຂົ້າຢ້ຽມຂຳ່ນັບ ແລະສະເໜີຕົວຄັ້ງນີ້.

     ໃນໂອກາດດຽວກັນນີ້, ຄະນະທູດຝ່າຍທະຫານແຫ່ງຣາຊະອານາຈັກໄທ ຍັງໄດ້ເຂົ້າຢ້ຽມອຳລາ ທ່ານ ພົນຈັດຕະວາ ແກ່ນຈັນ ນັນທະລັງສີ ຫົວໜ້າກົມ
ພົວພັນຕ່າງປະເທດ ກະຊວງປ້ອງກັນປະເທດ ແລະຫົວໜ້າກົມພົວ ພັນຕ່າງປະເທດ ຍັງໄດ້ສະແດງຄວາມຂອບອົກຂອບໃຈ, ຊົມເຊີຍຕໍ່ຜົນງານການປະຕິບັດ
ໜ້າທີ່ໃນໄລຍະຜ່ານມາ ແລະອວຍພອນໃຫ້ທ່ານທູດຈົ່ງເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ.