ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມລາຍງານກ່ຽວກັບຄວາມພ້ອມໃນການຈັດກອງປະຊຸມລັດຖະມົນຕີປ້ອງກັນປະເທດອາ
ຊຽນ-ວົງແຄບ ແລະ ກອງປະຊຸມປິ່ນອ້ອມທ້າຍປີ 2016

     ກອງປະຊຸມລາຍງານຄວາມພ້ອມຮອບດ້ານ ໃນການຈັດຕັ້ງກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ-ວົງແຄບ ແລະບັນດາກອງປະຊຸມປິ່ນອ້ອມ
ໃນທ້າຍປີ 2016, ໄດ້ຈັດຂຶ້ນຢູ່ທີ່ສະໂມສອນໃຫຍ່ກົມໃຫຍ່ເສນາທິການກອງທັບ, ໃນວັນທີ 7 ຕຸລານີ້, ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ພົນ
ໂທ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາຮອງລັດຖະມົນຕີ, ຫົວໜ້າກົມ, ຮອງ
ກົມ ແລະພາກສ່ວນກົມກອງທີ່ກ່ຽວຂ້ອງເຂົ້າຮ່ວມ.

                                 
                             ພົນໂທຈັນສະໝອນຈັນຍາລາດ ເປັນປະທານກອງປະຊຸມລາຍງານກ່ຽວກັບຄວາມພ້ອມ ໃນການຈັດກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ-ວົງແຄບ

     ໃນກອງປະຊຸມ ພັນເອກ ໄພວັນ ຈັນທະພົມມາ ຮອງຫົວໜ້າກົມພົວພັນຕ່າງປະເທດ ກະຊວງປ້ອງກັນປະເທດ ໄດ້ລາຍງານບົດສະຫຼຸຸບຕີລາຄາການ
ກຽມຄວາມພ້ອມ ແລະຄວາມຄືບໜ້າຕ່າງໆທີ່ປິ່ນອ້ອມກອງປະຊຸມ ເປັນຕົ້ນແມ່ນສຳເລັດຂໍ້ຕົກລົງ ແລະແຜນການວຽກງານແບ່ງໜ້າທີ່ຮັບຜິດຊອບໃຫ້
ແຕ່ລະພາກສ່ວນບຸກຄົນ, ສຳເລັດການກະກຽມ ແລະຈັດສົ່ງຈົດໝາຍເຊີນ ແລະເອກະສານທີ່ກ່ຽວຂ້ອງໃຫ້ບັນດາປະເທດສະມາຊິກ, ສຳເລັດແຜນການ
ກະກຽມ, ແຜນການພິທີເປີດ, ສຳເລັດຮ່າງແຜນບໍລິຫານ ແລະວຽກງານຮັບປະກັນ, ສຳເລັດດ້ານການກະກຽມທາງດ້ານເນື້ອໃນກອງປະຊຸມ, ດ້ານພິທີ
ການກໍໄດ້ມີການສ້າງແຜນໃຫ້ລະອຽດທຸກໆດ້ານເຊັ່ນ: ແຜນວາດຕ່າງໆກ່ຽວກັບກອງປະຊຸມ ແລະອື່ນໆ. ໃນກອງປະຊຸມໄດ້ມີການລາຍງານຄວາມພ້ອມ
ຂອງບັນດາອະນຸກຳມະການ ແລະພາກສ່ວນຕ່າງໆທີ່ຕົນຮັບຜິດຊອບ ເປັນຕົ້ນວຽກງານປ້ອງກັນ, ບິນຜ່ານ, ສື່ສານ, ຮັບປະກັນສຸຂະພາບ, ວຽກງານໂຄ
ສະນາ, ການສະແດງສີລະປະວັນນະຄະດີ ແລະອື່ນໆທີ່ປິ່ນອ້ອມ.

     ສະຫຼຸບແລ້ວມາຮອດປັດຈຸບັນນີ້ ການກະກຽມຄວາມພ້ອມທຸກດ້ານສຳເລັດແລ້ວ 100% ແລະພ້ອມແລ້ວທີ່ຈະດຳເນີນກອງປະຊຸມໄດ້ໃນເມື່ອກຳ
ນົດເວລາມາເຖິງ.

     ກອງປະຊຸມໄດ້ຮັບຟັງການຊີ້ນຳບາງດ້ານທີ່ສຳຄັນຈາກທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ເຊິ່ງທ່ານໄດ້ຮຽກຮ້ອງໃຫ້ເອົາໃຈໃສ່ວຽກງານຮັບ
ປະກັນຄວາມປອດໄພໃຫ້ໄດ້ 100%, ວຽກງານເສດຖະກິດການເງິນກໍຕ້ອງໃຫ້ຮີບຮ້ອນຂຶ້ນແຜນງົບປະມານ ເພື່ອຮັບປະກັນວຽກງານໃຫ້ເດີນແລ່ນສະ
ດວກດີ, ໃຫ້ແຕ່ລະອະນຸກຳມະການ, ທຸກພາກສ່ວນ ແລະບຸກຄົນທີ່ກ່ຽວຂ້ອງໃຫ້ຮີບຮ້ອນສ້າງແຜນຂອງຕົນ, ຈັດຕັ້ງປະຕິບັດ ແລະກວດກາຄືນວຽກ
ງານທີ່ຕົນເອງຮັບຜິດຊອບໃຫ້ທັນເວລາ.