ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫົວໜ້າການເມືອງ ກອງ “ ກ 1 ” ລົງຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດພູເບ້ຍມາຍນິ່ງ

     ໃນລະຫວ່າງວັນທີ 28 ກັນຍາ 2016 ຜ່ານມານີ້, ສະຫາຍ ພັນເອກ ວົງສອນ ອິນປານພິມ ຄະນະພັກກະຊວງ, ເລຂາຄະນະພັກ, ຫົວຫນ້າການເມືອງ
ກອງ “ກ 1” ພ້ອມດ້ວຍຄະນະພັກ-ຄະນະບັນຊາກອງ “ຂ 101” ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະເຮັດວຽກຢູ່ບໍລິສັດພູເບ້ຍມາຍນິ່ງ ເຊິ່ງໄດ້ຮັບການຕ້ອນ
ຮັບຈາກ ທ່ານ ສະຕິບ ກິນແບວ ຫົວຫນ້າພະແນກຮັກສາຊັບສິນ ພ້ອມດ້ວຍຄະນະໃຫ້ການຕ້ອນຮັບ.

                                 
                                                               ພັນເອກ ວົງສອນ ອິນປານພິມ ພ້ອມດ້ວຍຄະນະໄດ້ລົງເຄື່ອນໄຫວຢ້ຽມຢາມແລະເຮັດວຽກຢູ່ບໍລິສັດພູເບ້ຍມາຍນິ່ງ

     ການລົງເຄື່ອນໄຫວຢ້ຽມຢາມ ແລະເຮັດວຽກໃນຄັ້ງນີ້ ສະຫາຍ ພັນເອກ ວົງສອນ ອິນປານພິມ ກໍໄດ້ຮັບຟັງການລາຍງານສະພາບການເຄື່ອນໄຫວ
ດຳເນີນທຸລະກິດຂອງບໍລິສັດໂດຍລວມ ເຊິ່ງມີທັງຂໍ້ສະດວກ ແລະຂໍ້ຫຍຸ້ງ ຍາກ, ພ້ອມທັງໄດ້ລົງກວດກາເບິ່ງສະພາບ ແລະສະຖານທີ່ຕ່າງໆຂອງບໍລິສັດ
ພູເບ້ຍມາຍນິ່ງ ໂດຍ ທ່ານ ສະຕິບ ກິນແບວ ຫົວຫນ້າພະແນກຮັກສາຊັບສິນດັ່ງກ່າວກໍໄດ້ນຳພາບັນດາທ່ານທີ່ລົງມາຢ້ຽມຢາມ ເພື່ອສຳຫຼວດເຮືອນທີ່ພັກ
ອາໄສ ແລະຕຶກອາຄານຕ່າງໆຂອງບໍລິສັດ ແລະຕີລາຄາສູງຕໍ່ການມາຢ້ຽມຢາມ ແລະເຮັດວຽກໃນຄັ້ງນີ້ ພ້ອມທັງຊົມເຊີຍໝາກຜົນແຫ່ງການພົວພັນຮ່ວມ
ມືຂອງສອງຝ່າຍລະຫວ່າງ ກອງ “ກ 1” ແລະບໍລິສັດພູເບ້ຍມາຍນິ່ງຕະຫລອດໄລຍະຜ່ານມາທີ່ທັງສອງຝ່າຍໄດ້ມີການແລກປ່ຽນບົດຮຽນນຳກັນດ້ວຍດີ
ຕະຫລອດມາ.