ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສຳເລັດກອງປະຊຸມສ່ອງແສງວຽກງານພັກ-ວຽກງານການເມືອງ ປະຈຳໄຕມາດ III

     ກອງປະຊຸມສ່ອງແສງວຽກງານພັກ-ວຽກງານການເມືອງທົ່ວກອງທັບ ປະຈຳໄຕມາດ III ປີ 2016 ຂອງຄະນະພັກກະຊວງປ້ອງກັນປະເທດ, ຈັດຂຶ້ນໃນ
ວັນທີ 30 ກັນຍາ 2016 ນີ້, ຢູ່ທີ່ກອງບັນຊາການທະຫານແຂວງຄຳມ່ວນ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ພົນຈັດຕະວາ ສອນທອງ ພົມລາ
ວົງ ຄະນະພັກກະຊວງ, ຮອງຫົວໜ້າກົມໃຫ່ຍການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາ, ກຳລັງຫຼວງ-ກຳລັງທ້ອງຖິ່ນເຂົ້າຮ່ວມ.

                                 
                                         ພົນຈັດຕະວາ ສອນທອງ ພົມລາວົງ ເປັນປະທານກອງປະຊຸມສ່ອງແສງວຽກງານພັກ-ວຽກງານການເມືອງ ປະຈຳໄຕມາດ III

     ໃນໂອກາດນີ້ຜູ້ຕາງໜ້າບັນດາກົມກອງ ກໍໄດ້ພັດປ່ຽນກັນຂຶ້ນລາຍງານສະພາບການເຄື່ອນໄຫວວຽກງານພັກ-ວຽກງານການເມືອງ ແລະປາກົດການ
ຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມກໍຄືຢູ່ໃນກົມກອງ ປະຈຳໄຕມາດ III ເຊິ່ງ ໄດ້ຍົກໃຫ້ເຫັນສະພາບການສຶກສາອົບຮົມ, ວຽກງານກໍ່ສ້າງພັກ, ກໍ່ສ້າງພະນັກງານ
ແລະວຽກງານອື່ນໆ. ພ້ອມກັນນັ້ນກອງປະຊຸມຍັງໄດ້ແລກປ່ຽນຄຳຄິດເຫັນ ເພື່ອເປັນເອກະພາບໃນທິດທາງວິທີການຕ້ານ ແລະສະກັດກັ້ນ ບັນດາປາກົດ
ການຫຍໍ້ທໍ້ທີ່ເກີດຂຶ້ນ ຫຼື ອາດຈະເກີດໃນຕໍ່ໜ້າ ແນໃສ່ສ້າງກົມກອງເປັນກົມກອງປອດໃສ, ປອດໄພ, ປອດຄະດີ ກາຍເປັນກົມກອງແຂງ-ໜ່ວຍພັກຮູ້ນຳ
ພາຮອບດ້ານ.

     ຕອນທ້າຍ ສະຫາຍ ພົນຈັດຕະວາ ສອນທອງ ພົມລາວົງ ໄດ້ໂອ້ລົມຕໍ່ກອງປະຊຸມ ເຊິ່ງກ່ອນອື່ນສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່
ບັນດາກົມກອງຍາດມາໄດ້ໄລຍະຜ່ານມາ ພ້ອມທັງຮຽກຮ້ອງມາຍັງຄະນະພັກ-ຄະນະບັນຊາແຕ່ລະກົມກອງ ພ້ອມກັນເອົາໃຈໃສ່ສືບຕໍ່ສຶກສາອົບຮົມການ
ເມືອງນຳພາແນວຄິດໃຫ້ພະນັກງານນັກຮົບມີແນວຄິດອຸ່ນອຽນທຸ່ນທ່ຽງຫ້າວຫັນຕໍ່ໜ້າທີ່ວຽກງານວິຊາສະເພາະຂອງຕົນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນ
ການປັບປຸງກໍ່ສ້າງພັກ, ກໍ່ສ້າງພະນັກງານ ໃຫ້ມີຄວາມໜັກແໜ້ນ-ເຂັ້ມແຂງທາງດ້ານການເມືອງແນວຄິດ ແລະເຂັ້ມແຂງທາງດ້ານການຈັດຕັ້ງຕ້ານ ແລະສະ
ກັດກັ້ນປາກົດການຫຍໍ້ທໍ້ຕ່າງໆບໍ່ໃຫ້ເກີດຂຶ້ນໃນກົມກອງ.