ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ຈັດຕັ້ງສະເຫຼີມສະຫຼອງວັນຄູແຫ່ງຊາດ

     ໃນວັນທີ 07 ຕຸລາ 2016 ນີ້, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ຈັດຕັ້ງພິທີສະເຫຼີມ ສະຫຼອງວັນຄູແຫ່ງຊາດ ທີ 07 ຕຸລາຄົບຮອບ
22 ປີ ຂຶ້ນຢ່າງເປັນທາງການ ໂດຍການເປັນປະທານຂອງ ພັນເອກ ແກ້ວສຸວັນ ອີນທະວົງສາ ຫົວໜ້າການທະຫານ ວປກ, ມີຄະນະກົມ, ຫ້ອງການ, ຄະນະ
ວິຊາຄູ, ຄະນະຮັບຜິດຊອບນັກສຶກສາ, ພະນັກງານຄູ-ອາຈານ ຕະຫຼອດຮອດບັນດານັກສຶກສາທຸກໆລະບົບທົ່ວ ວປກ ເຂົ້າຮ່ວມ.

                                 
                                             

     ການຈັດຕັ້ງສະເຫຼີມສະຫຼອງວັນຄູແຫ່ງຊາດໃນຄັ້ງນີ້ ເພື່ອເປັນການລະນຶກເຖິງຄຸນງາມຄວາມດີ ແລະປະຫວັດຄວາມເປັນມາຂອງວັນດັ່ງກ່າວກໍຄືວັນຄູ
ແຫ່ງຊາດ (07/10/1994-07/10/ 2016 ) ຄົບຮອບ 22 ປີ ທີ່ໄດ້ອຸທິດສະຕິປັນຍາຄວາມຮູ້ຄວາມສາມາດ ປະກອບສ່ວນເຂົ້າໃນການສຶກສາອົບຮົມສິດ
ສອນສົ່ງຄວາມຮູ້ໃຫ້ແກ່ນັກຮຽນນັກສຶກສາໃນໄລຍະທີ່ຜ່ານມາ.

     ຕອນທ້າຍສະຫາຍຫົວໜ້າການທະຫານຍັງໄດ້ໃຫ້ກຽດກ່າວໂອ້ລົມຕໍ່ພິທີ ໂດຍສະຫາຍໄດ້ກ່າວສະແດງຄຳຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດໃນການສິດ
ສອນຮຳ່ຮຽນໃນໄລຍະທີ່ຜ່ານມາ ແລະ ຍົກໃຫ້ເຫັນຄວາມຫມາຍສຳຄັນຂອງວັນຄູແຫ່ງຊາດ 7 ຕຸລາ ເຊິ່ງເປັນການເຊີດຊູບົດບາດ, ກຽດສັກສີຂອງຄູ
ລາວໃນຖານະທີ່ເປັນແມ່ພິມຂອງຊາດໃຫ້ສູງເດັ່ນຂຶ້ນ ພ້ອມກັນນັ້ນກໍຮຽກຮ້ອງໃຫ້ພ້ອມກັນເອົາໃຈໃສ່ກະຕຸກຊຸກຍູ້ດ້ານການຮຽນການສອນດ້ວຍການ
ເສີມຂະຫຍາຍຫົວຄິດປະດິດສ້າງປະກອບເຂົ້າໃນການຮຽນການສອນຢ່າງມີວິທະຍາສາດທີ່ທັນສະໄຫມ ບໍ່ຢຸດຢັ້ງຕໍ່ການຊອກຮູ້ຮຳ່ຮຽນເອົາຄວາມຮູ້ໃສ່
ໂຕ ເພື່ອພັດທະນາຕົນເອງໃຫ້ເປັນນັກວິສະວະກອນແຫ່ງດວງວິນຍານທີມີຄຸນະ ພາບສູງ.