ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ເຕັກນິກກອງທັບ ປະກາດແຕ່ງຕັ້ງນາຍທະຫານຮັບໜ້າທີ່ໃໝ່

     ໃນຕອນເຊົ້າຂອງວັນທີ 6 ຕຸລາ 2016 ນິີ້, ກົມໃຫຍ່ເຕັກນິກໄດ້ຈັດພິທີປະກາດແຕ່ງຕັ້ງມອບໝາຍໜ້າທີ່ນາຍທະຫານໄປຮັບໜ້າທີ່ໃຫມ່ຢູ່ທີ່ຫ້ອງປະ
ຊຸມກົມໃຫຍ່ເຕັກນິກກອງທັບ, ເຂົ້າຮ່ວມເປັນປະທານໂດຍ ທ່ານ ພົນຈັດຕະວາ ຄໍາພາ ສີພອນໄຊ ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ, ມີຄະນະກົມ,
ຫ້ອງການ, ບັນດານາຍທະຫານທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

                                 
                                                            

     ໃນພິທີດັ່ງກ່າວ ພັນໂທ ສາຍຄໍາ ພົມມະວົງ ຮອງຫົວໜ້າຫ້ອງການເມືອງກົມໃຫຍ່ເຕັກນິກ, ໄດ້ຂຶ້ນອ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງກອງທັບເລກ
ທີ 4680/ກມທ ລົງວັນທີ 16/09/2016, ວ່າດ້ວຍການຍົກຍ້າຍ ແລະແຕ່ງຕັ້ງນາຍທະຫານໄປຮັບໜ້າທີ່ໃໝ່ຢູ່ຫ້ອງການກົມໃຫຍ່ເຕັກນິກກອງທັບ, ອີງ
ຕາມການສະເໜີຂອງກົມໃຫຍ່ເຕັກນິກສະບັບເລກທີ 1022 ລົງວັນທີ 01/09/2016, ເຫັນດີແຕ່ງຕັ້ງ ພັນຕີ ສຸວັນທອນ ສົມຟອງ ບຸດຕະຂັນ, ຮອງຫົວ
ໜ້າພະແນກກວດກາຫ້ອງການເມືອງ, ເປັນຮອງພະແນກເລຂານຸການ (ເລຂາສະເພາະ) ກົມໃຫຍ່ເຕັກນິກກອງທັບ, ຮ້ອຍເອກ ສີແກ້ວ ແກ້ວວິໄຊ ຢູ່ຫ້ອງ
ການກົມໃຫຍ່ເຕັກນິກແຕ່ງຕັ້ງໄປເປັນຮອງຫົວຫນ້າພະແນກເຕັກນິກໂຮງງານມິດຕະພາບລາວ-ຫວຽດນາມ, ເພື່ອໃຫ້ແທດເໝາະກັບໜ້າທີ່ວຽກງານທີ່ຂັ້ນ
ເທິງມອບໝາຍໃຫ້.

     ສະຫາຍ ພົນຈັດຕະວາ ຄໍາພາ ສີພອນໄຊ ໄດ້ໃຫ້ກຽດໂອ້ລົມນາຍທະຫານທີ່ຖືກແຕ່ງຕັ້ງໄປຮັບຜິດຊອບໜ້າທີ່ໃໝ່ທັງ 2 ສະຫາຍ ໃຫ້ເອົາໃຈໃສ່ໃນ
ການຍົກສູງ ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນທີ່ຂັ້ນເທິງມອບໝາຍໃຫ້, ກ່ອນອື່ນໝົດແມ່ນໃຫ້ເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກ
ໃຫ້ມີຄວາມວ່ອງໄວ ແລະທັນກັບສະພາບການ, ພ້ອມກັນນັ້ນຕ້ອງເອົາໃຈໃສ່ເຝິກຝົນຫຼໍ່ຕົນເອງທາງດ້ານຄຸນສົມບັດສິນທໍາປະຕິວັດໃຫ້ໜັກແໜ້ນ ແລະ
ໃຫ້ມີສະຕິຕໍ່ໜ້າທີ່ຂອງຕົນຮັບຜິດຊອບເພື່ອເຮັດ ສໍາເລັດໜ້າທີ່ການເມືອງຂອງຕົນ.