ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມ ວສ-ປສ ການທະຫານ ພ້ອມກັນສັກຢາກັພະຍາດ

     ໃນຕອນເຊົ້າວັນທີ 7 ຕຸລາ 2016 ນີ້, ສະຖາບັນກັນພະຍາດໄດ້ລົງເຄື່ອນໄຫວສັກຢາກັນໄຂ້ຫວັດຕາມລະດູການ ຢູ່ກົມ ວິທະຍາສາດ-ປະຫວັດສາດ
ການທະຫານ. ນຳພາໂດຍ ວາທີ ດຣ ນາງ ພອນນາລີ ທະນາພອນ ຫົວໜ້າທີມງານລົງສັກຢາ.

                                 
                                                              

     ອີງຕາມຂໍ້ຕົກລົງຂອງກົມໃຫຍ່ພະລາທິການກອງທັບ ເລກທີ 147/ກພລ ລົງວັນທີ 06 ມິຖຸນາ 2016 ວ່າດ້ວຍການຢອດຢາກັນພະຍາດເບ້ຍລ່ອຍ
ແລະສັກຢາໄຂ້ຫວັດຕາມລະດູການ. ສະຖາບັນກັນພະຍາດໄດ້ລົງເຄື່ອນໄຫວສັກຢາກັນໄຂ້ຫວັດຕາມລະດູການໃຫ້ພະນັກງານ-ນັກຮົບ ຢູ່ກົມ ວິທະຍາສາດ
ປະຫວັດສາດ ການທະຫານ ໄດ້ 50% ຂອງຈຳນວນພົນທັງໝົດ ເຊິ່ງໃນການລົງສັກຢາຄັ້ງນີ້ ກໍ່ເພື່ອເປັນການປ້ອງກັນພະຍາດໄຂ້ຫວັດຕາມລະດູການໃຫ້
ພະນັກງານ-ນັກຮົບເວົ້າລວມ ເວົ້າສະເພາະກໍ່ຄື ກົມ ວິທະຍາສາດ-ປະຫວັດສາດ ການທະຫານ ໃຫ້ມີສຸຂະພາບແຂງແຮງສາມາດຕ້ານກັບພະຍາດດັ່ງກ່າວ
ໄດ້ເປັນຢ່າງດີ ເພື່ອໃຫ້ມີສຸຂະພາບແຂງແຮງສາມາດດຳເນີນວຽກງານໄດ້ຄ່ອງແຄ້ວວ່ອງໄວໄດ້ຮັບໝາກຜົນຢ່າງຈົບງາມ.