ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະປະຕິບັດງານພິເສດ ແຂວງຮາຕີ໋ງ ​ແລກປ່ຽນບົດຮຽນຢູ່​ກອງ​ກອງ​ບັນຊາ​ການ​ທະຫານ​ນະຄອນຫຼວງ

     ໃນຕອນເຊົ້າຂອງວັນທີ 5 ຕຸລາ 2016 ນີ້, ຄະນະຜູ້ແທນປະຕິບັດງານພິເສດແຂວງຮາຕີ໋ງ ສສ ຫວຽດ ນາມ ໄດ້ເດີນທາງມາຢ້ຽມຢາມ, ພົບປະແລກ
ປ່ຽນບົດຮຽນຢູ່ກອງບັນຊາການທະຫານນະຄອນຫຼວງວຽງຈັນ ໂດຍການຕ້ອນຮັບຢ່າງອົບອຸ່ນຂອງສະຫາຍ ພັນເອກ ສີພອນ ຈັນສົມວົງ ຫົວໜ້າການເມືອງ
ກອງບັນຊາການທະຫານນະຄອນຫຼວງວຽງຈັນ ພ້ອມຄະນະ, ຝ່າຍຫວຽດນາມນຳໂດຍສະຫາຍ ພັນເອກ ຫງວຽນ ດິງເຢືອງ ຫົວໜ້າການ ເມືອງກອງບັນຊາ
ການທະຫານແຂວງຮາຕີ໋ງ ພ້ອມຄະນະ.

                                 
                                   ພັນເອກ ສີພອນ ຈັນສົມວົງ ໄດ້ຕ້ອນຮັບຄະນະປະຕິບັດງານພິເສດແຂວງຮາຕີ໋ງ ມາແລກປ່ຽນບົດຮຽນຢູ່ກອງບັນຊາການທະຫານນະຄອນຫຼວງວຽງຈັນ

     ທັງສອງຝ່າຍຕ່າງກໍໄດ້ພ້ອມກັນຮັບຟັງການຂຶ້ນຜ່ານບົດລາຍງານໂດຍຫຍໍ້ຈາກສະຫາຍ ພັນໂທ ສົມນຶກ ລໍວິໄຊ ຫົວໜ້າພະແນກປະຫວັດສາດທະ
ຫານນະຄອນຫຼວງວຽງຈັນ ລາຍງານການເກັບກຳຂໍ້ມູນອັດຖິຂອງທະຫານອາສາສະໝັກຊ່ຽວຊານຫວຽດນາມຢູ່ນະຄອນຫຼວງວຽງຈັນ ຂອງໜ່ວຍງານພິ
ເສດທະຫານນະຄອນຫຼວງວຽງຈັນ ແລະໜ່ວຍງານພິເສດທະຫານແຂວງຮາຕີ໋ງ ປະຈຳສົກປີ 2015-2016 ຜ່ານມາ ເຊິ່ງເຫັນວ່າຂໍ້ສະດວກແມ່ນຍ້ອນຄະ
ນະພັກ-ຄະນະກອງບັນຊາການທະຫານນະຄອນຫຼວງວຽງຈັນ ໄດ້ມີຄວາມເອົາໃຈໃສ່ອຳນວຍຄວາມສະດວກຕໍ່ກັບວຽກງານດັ່ງກ່າວໃຫ້ໜ່ວຍງານເຮັດ
ລ້ອນໜ້າທີ່ ແລະທັງສອງຝ່າຍໄດ້ມີຄວາມຕັດສິນໃຈສູງສູ້ຊົນຜ່ານຜ່າຄວາຫຍຸ້ງຍາກຕ່າງໆທັງມີອຳນາດການປົກຄອງບ້ານ ແລະປະຊາຊົນໃຫ້ຄວາມຮ່ວມ
ມືຊ່ວຍເຫຼືອ, ສ່ວນຂໍ້ຫຍຸ້ງຍາກນັ້ນຍ້ອນສະພາບດິນຟ້າອາກາດມີການປ່ຽນແປງຫຼາຍປີ ແລະຜູ້ເຫັນເຫດການໃນປາງສົງຄາມມີອາຍຸເຖົ້າແກ່ຊະລາ, ບາງຈຸດ
ກໍບໍ່ມີຄວາມຊັດເຈນເຮັດໃຫ້ການປະຕິບັດໜ້າທີ່ວຽກງານຍັງບໍ່ທັນສອດຄ່ອງເທົ່າທີ່ຄວນ, ຕໍ່ການຂຸດຄົ້ນອັດຖິຢູ່ໃນຂໍ້ມູນຕົວຈິງໃນຈຳນວນ 5 ເມືອງ 62
ບ້ານ ກໍຄືຢູ່ເມືອງປາກງື່ມ ມີ 15 ບ້ານເມືອງສັງທອງ 12 ບ້ານ, ເມືອງໄຊທານີ 14 ບ້ານ, ເມືອງນາຊາຍທອງ 8 ບ້ານ ແລະເມືອງຫາດຊາຍຟອງ 1 ບ້ານ.
ພ້ອມນີ້ທັງສອງຝ່າຍກໍໄດ້ພ້ອມກັນຂຶ້ນປະກອບຄຳຄິດເຫັນຢ່າງກົງໄປກົງມາທີ່ມີລັກສະນະກ່ຽວພັນກັບວຽກງານໂດຍກົງທີ່ເຕັມໄປດ້ວຍເນື້ອໃນອັນເລິກເຊິງ.

     ໂອກາດດັ່ງກ່າວ ສະຫາຍຫົວໜ້າການເມືອງທະຫານແຂວງຮາຕີ໋ງ ໄດ້ກ່າວສະແດງຄວາມຂອບອົກຂອບໃຈຕໍ່ຄະນະພັກ-ຄະນະກອງບັນຊາການທະຫານ
ນະຄອນຫຼວງວຽງຈັນ ທີ່ໄດ້ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນໃນການມາເຮັດວຽກຄັ້ງນີ້ ເຊິ່ງໄດ້ອຳນວຍຄວາມສະດວກເອົາໃຈໃສ່ຊ່ວຍເຫຼືອຊີ້ນຳ-ນຳພາ ກໍຄື
ອຳນາດການປົກຄອງ, ພໍ່ແມ່ປະຊາຊົນດ້ວຍຄວາມຕັ້ງໜ້າອັນໃຫ່ຍຫຼວງ ພ້ອມນີ້ກໍໄດ້ຕາງໜ້າໃຫ້ກັບປະຊາຊົນທົ່ວແຂວງຮາຕີ໋ງ ແລະໄດ້ກ່າວ ສະແດງຄວາມ
ຮູ້ບຸນຄຸນອັນລົ້ນເຫຼືອ ແລະສະໜິດແໜ້ນ ອັນເຮັດໃຫ້ວຽກງານຂຸດຄົ້ນອັດຖິຄັ້ງນີ້ໄດ້ຮັບຜົນສຳເລັດສູງຕາມໜ້າທີ່ວຽກງານຂອງຊາດ ແລະປະຊາຊົນມອບ
ໝາຍໃຫ້ ພ້ອມທັງອວຍພອນໄຊອັນປະເສີດມາຍັງຄະນະພັກ-ຄະນະກອງບັນຊາການ, ໜ່ວຍງານເຮັດໜ້າທີ່ຕົວຈິງນັ້ນ.