ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະ​ຜູ້​ແທນ​ນາຍ​ທະຫານ​ໜຸ່ມ​ຫວຽດນາມ ​ໄດ້​ສຳ​ເລັດ​ການ​ຢ້ຽມຢາມ​ລາວ

     ຄະນະນາຍທະຫານຫນຸ່ມລາວນຳໂດຍ ສະຫາຍ ພັນເອກ ສົມພົງ ແພງປັນຍາ ເລຂາທິການສູນກາງຊາວຫນຸ່ມປະຊາຊົນປະຕິວັດລາວ, ຫົວຫນ້າຫ້ອງ
ການຊາວຫນຸ່ມກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ ໄດ້ຕ້ອນ ຮັບ ແລະພົບປະກັບຄະນະຜູ້ແທນນາຍທະຫານຫນຸ່ມກອງທັບປະຊາຊົນຫວຽດນາມ ນຳ
ໂດຍສະຫາຍ ພັນເອກ ດິ່ງກັວກຮຸ່ງ ຄະນະປະຈຳຄະນະບໍລິຫານງານສູນກາງຊາວຫນຸ່ມກອມມູນິດໂຮ່ຈິມິນ, ຫົວຫນ້າຄະນະຊາວຫນຸ່ມກອງ ທັບປະຊາຊົນ
ຫວຽດນາມ ເປັນຫົວຫນ້າຄະນະ ພ້ອມດ້ວຍສະມາຊິກ 19 ສະຫາຍ ໃນລະຫວ່າງວັນທີ 26 ກັນຍາ ຫາ 2 ຕຸລາ 2016 ດ້ວຍຜົນສຳເລັດຢ່າງຈົບງາມ.

                                 
                                                                 ພັນເອກ ດິງກວກຮຸ່ງ ພ້ອມດ້ວຍຄະນະໄດ້ເດີນທາງມາຢ້ຽມຢາມກອງບັນຊາການທະຫານແຂວງຄຳມ່ວນ

     ໃນການຕ້ອນຮັບທາງການ, ການຢ້ຽມຂຳ່ນັບການນຳກົມໃຫຍ່ການເມືອງກອງທັບ ແລະການພົບປະສອງຝ່າຍໄດ້ສະແດງຄວາມປິຕິຊົມຊື່ນຕໍ່ຜົນງານ
ແລະໄຊຊະນະພົ້ນເດັ່ນທີ່ນາຍທະຫານຫນຸ່ມຂອງແຕ່ລະປະເທດສ້າງໄດ້ ກໍຄືຜົນງານຂອງສອງກອງທັບໃນໄລຍະຜ່ານມາ, ຮ່ວມກັນແລກປ່ຽນຖອດຖອນບົດ
ຮຽນກ່ຽວກັບວຽກງານ-ຂະບວນການຂອງຊາວຫນຸ່ມໃນການເຝິກແອບຮຳ່ຮຽນ, ປັບປຸງກໍ່ສ້າງກຳລັງ, ປະຕິບັດຫນ້າທີ່ວິຊາສະເພາະ, ກໍ່ສ້າງລະບຽບແບບ
ແຜນ, ການເພີ່ມພູນຜະລິດຜົນ, ການກອບກູ້ໄພພິບັດ ແລະອື່ນໆ, ນັບທັງການເສີມຂະຫຍາຍບົດບາດຂອງນາຍທະຫານຫນຸ່ມໃນການກໍ່ສ້າງກອງທັບຂອງ
ແຕ່ລະປະເທດ ພ້ອມທັງຮ່ວມກັນທົບທວນຫວນຄືນປະຫວັດມູນເຊື້ອຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານ ລາວ-ຫວຽດນາມ ສະແດງ
ຄວາມມຸ້ງມາດປາຖະຫນາໃນການເພີ່ມທະວີການເຄື່ອນໄຫວພົບປະ, ແລກປ່ຽນບົດຮຽນ, ລະຫວ່າງນາຍທະຫານຫນຸ່ມສອງກອງ ທັບ.

     ໃນໄລຍະ 1 ອາທິດຂອງການເຄື່ອນໄຫວໃນຄັ້ງນີ້ ຄະນະນາຍທະຫານຫນຸ່ມຫວຽດນາມໄປຢ້ຽມຢາມ ແລະເຮັດວຽກຢູ່ວິທະຍາຄານປ້ອງກັນຊາດ ໄກ
ສອນ ພົມວິຫານ, ກອງ “ຂ 11” ກອງບັນຊາການທະຫານແຂວງຄຳມ່ວນ, ນອກຈາກນັ້ນກໍຍັງໄດ້ໄປຢ້ຽມຊົມຫໍພິພິທະພັນ ປະທານ ໄກສອນ ພົມວິຫານ,
ຫໍພິພິທະພັນປະຫວັດ ສາດກອງທັບ, ຊົມການວາງສະແດງຮູບພາບ “ເສັ້ນທາງໂຮ່ຈິມິນ”, ອານຸສອນສະຖານ ປະທານ ໂຮ່ຈິມິນ ຢູ່ບ້ານ ຊຽງຫວາງ, ເມືອງ
ຫນອງບົກ, ອານຸສອນ ປະທານ ສຸພານຸວົງ ຢູ່ເມືອງທ່າແຂກ, ພົບປະ ແລະແຂ່ງຂັນກີລາບານສົ່ງມິດຕະພາບກັບຊາວຫນຸ່ມທະຫານແຂວງຄຳມ່ວນ. ທັງໝົດ
ການເຄື່ອນໄຫວດັ່ງກ່າວ ໄດ້ປະກອບສ່ວນອັນສຳຄັນ ເຮັດໃຫ້ຄະນະນາຍທະຫານຫນຸ່ມທັງສອງຝ່າຍເຂົ້າໃຈຢ່າງຄົບຖ້ວນ ແລະເລິກເຊິງກວ່າເກົ່າກ່ຽວກັບ
ປະຫວັດ, ມູນເຊື້ອ, ການຮ່ວມສຳພັນສູ້ຮົບ, ການເສຍສະຫລະທີ່ຍິ່ງໃຫຍ່ ເພື່ອຊ່ວຍເຫລືອເຊິ່ງກັນ ແລະກັນ, ຄວາມສາມັກຄີແບບພິເສດ ແລະການພົວ
ພັນຮ່ວມມືຮອບດ້ານລະຫວ່າງສອງຊາດລາວ-ຫວຽດນາມ.

     ການພົບປະຢ້ຽມຢາມຂອງນາຍທະຫານຫນຸ່ມຫວຽດນາມ ໄດ້ສຳເລັດລົງຢ່າງຈົບງາມ ກາຍເປັນຂີດໝາຍອັນສຳຄັນໃຫ້ແກ່ການເຄື່ອນໄຫວກະກຽມ
ສະເຫລີມສະຫລອງວັນເຊັນສົນທິສັນຍາມິດຕະພາບ ລາວ-ຫວຽດ ນາມ ຄົບຮອບ 40 ປີ ແລະວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບ
ຮອບ 55 ປີ ທີ່ຈະມາເຖິງໃນປີ 2017 ນີ້.