ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ພິທີ​ມອບ-ຮັບ​ຮູບ​ຈຳລອງ​ສາງ​ນ້ຳມັນ​ໃຫ້​ແກ່​ວິທະຍາຄາ​ນພະລາທິການ​ກອງທັບ

     ໃນຕອນເຊົ້າວັນທີ 6 ຕຸລາ 2016 ນີ້, ກົມນ້ຳມັນເຊື້ອໄຟກົມໃຫຍ່ພະລາທິການກອງທັບ ໄດ້ຈັດພິທີມອບ-ຮັບຮູບຈຳລອງສາງນ້ຳມັນໃຫ້ແກ່ວິທະຍາ
ຄານພະລາທິການກອງທັບ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ພັນເອກ ສົມໃຈ ເພັດທະວົງສີ ຄະນະພັກອົງການກົມໃຫຍ່, ຫົວໜ້າກົມນ້ຳມັນເຊື້ອໄຟກົມ
ໃຫຍ່ພະລາທິການກອງທັບ, ມີ ພັນເອກ ແສງຈັນ ແກ້ວປັນຍາ ຫົວໜ້າການເມືອງວິທະຍາຄານພະລາທິການກອງທັບ, ມີຄະນະພັກ-ຄະນະບັນ ຊາທັງສອງ
ຝ່າຍເຂົ້າຮ່ວມ.

                                 
                                                              ພັນເອກ ສົມໃຈເພັດທະວົງສີ ເຂົ້າຮ່ວມພິທີ​ມອບ-ຮັບ​ຮູບ​ຈຳລອງ​ສາງ​ນ້ຳມັນ​ໃຫ້​ແກ່​ວິທະຍາຄາ​ນພະລາທິການ​ກອງທັບ

     ໃນພິທີດັ່ງກ່າວ, ພັນໂທ ສິງແກ້ວ ສອນພັນ ຮອງຫົວໜ້າກົມນ້ຳມັນເຊື້ອໄຟກົມໃຫຍ່ພະລາທິການກອງ ທັບເປັນຜູ້ກ່າວມອບ ແລະກ່າວຮັບໂດຍແມ່ນ
ພັນໂທ ບຸນກ້ຽງ ວົງສາລາດ ຫົວໜ້າຫ້ອງການອົບຮົມວິທະຍາຄານ ພະລາທິການກອງທັບ, ໃນໂອກາດນີ້, ພັນໂທ ບຸນກ້ຽງ ວົງສາລາດ ຫົວໜ້າຫ້ອງການ
ອົບຮົມວິທະຍາຄານພະລາທິການກອງທັບ ກໍໄດ້ກ່າວສະແດງຄວາມຂອບອົກຂອບໃຈມາຍັງຫົວໜ້າກົມນ້ຳມັນເຊື້ອໄຟພ້ອມດ້ວຍຄະນະທີ່ໄດ້ມອບຮູບພາບ
ຈຳລອງສາງນ້ຳມັນດັ່ງກ່າວນີ້, ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ: ຈະນຳເອົາໄປໃຊ້ເຂົ້າວຽກງານການສິດສອນນັກສຶກສາຂະແໜງວິຊາເຊື້ອໄຟໃຫ້ໄດ້ຮັບຜົນສູງ.