ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມ ວສ-ປສ ການທະຫານ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ

     ໃນວັນທີ 26-30/09/2016, ຄະນະຜູ້ແທນກົມ ວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ເຊິ່ງນຳໂດຍ
ສະຫາຍ ພັນເອກ ວຽງໄຊ ສົມວິຈິດ ຫົວໜ້າກົມ ວິທະຍາສາດ-ປະ ຫວັດສາດ ການທະຫານ ພ້ອມຄະນະ ໄດ້ໄປເຄື່ອນໄຫວຢ້ຽມຢາມ ແລະເຮັດວຽກຢູ່
ສສ ຫວຽດນາມ.

                                 
                                                        

     ການໄປຢ້ຽມຢາມ ແລະເຮັດວຽກໃນຄັ້ງນີ້ ທັງສອງຝ່າຍໄດ້ລາຍງານຕໍ່ກັນກ່ຽວກັບສະພາບຂອງປະເທດ, ກອງທັບ, ການເຄື່ອນໄຫວວຽກງານວິທະຍາ
ສາດ-ປະຫວັດສາດ ການທະຫານ ໄລຍະຜ່ານມາ, ຕີລາຄາຜົນຂອງການຮ່ວມມືລະຫວ່າງກົມ ວິທະຍາສາດ ການທະຫານ ກະຊວງປ້ອງກັນປະເທດຫວຽດ
ນາມ ກັບກົມ ວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດລາວ, ທິດທາງການຮ່ວມມືໃນປີ 2017 ແລະ ບັນດາຊຸມປີຕໍ່ໜ້າ. ພ້ອມ
ດຽວກັນທັງສອງຝ່າຍກໍ່ໄດ້ຕົກລົງເຫັນດີເປັນເອກະພາບກ່ຽວກັບເນື້ອໃນການຮ່ວມມື ນຳສະເໜີຕໍ່ຄະນະນຳກະຊວງຂອງສອງປະເທດຄົ້ນຄວ້າ, ຕົກລົງ ແລະ
ນຳເຂົ້າອະນຸສັນຍາຂອງການຮ່ວມມືລະຫວ່າງກະຊວງປ້ອງກັນປະເທດລາວ ແລະກະຊວງປ້ອງກັນປະເທດຫວຽດນາມ ເຮັດໃຫ້ການເຮັດວຽກລະຫວ່າງຄະນະ
ກົມ ວິທະ ຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດລາວ ກັບຄະນະກົມ ວິທະຍາສາດ ການທະຫານ ກະຊວງປ້ອງກັນປະເທດຫວຽດ
ນາມ ໄດ້ຮັບການຈັດຕັ້ງເປັນຢ່າງດີ, ບັນລຸໄດ້ເປົ້າໝາຍວາງໄວ້, ປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບແບບພິເສດລະຫວ່າງ
ກອງທັບສອງຊາດ ລາວ-ຫວຽດນາມ ກໍ່ຄືລະຫວ່າງກົມ ວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດລາວ ກັບກົມ ວິທະຍາສາດ
ການທະຫານ ກະຊວງປ້ອງກັນປະເທດຫວຽດນາມ.

     ໂອກາດນີ້, ຄະນະກົມ ວິທະຍາສາດ-ປະຫວັດສາດ ການທະຫານລາວ ຍັງໄດ້ພົບປະແລກປ່ຽນນຳສະຖາບັນປະຫວັດສາດ ການທະຫານຫວຽດນາມ,
ສູນຂໍ້ມູນ-ຂ່າວສານ ວິທະຍາສາດ ການທະຫານຫວຽດນາມ, ເຂົ້າຢ້ຽມຂ່ຳນັບ ສະຫາຍ ພົນໂທ ຫວໍວັນຕວັນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ
ປະຊາຊົນຫວຽດນາມ ແລະທ່ຽວຊົມສະຖານທີ່ປະຫວັດສາດຈ້າງອານ ( ນິງບິ້ງ ). ພ້ອມທັງໄດ້ສະແດງຄວາມຂອບອົກຂອບໃຈຕໍ່ຝ່າຍຫວຽດ ນາມໃນການ
ຕ້ອນຮັບດ້ວຍຄວາມຈິງໃຈ, ບົນພື້ນຖານເພື່ອນມິດສະຫາຍອ້າຍນ້ອງ ແລະອຳນວຍຄວາມສະດວກທຸກດ້ານເຂົ້າໃນການເຄື່ອນໄຫວຂອງຄະນະໃນການມາ
ເຄື່ອນໄຫວຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມຄັ້ງນີ້ໄດ້ຮັບໝາກຜົນຢ່າງດີ.