ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ເນັ້ນຫຼາຍບັນຫາຕໍ່ວຽກງານກວດກາໃນກອງທັບ

     ກອງປະຊຸມວຽກງານກວດກາທົ່ວກອງທັບ ຄັ້ງທີ V ໄດ້ປິດລົງດ້ວຍໝາກຜົນອັນຈົບງາມໃນວັນທີ 5 ຕຸ ລາ 2016 ນີ້, ຢູ່ທີ່ສະໂມສອນກົມໃຫຍ່ການ
ເມືອງກອງທັບ ໂດຍການເປັນກຽດເຂົ້າຮ່ວມຂອງ ສະຫາຍ ພົນໂທ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງ
ປ້ອງກັນປະເທດ.

                                 
                                                                     ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ເຂົ້າຮ່ວມກອງປະຊຸມວຽກງານກວດກາທົ່ວກອງທັບ ຄັ້ງທີ V

     ກອງປະຊຸມໄດ້ດຳເນີນມາເປັນເວລາ 2 ວັນເຕັມ ເຊິ່ງໄດ້ສະຫຼຸບຕີລາຄາການເຄື່ອນໄຫວວຽກງານກວດກາໃນກອງທັບໄລຍະ 5 ປີຜ່ານມາ ແລະໄດ້ວາງ
ທິດທງແຜນການປີ 2016-2020, ພ້ອມນັ້ນກໍໄດ້ມີການປະກອບຄຳຄິດເຫັນຂອງບັນດາສະຫາຍຕົວແທນໃຫ້ແກ່ອົງການ, ກົມກອງ-ທ້ອງຖິ່ນ ເຊິ່ງໄດ້ຍົກ
ໃຫ້ເຫັນດ້ານດີ, ດ້ານອ່ອນຂໍ້ຄົງຄ້າງ, ສາເຫດ, ບົດຮຽນ ແລະວິທີການ, ມາດຕາການແກ້ໄຂໃນຕໍ່ໜ້າ, ພ້ອມທັງໄດ້ເປັນເອກະພາບຕໍ່ການລາຍງານໂດຍສັງ
ຮວມທາງດ້ານເນື້ອໃນບົດສະຫຼຸບ ແລະທິດທາງແຜນການວຽກງານກວດກາແຕ່ນີ້ຮອດປີ 2020 ແລະບັນຫາອື່ນໆທີ່ຖືກຍົກຂຶ້ນມາຄົ້ນຄວ້າໃນກອງປະຊຸມ
ເປັນຕົ້ນແມ່ນການກວດກາພັກ, ກວດກາລັດ ແລະຕ້ານການສໍ້ລາດບັງຫຼວງ ແລະອື່ນໆ.

     ໃນການໂອ້ລົມຕໍ່ກອງປະຊຸມດັ່ງກ່າວຂອງ ສະຫາຍ ພົນໂທ ຈັນສະໝອນ ຈັນຍາລາດ ໄດ້ເນັ້ນໜັກວ່າ: ການເຮັດວຽກງານກວດກາເປັນວຽກໜຶ່ງໃນ
ຄວາມຮັບຜິດຊອບທີ່ມີລັກສະນະຫຼັກການຂອງການຈັດຕັ້ງ, ທັງເປັນອົງປະກອບທີ່ຂາດບໍ່ໄດ້ໃນແບບແຜນນຳພາ, ແມ່ນວິທີເຮັດວຽກທີ່ດີຂອງຜູ້ນຳພາ-ບັນ
ຊາ, ພັກເຮົາຍາມໃດກໍຢືນ ຢັນວ່າ: “ ບໍ່ມີການກວດກາ, ກໍໝາຍຄວາມວ່າບໍ່ມີການນຳພາ ” ສິ່ງດັ່ງກ່າວນັ້ນ, ແມ່ນເພື່ອເນັ້ນເຖິງຄວາມສຳຄັນທີ່ຂາດບໍ່ໄດ້
ຂອງວຽກງານການກວດກາ, ບໍ່ວ່າຈະເປັນການເຄື່ອນໄຫວຂອງໝູ່ຄະນະທີ່ເປັນການຈັດຕັ້ງກໍຄືໃນການ ເຄື່ອນໄຫວປະຕິບັດໜ້າທີປົກກະຕິຂອງຜູ້ນຳພາ-ບັນ
ຊາແຕ່ລະຂັ້ນ. ການກວດກາແມ່ນທັງແນໃສ່ຊອກໃຫ້ເຫັນດ້ານດີ, ຜົນສຳເລັດບັນດາປັດໄຈໃໝ່ທີ່ກ້າວໜ້າເພື່ອຊຸກຍູ້ສົ່ງເສີມ ແລະທັງຊອກໃຫ້ເຫັນດ້ານ
ອ່ອນ, ຂໍ້ຄົງຄ້າງ ເພື່ອດັດແປງແກ້ໄຂໃຫ້ທັນເວລາ. ກອງທັບປະຊາຊົນລາວໃນຖານະທີ່ເປັນກຳລັງໜຶ່ງທີ່ມີພາລະບົດບາດສຳຄັນໃນການເຮັດໜ້າທີ່ປົກປັກ
ຮັກສາຄວາມໝັ້ນຄົງຂອງຊາດ, ເຊິ່ງໄດ້ຮັບການຊີ້ນຳ-ນຳພາຢ່າງເດັດຂາດ, ໂດຍກົງ ແລະຮອບດ້ານຂອງພັກປະຊາຊົນປະຕິວັດລາວ. ດັ່ງນັ້ນ, ກອງທັບເຮົາ
ຕ້ອງສືບຕໍ່ປັບປຸງກໍ່ສ້າງຕົນເອງໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ປອດໃສ, ເປັນກຳລັງຫຼັກແຫຼ່ງແກ່ນສານໃນພາລະກິດປົກປັກຮັກສາຄວາມສະຫງົບ, ຄວາມໝັ້ນຄົງຂອງຊາດ.

     ໃນໂອກາດກ່າວປິດກອງປະຊຸມ ສະຫາຍ ພົນຕີ ວິໄລ ຫຼ້າຄຳຟອງ ຄະນະເລຂາທິການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າ
ກົມໃຫຍ່ການເມືອງກອງທັບ ກໍໄດ້ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາທຸກຂັ້ນ, ພະນັກງານກວດກາແຕ່ລະສະຫາຍ ຈົ່ງພ້ອມກັນຄົ້ນຄວ້າເຊື່ອມຊຶມ, ກຳ
ແໜ້ນບັນດາເນື້ອໃນເອກະສານ, ທິດທາງໜ້າທີ່ ແລະຄາດໝາຍສູ້ຊົນຂອງກອງປະຊຸມຄັ້ງນີ້, ເພື່ອນຳໄປຈັດຕັ້ງຜັນຂະຫຍາຍໃຫ້ປາກົດຜົນເປັນຈິງຢູ່ອົງການ,
ກົມກອງທ້ອງຖິ່ນຂອງຕົນ.