ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດສ້າງຕັ້ງກອງພັນ​ໃຫ່ຍ 621


ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີ ກະຊວງປ້ອງກັນປະເທດ ​ເປັນ​ປະທານ

     ວັນທີ 11 ສິງຫາ ນີ້, ກະຊວງປ້ອງກັນປະເທດ ໄດ້ຈັດພິທີປະກາດສ້າງຕັ້ງ ແລະ ແຕ່ງຕັ້ງບັນດາຫົວໜ້າ ແລະ ຮອງຫົວໜ້າ ກອງພັນໃຫຍ່ 621, ຢູ່ທີ່ສະໂມສອນຫ້ອງ
ວ່າການ ກະຊວງປ້ອງກັນປະເທດ, ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ລັດຖະມົນຕີ ກະຊວງ
ປ້ອງກັນປະເທດ, ມີຄະນະພັກຄະນະນໍາ ກະຊວງປ້ອງກັນປະເທດ, ຄະນະພັກຈາກ 4 ກົມໃຫຍ່ ແລະ ຫ້ອງວ່າການ ກະຊວງປ້ອງກັນປະເທດ, ເຈົ້າແຂວງບໍລິຄໍາໄຊ, ເຈົ້າເມືອງ
ບໍລິຄັນ ແລະ ເມືອງວຽງທອງ, ບັນດາກົມທີ່ຂຶ້ນກັບ 4 ກົມໃຫຍ່, ກອງບັນຊາການທະຫານ ແຂວງ ບໍລິຄໍາໄຊ, ຜູ້ຕາງໜ້າກົມວິທະຍາສາດ ປະຫວັດສາດ ກອງທັບ, ຄະນະ
ກົມປືນໃຫຍ່, ກອງພັນໃຫຍ່ 605, ກອງວັດແທກ 32, ກອງພັນ 615 ແລະ ບໍລິສັດ ເອເຊຍພັດທະນາ ແລະ ກໍ່ສ້າງເຂົ້າຮ່ວມ.

     ສະຫາຍ ພົນຈັດຕະວາ ວົງແກ້ວ ວົງພິລາ ຫົວໜ້າກົມ ປືນໃຫຍ່ ໄດ້ລາຍງານການກະກຽມສ້າງຕັ້ງກອງພັນໃຫຍ່ 621, ໂດຍອີງໃສ່ແຜນຍຸດທະສາດປັບປຸງ ແລະ ກໍ່
ສ້າງກໍາລັງ, ອີງຕາມຄໍາສັ່ງຂອງ ກົມໃຫຍ່ເສນາ ວ່າດ້ວຍການກະກຽມສ້າງຕັ້ງ ກອງພັນໃຫຍ່ 621. ດັ່ງນັ້ນ, ກົມປືນໃຫຍ່ໜ້າາດິນຈຶ່ງໄດ້ສົມທົບກັບ ພາກສ່ວນກ່ຽວຂ້ອງ
ໄດ້ຈັດຕັ້ງປະຕິບັດແຜນຍຸດທະສາດປັບປຸງ ແລະ ກໍ່ສ້າງກໍາລັງຂອງ ກະຊວງປ້ອງກັນປະເທດກໍຄືຄໍາສັ່ງຂອງ ກົມໃຫ່ຍເສນາທິການ ໃນການກະກຽມການສ້າງຕັ້ງ ກອງພັນ
ໃຫຍ່ ເລກທີ 621 ໃຫ້ໄປຕາມລະບຽບຫຼັກການ ແລະ ທັນເວລາສະນັ້ນ ຈຶ່ງໄດ້ປະສານສົມທົບກັບພາກສ່ວນກ່ຽວຂ້ອງສະເໜີຂັ້ນເທິງ ອອກຂໍ້ຕົກລົງແຕ່ງຕັ້ງຄະນະຊີ້ນໍາ
ແລະ ອານຸກໍາມະການຕໍ່ກັບບັນດາວຽກງານຕ່າງໆດັ່ງນີ້: ແຕ່ງຕັ້ງຄະນະຊີ້ນໍາ ແລະ ອານຸກໍາມະການຈັດຊື້-ຈັດຫາພາຫະນະ, ການຄຸ້ມຄອງການກໍ່ສ້າງພື້ນຖານໂຄງລ່າງ, ຄົ້ນ
ຄວ້າກໍານົດໂຄງປະກອບການຈັດຕັ້ງ, ຕໍາແໜ່ງງານ, ຈໍານວນພົນ, ການປະກອບພາຫະນະ, ຊອກຫາສະຖານທີ່ຕັ້ງກອງພັນໃຫຍ່ 621.

     ສະຫາຍ ພັນເອກ ສົມພອນ ມິດຕະພອນ ຫົວໜ້າ ກົມກຳລັງພົນ ໄດ້ຜ່ານຂໍ້ຕົກລົງສ້າງຕັ້ງກອງພັນໃຫຍ່ 621 ແລະ ຂໍ້ຕົກລົງໂອນ-ມອບກອງພັນ3/ກອງຮ້ອຍ 165
ແຂວງ ບໍລິຄໍາໄຊ ໃຫ້ຂຶ້ນກັບກອງພັນໃຫຍ່ 621, ກະຊວງປ້ອງກັນປະເທດ ຕົກລົງສ້າງຕັ້ງກອງພັນໃຫຍ່ ໝາຍເລກລະຫັດ 621 ຂຶ້ນກັບ ກະຊວງປ້ອງກັນປະເທດ, ໂດຍ
ກອງພັນໃຫຍ່ 621 ແມ່ນຫົວໜ່ວຍການຈັດຕັ້ງໜຶ່ງພາຍໃຕ້ການຊີ້ນໍາໂດຍກົງຮອບດ້ານ ຈາກກະຊວງປ້ອງກັນປະເທດ, ກົມໃຫຍ່ເສນາ ເປັນຜູ້ຊີ້ນໍາ-ບັນຊາທາງ ດ້ານວິ
ຊາສະເພາະ, ເຕັກນິກ ແລະ ການປະກອບ, ໂດຍເປັນຫົວໜ່ວຍກົມກອງໜຶ່ງທີ່ເປັນກໍາລັງແຮງຕົ້ນຕໍຂອງ ກະຊວງປ້ອງກັນປະເທດ. ພ້ອມນີ້, ຍັງໄດ້ປະກາດບົ່ງຕົວແຕ່ງຕັ້ງ
ຄະນະພັກ ແລະ ແຕ່ງຕັ້ງບັນດາ ຫົວໜ້າ-ຮອງຫົວໜ້າ ກອງພັນໃຫຍ່ 621 ດັ່ງນີ້: ສະຫາຍ ພັນໂທ ຈູມສີ ສີທະນົງ ເປັນເລຂາຄະນະພັກ, ທັງເປັນ ຫົວໜ້າ ການເມືອງ, ສະ
ຫາຍ ພັນເອກ ວິລະຈິດ ວິວາວົງ ເປັນຮອງເລຂາຄະນະພັກ, ທັງເປັນ ຫົວໜ້າ ການທະຫານ, ສະຫາຍ ພັນໂທ ພອນໄຊ ກັນຍາ ທອນ ເປັນກຳມະການຄະນະພັກ, ປະທານ
ກວດກາພັກ, ເປັນຮອງຫົວໜ້າ ການເມືອງ, ທັງເປັນ ຫົວໜ້າພະແນກການເມືອງ, ສະຫາຍ ພັນໂທ ຄຳກອງ ພອນມະນີ ເປັນກຳມະການຄະນະພັກ ຮອງຫົວໜ້າ ການທະ
ຫານ, ທັງເປັນ ຫົວໜ້າ ພະແນກເສນາທິການ,ສະຫາຍ ພັນໂທ ວັນໄຊ ວົງປັນຍາ ເປັນກຳມະການ ຄະນະພັກ, ເປັນຮອງ ຮັບຜິດຊອບວຽກງານ ພະລາທິການ, ທັງເປັນ ຫົວ
ໜ້າ ພະແນກພະລາທິການ, ສະຫາຍ ພັນໂທ ຄຳຜອງ ມະນີທອງ ເປັນ ກຳມະການ ຄະນະພັກ, ເປັນຮອງ ຮັບຜິດຊອບວຽກງານເຕັກນິກ, ທັງເປັນ ຫົວໜ້າພະແນກເຕັກ ນິກ,
ສະຫາຍ ພັນໂທ ອຸ່ນເຮືອນ ພຸດທະວົງ ເປັນກຳມະການ ຄະນະພັກ.

     ໂອກາດນີ້ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ໃຫ້ກຽດໂອ້ລົມຕໍ່ພະນັກງານທີ່ໄດ້ຮັບໜ້າທີ່ໃໝ່ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານຂອງຕົນ ໃຫ້ສົມກັບຂັ້ນ
ເທິງໄດ້ມອບໝາຍໜ້າທີ່ໃຫ້, ຕ້ອງເພີ່ມທະວີຄວາມຮັກແພງເຊິ່ງກັນ ແລະ ກັນ, ເຮັດວຽກຕ້ອງມີແບບແຜນ, ຕ້ອງສຶກສາໃຫ້ລະອຽດ, ປືກສາໃນໝູ່ຄະນະແລ້ວຈຶ່ງຄ່ອຍປະ
ຕິບັດ, ຕ້ອງຊອກຮູ້ສຶກສາຮໍ່າຮຽນເພື່ອນໍາເອົາຄວາມຮູ້ໃໝ່ໆມານໍາໃຊ້ໃນໜ້າວຽກຕົວຈິງ, ເພື່ອຮັບປະກັນທາງດ້ານວຽກງານປ້ອງກັນຊາດ, ຕ້ອງປັບປຸງກໍ່ສ້າງກໍາລັງຮອບ
ດ້ານຢູ່ສະເໝີ, ພະນັກງານສືບທອດຕ້ອງເລືອກເອົາຜູ້ທີ່ມີຄວາມສາມາດໃນວຽກທີ່ຈະປະຕິບັດ ເພື່ອຮັບປະກັນຄຸນນະພາບ ແລະ ທີ່ ສໍາຄັນເຮັດວຽກຕ້ອງມີແບບແຜນທັນ
ສະໄໝ ເພື່ອພັດທະນາທາງດ້ານວຽກງານປ້ອງກັນຊາດ ຂຶ້ນເປັນກ້າວໆ.