ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫົວໜ້າ ກົມໃຫຍ່ເສນາທິການກອງທັບ ລົງກວດກາ ໂຄງການກໍ່ສ້າງຄ້າຍກອງພັນໃຫຍ່ 621


ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ກຳມະການສູນກາງພັກຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ
ຫົວໜ້າ ກົມໃຫຍ່ເສນາທິການກອງທັບພ້ອມຄະນະລົງກວດກາຄວາມຄືບໜ້າໂຄງການ

     ໃນວັນທີ 10 ສິງຫາ 2020 ນີ້, ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຫົວໜ້າ ກົມໃຫຍ່ເສນາທິ
ການກອງທັບ ພ້ອມຄະນະ ແລະ ພາກສ່ວນທີ່ກ່ຽວຂ້ອງໄດ້ລົງກວດກາຄວາມຄືບໜ້າໂຄງການກໍ່ສ້າງຄ້າຍກອງພັນໃຫຍ່ 621.

     ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ໄດ້ຮັບຟັງການລາຍງານຄວາມຄືບໜ້າ ໂຄງການກໍ່ສ້າງພື້ນຖານໂຄງລ່າງຄ້າຍກອງພັນໃຫຍ່ 621 ຈາກ ທ່ານ ພຶດສະພາ ພູມມະ
ສັກ ປະທານບໍລິສັດ ນໍຣິນໂກ ສປ ຈີນ ຜູ້ຮັບເໝົາກໍ່ສ້າງໃຫ້ຮູ້ວ່າ: ໂຄງການດັ່ງກ່າວໄດ້ເລີ່ມລົງມືການກໍ່ສ້າງຕົວຈິງແຕ່ ເດືອນ ສິງຫາ 2019 ເປັນຕົ້ນມາ, ສ່ວນການກໍ່ສ້າງ
ຕົວຈິງວຽກຊ່າງແສງແມ່ນເລິ່ມແຕ່ ເດືອນ ມິຖຸນາ 2018 ເຊິ່ງບັນດາໜ້າວຽກ ແລະ ຄວາມຄືບໜ້າຂອງ ໂຄງການກໍ່ສ້າງພື້ນຖານໂຄງລ່າງ ກອງພັນໃຫຍ່ 621 ໄດ້ແບ່ງ
ອອກເປັນ 5 ຂົງ​ເຂດ ແລະ 1 ເສັ້ນທາງລວມຄື: ໂຄງການເຂດພື້ນທີ່ລານຍິງ (ໂຊນ C) ວຽກຊ່າງແສງວຽກບຸກເບີກ, ດິນຕັດດິນຖົມລະບົບເດີ່ນຍິງມີເນື້ອທີ່ທັງໝົດ 15
ເຮັກຕາ ສໍາເລັດ 100%, ວາງທໍ່ລະບາຍນໍ້າຂ້າງທາງສໍາເລັດ 20%, ກໍ່ສ້າງຊັ້ນຮອງພື້ນທາງສຳເລັດ 70%, ເຂດທີ່ຕັ້ງ ກອງພັນໃຫຍ່ (ໂຊນ A) ວຽກຊ່າງແສງອະນາໄມ
ດຸດລອກໜ້າດິນ, ດິນຕັດດິນຖົມເນື້ອທີ່ 41,2 ເຮັກຕາ ສໍາເລັດ 100%, ວຽກກໍ່ສ້າງລະບົບເສັ້ນທາງປູຢາງສອງຊັ້ນ ພາຍໃນ (ໂຊນ A) ລວງຍາວທັງໝົດ 3,8 ກິໂລແມັດ,
ລວງກ້ວາງໜ້າທາງ 6 ແມັດ, ມີລະບົບລະບາຍນ້ໍາລອດທາງ ແລະ ລະບົບຮ່ອງນໍ້າຂ້າງທາງປັດຈຸບັນປູຊັ້ນຮອງພື້ນສໍາເລັດ 31%, ກໍ່ສ້າງລະບົບເດີ່ນຈອດລົດປູຢາງສອງຊັ້ນ,
ເດີ່ນຫຍ້າ ແລະ ເດີ່ນບານສໍາເລັດ 31%, ລະບົບລະບາຍນໍ້າໃນເດີ່ນສໍາເລັດ 49%, ລະບົບລະບາຍນໍ້າຂ້າງທາງ ສໍາເລັດ 31%, ວຽກກໍ່ສ້າງພາຍໃນ (ໂຊນ A) ເຂດຫ້ອງ
ການ ກອງພັນໃຫຍ່ ມີ 19 ລາຍການ, 34 ອາຄານ ສໍາເລັດແລ້ວ 40,56%, ເຂດຫ້ອງການ ກອງພັນນ້ອຍ ມີ 8 ລາຍການ, 28 ອາຄານສໍາເລັດແລ້ວ 51,47%, ເຂດ
ກອງຮ້ອຍປ້ອງກັນ ມີ 6 ລາຍການ, 10 ອາຄານ ສໍາເລັດແລ້ວ 46,65%, ເຂດຫ້ອງການ ກອງຮ້ອຍບັນຊາ ແລະ ກອງຮ້ອຍ ສ້ອມແປງລວມມີ 5 ລາຍການ, 14 ອາຄານ
ສໍາເລັດ 48,31%, ກໍ່ສ້າງສາງເຕັກນິກ ແລະ ເຮືອນລົດມີ 7 ລາຍການ 10 ອາຄານ ສໍາເລັດ 64,51%, ກໍ່ສ້າງໂຮງງານນໍ້າປະປາຂະໜາດນ້ອຍ 1 ຫຼັງ. ສໍາເລັດ59,28%,
ວຽກກໍ່ສ້າງຄູກັນເເຕກ 1 ລາຍການສໍາເລັດ 80%, ວຽກກໍ່ສ້າງກຳແພງຮົ້ວ 5 ປະເພດ ສໍາເລັດ 30,10%, ເຂດທີ່ຕັ້ງສາງ (ໂຊນ B) ວຽກ ຊ່າງແສງຕັດດິນຖົມເດີ່ນ 20
ເຮັກຕາ ສໍາເລັດ 100%, ກໍ່ສ້າງລະບົບເສັ້ນທາງປູຢາງສອງຊັ້ນລວງຍາວທັງໝົດ 1,4 ກິໂລແມັດ, ໜ້າທາງກວ້າງ 6 ແມັດ ມີລະບົບ ລະບາຍນໍ້າລອດທາງ, ມີຮ່ອງ ລະ
ບາຍນໍ້າຂ້າງທາງ ສໍາເລັດ 21,33%, ວຽກກໍ່ສ້າງພາຍໃນໂຊນ B, ກໍ່ສ້າງອາຄານມີ 7 ລາຍການ, 3 ອາຄານສໍາເລັດ 33,77%, ວຽກກໍ່ສ້າງຄູກັນເເຕກ ສໍາເລັດ 100%,
ວຽກກໍ່ສ້າງຮົ້ວ ສໍາເລັດ 22,56%, ເຂດທີ່ຕັ້ງ ໂຮງໝໍ (ໂຊນ D) ວຽກຊ່າງແສງບຸກເບີກດິນຕັດດິນຖົມມີເນື້ອທີ່ທັງໝົດ 1 ເຮັກຕາ ສໍາເລັດ 100%, ວຽກກໍ່ສ້າງລະບົບ
ເສັ້ນ ທາງປູຢາງສອງຊັ້ນພາຍໃນ, ລະບົບລະບາຍນໍ້າ, ລະບົບລະ ບາຍນໍ້າຂ້າງທາງ, ວຽກກໍ່ສ້າງ ແມ່ນຍັງຢູ່ຂັ້ນຕອນ ອອກແບບຄືນ ເພື່ອໃຫ້ສອດຄ່ອງຕາມເຕັກນິກຂອງ
ເສນາຮັກ, ເຂດຈຸດຍິງຕົກ (ໂຊນ E) ວຽກຊ່າງແສງກໍ່ສ້າງທາງເຂົ້າຫາປ້ອມສັງເກດຈຸດຍິງຕົກເປັນທາງບຸກເບີກ ແລະ ທະລຸ, ກໍ່ສ້າງລະບົບລະບາຍນໍ້າບາງຈຸດທີ່ມີຄວາມ
ສ່ຽງຕໍ່ການເຊາະສູງ, ໜ້າທາງກວ້າງ 4 ແມັດ, ລວງຍາວທັງໝົດ 17,5 ກິໂລແມັດ ສໍາເລັດ 72%, ວຽກກໍ່ສ້າງເສັ້ນທາງຈາກ (ໂຊນ D) ຫາເຂດທີ່ຕັ້ງສາງອາວຸດ ໂຊນ B
(ເສັ້ນທາງ 1D ໂຊນ A-ໂຊນB) ວຽກຊ່າງແສງວຽກດິນຕັດດິນຖົມສຳເລັດ 100%, ວຽກກໍ່ສ້າງລະບົບເສັ້ນທາງປູຢາງສອງຊັ້ນ, ລະບົບລະບາຍນໍ້າຂ້າງທາງ ແລະ ລອດ
ທາງ, ໜ້າທາງກວ້າງ 8 ແມັດ, ລວງຍາວທັງ ໝົດ 6,88 ກິໂລແມັດ ສໍາເລັດແລ້ວ 60%, ລະບົບລະບາຍນໍ້າໃນເດີ່ນ ແລະ ລະບົບລະບາຍນໍ້າຂ້າງທາງສໍາເລັດ 100%,
ສັງລວມແລ້ວບັນດາໜ້າວຽກຂອງ ໂຄງການກໍ່ສ້າງພື້ນຖານໂຄງລ່າງ ກອງພັນໃຫຍ່ 621 ມາຮອດປັດຈຸບັນວຽກຊ່າງແສງສຳເລັດ 66,27% ແລະ ວຽກກໍ່ສ້າງສຳເລັດ
52,72%(ປະເມີນຄວາມສໍາເລັດທັງໝົດຂອງໂຄງການຕີລາຄາໄດ້ 60%) ຄາດວ່າຈະໃຫ້ ສໍາເລັດ 100% ໃນເດືອນ ກຸມພາ 2021.

     ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ຄະນະຮັບຜິດຊອບຊີ້ນຳໂຄງການ ແລະ ບໍລິສັດຜູ້ຮັບເໝົາທີ່ໄດ້ເອົາໃຈໃສ່ຊີ້ນຳລົງເລິກໃກ້
ຊິດຕິດແທດຢ່າງເປັນປະຈຳເຮັດໃຫ້ໂຄງການມີຄວາມຄືບໜ້າບັນລຸຕາມ​ແຕ່ລະຄາດໝາຍ, ​ເນື່ອງ​ຈາກໂຄງການດັ່ງກ່າວເປັນໂຄງການໜຶ່ງທີ່ສຳຄັນ, ເຖິງວ່າຜ່ານມາຈະພົບ
ຄວາມຫຍຸ້ງຍາກປານໃດກໍ່ຕາມ, ຄະນະຮັບຜິດຊອບ, ບໍລິສັດຜູ້ຮັບເໝົາ ແລະ ພາກສ່ວນທີ່ກ່ຽວຂ້ອງ ກໍ່​ຕ້ອງພ້ອມກັນອົດທົນຜ່ານຜ່າຂໍ້ຫຍຸ້ງຍາກນາໆປະການ ແລະ ສືບ
ຕໍ່ປັບປຸງບາງໜ້າວຽກທີ່ຍັງຄົງຄ້າງເພື່ອດັດແປງແກ້ໄຂໃຫ້ຖືກຕ້ອງ ສອດຄ່ອງຕາມເຕັກນິກມາດຕະຖານແຜນຜັງທີ່ກຳນົດໄວ້ ແລະ ສຸມທຸກສະຕິປັນຍາເຂົ້າໃນການກໍ່ສ້າງ
ພື້ນຖານໂຄງລ່າງຂອງ ກອງພັນໃຫຍ່ 621 ໃຫ້ສຳເລັດຕາມແຜນການທີ່ວາງໄວ້.