ຊື່
ລະຫັດຜ່ານ
ລົງຊື່ເຂົ້າໃຊ້
ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເຜີຍແຜ່ຂໍ້ຕົກລົງຂອງ ວປກ ກ່ຽວກັບການມອບໝາຍ
ຄວາມຮັບຜິດຊອບໃຫ້ບັນດາສະຫາຍທີ່ຖືກແຕ່ງຕັ້ງ

     ໃນວັນທີ 3 ສິງຫາ 2016 ນີ້, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ຈັດຕັ້ງເຜີຍແຜ່ຂໍ້ຕົກລົງຂອງ ວປກ ວ່າດ້ວຍການມອບໝາຍ
ຄວາມຮັບຜິດຊອບໃຫ້ແຕ່ລະສະຫາຍທີ່ຖືກແຕ່ງຕັ້ງຊັບຊ້ອນການຈັດຕັ້ງ ໃໝ່ຂຶ້ນ. ໂດຍການເປັນ ປະທານຂອງ ທ່ານ ພົນຈັດຕະວາ ຄຳຫຼ້າ ພັນໄຊຍະສຸກ
ຄະນະພັກກະຊວງປ້ອງກັນປະເທດ ຫົວໜ້າການເມືອງ ວປກ, ມີຄະນະພັກ-ຄະນະບັນຊາ 11 ຫົວໜ່ວຍ ແລະພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

                                 
                                       ພົນຈັດຕະວາຄຳຫຼ້າພັນໄຊຍະສຸກ ເປັນປະທານເຜີຍແຜ່ຂໍ້ຕົກລົງຂອງ ວປກກ່ຽວກັບການມອບໝາຍຄວາມຮັບຜິດຊອບໃຫ້ບັນດາສະຫາຍທີ່ຖືກແຕ່ງຕັ້ງ

              

     ພັນໂທ ບຸນທອນ ອຸປະພັນ ຮອງຫົວໜ້າກົມການເມືອງ ວປກ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງ ວປກ ເຊິ່ງປະກອບມີ: ຂໍ້ຕົກລົງຂອງຫົວໜ້າວິທະຍາຄານ ປ້ອງກັນຊາດ ໄກສອນ ພົມວິຫານ ວ່າດ້ວຍການມອບ-ໂອນຮ້ານຄ້າ ຂາຍເຄື່ອງຫ້ອງການ ແລະອຸປະກອນການຮຽນໃຫ້ກົມພະລາ-ເຕັກນິກ ວປກ, ຂໍ້ຕົກ
ລົງວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບກວດກາລະບົບນ້ຳ, ໄຟຟ້າ, ການເກັບເງິນຄ່າໄຟຟ້າ ແລະນ້ຳປະປາຢູ່ພາຍໃນ ວປກ, ຂໍ້ຕົກລົງວ່າດ້ວຍການແຕ່ງ
ຕັ້ງຄະນະຮັບຜິດຊອບຈັດຊື້ວັດຖຸມາຮັບໃຊ້ການຮຽນ-ການສອນຢູ່ພາຍໃນ ວປກ, ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະກວດກາບັນຊີລາຍຮັບ-ລາຍຈ່າຍ
ແລະຄັງເງິນສົດ, ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບກວດກາວຽກງານສິລະປະ-ວັນນະຄະດີ, ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດ
ຊອບກວດກາ-ຊີ້ນຳວຽກງານກີລາ, ທັງນີ້ກໍເພື່ອເປັນການປັບປຸງແບບແຜນວິທີເຮັດວຽກ ເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກໃນແຕ່ລະວຽກງານ ແລະມີຜູ້ຮັບຜິດຊອບໂດຍກົງຕໍ່ຄະນະພັກ-ຄະນະບັນຊາ ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງ ການຂອງໜ້າທີ່ການເມືອງໃນໄລຍະໃໝ່ ແລະໄດ້
ດຳເນີນໄປຢ່າງວ່ອງໄວ, ຮັດກຸມ, ຮັບປະກັນປະສິດທິຜົນສູງ, ເຮັດໃຫ້ກົມກອງມີທ່າກ້າວໃໝ່ດີກ່ວາເກົ່າ.

ເວັບໄຊ້ກະຊວງປ້ອງກັນປະເທດ
www.mod.gov.la
ຄຸ້ມຄອງໂດຍ: ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ
ໃບອະນຸຍາດ ສະບັບເລກທີ 1968/ກປທ, ລົງວັນທີ 12/6/2012
ທີ່ຢູ່: ບ.ໂພນເຄັງ, ຖະໜົນ ໄກສອນ ພົມວິຫານ
ໂທ&ແຟກ: 021 911012