ຊື່
ລະຫັດຜ່ານ
ລົງຊື່ເຂົ້າໃຊ້
ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງບັນຊາການທະຫານແຂວງຫົວພັນ ແລະ ແຂວງເຊີນລາຈັດພິທີແຮກສ່ຽວ

     ກອງປະຊຸມແຮກສ່ຽວລະຫວ່າງກອງບັນຊາການທະຫານແຂວງຫົວພັນ ແລະກອງບັນຊາການທະຫານແຂວງເຊີນລາ, ໄດ້ຈັດຂຶ້ນໃນວັນທີ 3 ສິງ
ຫາ 2016 ນີ້, ທີ່ສະໂມສອນຂອງກອງບັນຊາການທະຫານແຂວງເຊີນລາ ໂດຍການເປັນກຽດເຂົ້າຮ່ວມໃນພິທີມີ ສະຫາຍ ນາງ ແພງ ກັນຍາພີມ ຮອງ
ເຈົ້າແຂວງ ແຂວງຫົວພັນ ແລະສະຫາຍ ພົນຈັດຕະວາ ສຸງ ທີນກໍ່ ຮອງຫົວໜ້າກອງບັນຊາການທະຫານເຂດ 2 ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້
ແທນທັງສອງຝ່າຍເຂົ້າຮ່ວມ.

                                 
                                                           ພິທີເຊັນສັນຍາແຮກສ່ຽວລະຫວ່າງກອງບັນຊາການທະຫານແຂວງຫົວພັນ ແລະ ກອງບັນຊາການທະຫານແຂວງເຊີນລາ

                   

     ໃນພິທີ ສະຫາຍ ພັນໂທ ພັນສີ ຊ່ອນມີໄຊ ຮອງຫົວໜ້າກອງບັນຊາການ, ຫົວໜ້າຫ້ອງການເມືອງທະຫານແຂວງຫົວພັນ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງ
ກະຊວງປ້ອງກັນປະເທດ ແລະສະຫາຍ ພັນເອກ ວູ້ຍກວາງຮ່າ ຫົວໜ້າຫ້ອງການກອງບັນຊາການທະຫານແຂວງ ເຊີນລາ ໄດ້ຜ່ານຂໍ້ຕົກລົງຂອງກອງບັນຊາ ການທະຫານເຂດ 2 ກອງທັບປະຊາຊົນຫວຽດນາມ, ວ່າດ້ວຍການຕົກລົງແຮກສ່ຽວລະຫວ່າງ 2 ກອງບັນຊາການທະຫານແຂວງຫົວພັນເຊີນລາ ແລະທະ ຫານເຂດ 2, ໃນພິທີຍັງໄດ້ເປັນເອກະພາບຕໍ່ບັນດາເນື້ອໃນການເຄື່ອນໄຫວແຮກສ່ຽວ, ກອງບັນຊາການທະຫານ 2 ແຂວງ ຕ້ອງເພີ່ມທະວີຄວາມຮັບຜິດ
ຊອບໂຄສະນາສຶກສາອົບຮົມ, ກຳລັງປະກອບອາວຸດ ແລະປະຊາຊົນ, ຖືເອົາວັນທີ 3 ສິງຫາ ປີ 2016 ເປັນວັນມູນເຊື້ອຂອງ 2 ກຳລັງທ້ອງຖິ່ນ, ປະສານສົມ
ທົບແລກປ່ຽນບົດຮຽນຂໍ້ມູນຂ່າວສານດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ. ຈາກນັ້ນ ສະຫາຍ ພັນເອກ ສຸລິນ ພອນ ຄຳພະຈັນ ຄະນະປະຈຳພັກ
ແຂວງ, ຫົວໜ້າການເມືອງກອງບັນຊາການທະຫານແຂວງ ຫົວພັນ ແລະສະຫາຍ ພັນເອກ ພິເສດ ຮວ່າງຫງອກຢູ້ງ ຄະນະປະຈຳພັກແຂວງ, ຫົວໜ້າການ
ທະຫານກອງບັນຊາການທະ ຫານແຂວງເຊີນລາ ໄດ້ລົງນາມເຊັນບົດບັນທຶກ, ສັນຍາເຄື່ອນໄຫວແຮກສ່ຽວ, ໂດຍຊ່ອງໜ້າຄະນະຜູ້ແທນທັງສອງຝ່າຍ.

ເວັບໄຊ້ກະຊວງປ້ອງກັນປະເທດ
www.mod.gov.la
ຄຸ້ມຄອງໂດຍ: ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ
ໃບອະນຸຍາດ ສະບັບເລກທີ 1968/ກປທ, ລົງວັນທີ 12/6/2012
ທີ່ຢູ່: ບ.ໂພນເຄັງ, ຖະໜົນ ໄກສອນ ພົມວິຫານ
ໂທ&ແຟກ: 021 911012