ຊື່
ລະຫັດຜ່ານ
ລົງຊື່ເຂົ້າໃຊ້
ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງ “ ກ 5 ” ເປີດເຝິກອົບຮົມ-ກວດສອບເລຂາ-ຮອງເລຂາຄະນະພັກຮາກຖານຄັ້ງທີ II ປີ 2016

     ໃນວັນທີ 5 ສິງຫາ 2016 ນີ້, ກອງ “ກ 5” ໄດ້ຈັດຕັ້ງພິທີເປີດເຝິກອົບຮົມເລຂາ-ຮອງເລຂາຄະນະພັກຮາກຖານຄັ້ງທີ II ຂຶ້ນ ໂດຍການເປັນປະທານ ຂອງສະຫາຍ ພົນຕີ ວິໄລ ຫຼ້າຄຳຟອງ ຄະນະເລຂາທິການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫ່ຍການເມືອງກອງທັບ ມີ
ສະຫາຍ ພັນເອກ ສົມບັດ ບຸນຄຳກົງ ຮອງຫົວໜ້າກົມຈັດຕັ້ງພັກກົມໃຫ່ຍການເມືອງກອງທັບ, ສະຫາຍ ພັນໂທ ວັນທອງ ບຸດຕະວົງ ຮອງເລຂາຄະນະ
ພັກ ຫົວໜ້າການທະຫານກອງ “ກ 5” ພ້ອມດ້ວຍຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງຈຳປາສັກ, ໂຮງຮຽນເລກ 2 ວຽງໄຊ, ໂຮງໝໍບໍ
ລິເວນ 106, ກອງ “ຂ 645”, ກອງ “ຂ 501”, “ຂ 502” ຕະຫຼອດຮອດພະນັກງານເຝິກອົບຮົມເຂົ້າຮ່ວມຢ່າງພ້ອມພຽງ.

                                 
                                                   ພົນຕີ ວິໄລຫຼ້າຄຳຟອງ ເປັນປະທານເປີດເຝິກອົບຮົມ-ກວດສອບເລຂາ-ຮອງເລຂາຄະນະພັກຮາກຖານຄັ້ງທີ II ປີ 2016

                          

     ການເຝິກອົບຮົມຄັ້ງນີ້ ກໍ່ເພື່ອເປັນການຍົກສູງຄູນະພາບໃນການນຳພາຂອງພັກ ເພີ່ມທະວີຄວາມຮັບຮູ້ ແລະຄວາມສາມາດທາງດ້ານທິດສະດີຫຼັກການ
ເຮັດໃຫ້ວຽກງານພັກ-ວຽກງານການເມືອງຢູ່ບັນດາກົມກອງຮາກຖານໄດ້ຮັບການປະຕິບັດຢ່າງເປັນລະບົບ ແລະທັງເປັນການທົບທວນກວດກາຄວາມຮັບ
ຮູ້ເຂົ້າໃຈຂອງບຸກຄະລາກອນຂອງບັນດາຫົວໜ່ວຍຮາກຖານຕໍ່ກັບແບບແຜນນຳພາການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ເຂົ້າສູ່ວຽກ
ງານຕົວຈິງ ທັງເປັນການຊອກຫາພະນັກງານທີ່ມີພອນສະຫັວນ ແລະມີຄວາມສາມາດປະຕິບັດໜ້າທີ່ໄດ້ຕົວຈິງ.

     ໃນໂອກາດດັ່ງກ່າວ ສະຫາຍ ພົນຕີ ວິໄລ ຫຼ້າຄຳຟອງ ກໍ່ໄດ້ໂອ້ລົມເຊິ່ງສະຫາຍໄດ້ຍົກໃຫ້ເຫັນສະພາບການຂອງໂລກ ແລະພາກພື້ນທີ່ມີການຜັນແປ
ໄປຢ່າງສັບສົນ ເຊິ່ງມັນໄດ້ສົ່ງຜົນກະທົບມີທັງດ້ານຕັ້ງໜ້າ ແລະດ້ານຫຍໍ້ທໍ້ ສະຫາຍຍັງຮຽກຮ້ອງມາຍັງຄະນະພັກ-ຄະນະບັນຊາຕະຫຼອດຮອດພະນັກງານ
ເຝິກອົບຮົມທຸກສະຫາຍຕ້ອງໄດ້ຍົກສູງສະຕິປັນຍາຄວາມຮູ້ຄວາມສາມາດຂອງຕົນເຂົ້າໃນການເຝິກອົບຮົມຄັ້ງນີ້ ໃຫ້ບັນລຸຕາມຈຸດປະສົງທີ່ຄາດໜາຍໄວ້ ເພື່ອພ້ອມກັນນຳເອົາບົດຮຽນດັ່ງກ່າວນຳໄປຈັດຕັ້ງຜັນຂະຫຍາຍເຂົ້າໃນການສຶກສາອົບຮົມພະນັກງານສາມາຊິກພັກ-ນັກຮົບປັບປຸງແບບແຜນໃນການ ຊີ້ນຳໆພາໃຫ້ມີວິທະຍາສາດສາມາດໜູນໃຊ້ເຂົ້າວຽກງານຕົວຈິງ ເພື່ອປັບປຸງກໍ່ສ້າງກົມກອງໃຫ້ມີລະບຽບແບບແຜນທັນສະໄໜຂຶຶ້ນເທື່ອລະກ້າວ.
ເວັບໄຊ້ກະຊວງປ້ອງກັນປະເທດ
www.mod.gov.la
ຄຸ້ມຄອງໂດຍ: ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ
ໃບອະນຸຍາດ ສະບັບເລກທີ 1968/ກປທ, ລົງວັນທີ 12/6/2012
ທີ່ຢູ່: ບ.ໂພນເຄັງ, ຖະໜົນ ໄກສອນ ພົມວິຫານ
ໂທ&ແຟກ: 021 911012