ຊື່
ລະຫັດຜ່ານ
ລົງຊື່ເຂົ້າໃຊ້
ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງ “ ຄ 410 ” ຈັດຕັ້ງກຳລັງຊ່ວຍເຫຼືອປະຊາຊົນທີ່ຖືກໄພນ້ຳຖ້ວມ

     ໃນວັນທີ 12 ສິງຫາ ຜ່ານມານີ້, ຍ້ອນສະພາບອາກາດມີການປ່ຽນແປງມີຝົນຕົກໜັກຕິດຕໍ່ກັນຫລາຍຊົ່ວ ໂມງຢູ່ບໍລິເວນເມືອງຫົງສາ ແຂວງໄຊຍະບູ
ລີ ເປັນສາເຫດເຮັດໃຫ້ນ້ຳຖ້ວມບ້ານເຮືອນ ໄຮ່ ນາ-ສວນ ຂອງປະຊາຊົນ ໂດຍສະເພາະບ້ານແທ່ນຄຳ, ບ້ານສີບຸນເຮືອງ ແລະຫລາຍບ້ານຂອງເມືອງຫົງສາ
ແຂວງໄຊຍະບູລີ ຖືກໄພນ້ຳຖ້ວມຢ່າງໜັກໜ່ວງ.

                                 
                                                                                   ພະນັກງານ-ນັກຮົບກອງ “ ຄ 410 ” ຊ່ວຍເຫຼືອປະຊາຊົນທີ່ຖືກໄພນ້ຳຖ້ວມຢູ່ເມືອງຫົງສາ

        

     ຕໍ່ສະພາບການດັ່ງກ່າວກອງ “ຄ 410” ທະຫານແຂວງໄຊຍະບູລີໄດ້ຈັດຕັ້ງກຳລັງຂອງກົມກອງ 2 ກອງ ຮ້ອຍເພີ່ມທະວີເຂົ້າຊ່ວຍເຫລືອປະຊາຊົນທີ່ໄດ້
ຮັບຜົນກະທົບໃນຄັ້ງນີ້ ເຊິ່ງນຳພາໂດຍ ພັນໂທ ພູເຂົາຄຳ ທີແກ້ວ ຫົວໜ້າການເມືອງກອງ “ຄ 410” ໃນການຊ່ວຍເຫລືອຄັ້ງນີ້ແມ່ນມີຄວາມຫຍຸ້ງຍາກ
ພໍສົມຄວນ ເນື່ອງຈາກວ່າກະແສນ້ຳໄຫລແຮງ-ມີຄວາມເລິກ, ມີວັດຖຸສິ່ງຂອງ, ໂຄນໄມ້ ແລະອື່ນໆໄຫລມາ ແຕ່ອ້າຍນ້ອງພະນັກງານ-ນັກຮົບກໍໄດ້ຕັດສິນ
ໃຈຜ່ານຜ່າ ແລະສາມາດກອບກູ້ເອົາເຄື່ອງຂອງ ແລະປະຊາຊົນບ້ານແທ່ນຄຳທີ່ຖືກກະທົບໜັກໄປຢູ່ເຂດທີ່ປອດໄພໄດ້ 100%.

     ສຳລັບບ້ານເຮືອນທີ່ໄດ້ຮັບຜົນກະທົບໃນຄັ້ງນີ້ ບ້ານແທ່ນຄຳແມ່ນກວມເອົາປະມານ 95% ຂອງຈຳນວນຄົວເຮືອນທັງໝົດ ແລະບ້ານສີບຸນເຮືອງ
ກວມເອົາປະມານ 15% ສ່ວນຜົນເສຍຫາຍທາງດ້ານຊັບສິນແມ່ນທາງການທ້ອງຖິ່ນຍັງບໍ່ທັນໄດ້ປະເມີນລາຍລະອຽດເທື່ອ ຕໍ່ກັບສະພາບການດັ່ງກ່າວ
ກອງ “ຄ 410” ຍັງຈະສືບຕໍ່ເຄື່ອນໄຫວຊ່ວຍເຫລືອປະຊາຊົນ ທີ່ໄດ້ຮັບຜົນກະທົບໃນການປັບປຸງສ້ອມແປງເຮືອນຊານບ້ານຊ່ອງໃຫ້ກັບຄືນສູ່ສະພາບ
ປົກກະຕິໂດຍໄວ.

ເວັບໄຊ້ກະຊວງປ້ອງກັນປະເທດ
www.mod.gov.la
ຄຸ້ມຄອງໂດຍ: ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ
ໃບອະນຸຍາດ ສະບັບເລກທີ 1968/ກປທ, ລົງວັນທີ 12/6/2012
ທີ່ຢູ່: ບ.ໂພນເຄັງ, ຖະໜົນ ໄກສອນ ພົມວິຫານ
ໂທ&ແຟກ: 021 911012