ຊື່
ລະຫັດຜ່ານ
ລົງຊື່ເຂົ້າໃຊ້
ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ພົນຈັດຕະວາ ວົງຄຳ ພົມມະກອນ ລົງກວດກາໂຄງການກໍ່ສ້າງຢູ່ຈຸດສຸມບ້ານອ່າວ

     ຫວ່າງມໍ່ໆນີ້, ທ່ານ ພົນຈັດຕະວາ ວົງຄຳ ພົມມະກອນ ຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ, ຮອງຫົວ
ໜ້າຄະນະຊີ້ນຳວຽກງານກໍ່ສ້າງຮາກຖານການເມືອງ-ພັດທະນາ 3 ຈຸດສຸມແຂວງໄຊສົມບູນ ໄດ້ລົງກວດກາໂຄງການ-ການກໍ່ສ້າງສຳນັກໝວດພະນັກ
ງານກໍ່ສ້າງຮາກຖານຢູ່ 3 ບ້ານຄື: ບ້ານອ່າວເໜືອ ມີຈຳນວນ 4 ຫລັງ ເຊິ່ງມີຂະໜາດ 16x9,8 ແມັດ, ສຳເລັດແລ້ວ 100% ບ້າວອ່າວໃຕ້ ມີ 1 ຫລັງ ຂະໜາດ 14x9,8 ແມັດ ສຳເລັດ 100%, ບ້ານອ່າວກາງ ມີ 1 ຫຼັງ ຂະໜາດ 14x9,8 ແມັດສຳເລັດແລ້ວ 80% ໂດຍແມ່ນບໍລິສັດສີສະເກດເປັນ
ຜູ້ຮັບເໝົາກໍ່ສ້າງ ແລະໄດ້ລົງກວດກາການສຳຫຼວດແລວທາງ ແລະສະຖານທີ່ກໍ່ສ້າງສະໜາມບິນຢູ່ ບ້ານທົ່ງແຂມ ເມືອງອານຸວົງ, ແຂວງໄຊສົມບູນ ຕື່ມອີກ.

                                 
                                                                                  ພົນຈັດຕະວາວົງຄຳ ພົມມະກອນ ລົງກວດກາໂຄງການກໍ່ສ້າງຢູ່ຈຸດສຸມບ້ານອ່າວ

         

     ທັງນີ້ກໍເພື່ອເປັນການລົງໃກ້ສິດຕິດແທດ, ຊີ້ນຳການຈັດຕັ້ງໄປປະຕິບັດໂຄງການດັ່ງກ່າວໃຫ້ສຳເລັດຕາມແຜນການຄາດໝາຍທີ່ໄດ້ວາງໄວ້.

ເວັບໄຊ້ກະຊວງປ້ອງກັນປະເທດ
www.mod.gov.la
ຄຸ້ມຄອງໂດຍ: ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ
ໃບອະນຸຍາດ ສະບັບເລກທີ 1968/ກປທ, ລົງວັນທີ 12/6/2012
ທີ່ຢູ່: ບ.ໂພນເຄັງ, ຖະໜົນ ໄກສອນ ພົມວິຫານ
ໂທ&ແຟກ: 021 911012