ຊື່
ລະຫັດຜ່ານ
ລົງຊື່ເຂົ້າໃຊ້
ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ການເມືອງກອງທັບປາຖະກະຖາຜົນສຳເລັດກອງປະຊຸມໃຫຍ່
ຜູ້ແທນທົ່ວປະເທດຄັ້ງທີ່ X ຂອງແນວລາວສ້າງຊາດ

     ໃນວັນທີ 15 ສິງຫານີ້, ທີ່ສະໂມສອນກົມໃຫຍ່ການເມືອງກອງທັບໄດ້ຈັດພິທີປາຖະກະຖາຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ X
ຂອງແນວລາວສ້າງຊາດ, ໂດຍການເປັນປະທານຂອງ ທ່ານ ປອ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວ
ລາວສ້າງຊາດ, ມີທ່ານ ພົນຕີ ວິໄລ ຫຼ້າຄຳຟອງ ເລຂາທິການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງ
ທັບ ແລະບັນດາສະຫາຍຄະນະພັກອົງການກົມໃຫຍ່, ພະນັກງານ-ນັກຮົບທີ່ຂຶ້ນກັບກົມໃຫຍ່ການເມືອງກອງທັບເຂົ້າຮ່ວມ.

                                 
                                     ທ່ານປອ ໄຊສົມພອນພົມວິຫານ ເປັນປະທານປາຖະກະຖາຜົນສຳເລັດກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ X ຂອງແນວລາວສ້າງຊາດ

     ໂອກາດນີ້ ທ່ານ ປອ ໄຊສົມພອນ ພົມວິຫານ ໄດ້ຍົກໃຫ້ເຫັນຜົນງານ ແລະໄຊຊະນະໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ-ລັດ ຕາມ
ພາລະບົດບາດຂອງແນວລາວຮັກສາຊາດໃນໄລຍະຜ່ານມາ ແລະທິດທາງໜ້າທີ່ໃໝ່ໃນຕໍ່ໜ້າ ເຊິ່ງກອງປະຊຸມໃຫຍ່ຄັ້ງທີ X ຂອງແນວລາວສ້າງຊາດໄດ້
ວາງຄາດໝາຍສູ້ຊົນຄື: ເພີ່ມທະວີ ຄວາມສາມັກຄີທົ່ວປວງຊົນ, ປຸກລະດົມທຸກກຳລັງເຂົ້າຮ່ວມຂະບວນການແຂ່ງຂັນຮັກຊາດ ແລະພັດທະນາ, ຫັນທິດ
ລົງຮາກຖານ, ກຳແໜ້ນປະຊາຊົນ, ພົບປະສຶກສາອົບຮົມ ແລະກຳໄດ້ຄວາມມຸ້ງມາດປາຖະໜາຂອງປະຊາຊົນ, ຍົກສູງຄູນະພາບການເຄື່ອນໄຫວຂອງແນວ
ລາວສ້າງຊາດ ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງ ໜ້າທີ່ການເມືອງໄລຍະໃໝ່.

ເວັບໄຊ້ກະຊວງປ້ອງກັນປະເທດ
www.mod.gov.la
ຄຸ້ມຄອງໂດຍ: ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ
ໃບອະນຸຍາດ ສະບັບເລກທີ 1968/ກປທ, ລົງວັນທີ 12/6/2012
ທີ່ຢູ່: ບ.ໂພນເຄັງ, ຖະໜົນ ໄກສອນ ພົມວິຫານ
ໂທ&ແຟກ: 021 911012