ຊື່
ລະຫັດຜ່ານ
ລົງຊື່ເຂົ້າໃຊ້
ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະຜູ້ແທນວິຊາການຈາກກົມໃຫຍ່ເຕັກນິກກອງທັບ
ປະຊາຊົນຫວຽດນາມ ລົງເຄື່ອນໄຫວ ແລະ ເຮັດວຽກຢູ່ກອງ “ ຂ 641 ”

          ໃນວັນທີ 5 ສິງຫາ 2016 ທີ່ຜ່ານມາ, ຄະນະວິຊາການຈາກກົມໃຫຍ່ເຕັກນິກກອງທັບປະຊາຊົນຫວຽດນາມ ນຳໂດຍ ພັນເອກ ຫງວຽນຫົງເວິນ
ພ້ອມຄະນະໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະເຮັດວຽກຢູ່ກອງ“ຂ 641” ໂດຍໄດ້ຮັບການຕ້ອນຮັບຈາກ ພັນເອກ ນວນຕາ ທັນມະຈັກ ຫົວໜ້າການທະ
ຫານກອງ “ຂ 641”, ພັນໂທ ບຸນຊູ ບຸດສະດີ ຮອງຫົວໜ້າກົມຄູນະພາບ ແລະການວັດແທກ ພ້ອມດ້ວຍຄະນະ, ມີຫົວຫນ້າ 5 ພະແນກການ, ຂະແຫນງ
ການພາຍໃນກົມກອງເຂົ້າຮ່ວມ.

                                 
                                                                             ພັນເອກ ນວນຕາທັນມະຈັກ ຕ້ອນຮັບຄະນະຜູ້ແທນວິຊາການກົມໃຫຍ່ເຕັກນິກກອງທັບຫວຽດນາມ

     ໂອກາດດຽວກັນນີ້ ຍັງໄດ້ແລກປ່ຽນຄຳຄິດຄຳເຫັນເຊິ່ງກັນ ແລະກັນ ໂດຍສະເພາະແມ່ນວຽກງານມາດຖານການວັດແທກຄູນະພາບໃຫ້ກົມໃຫຍ່
ເຕັກ ນິກເວົ້າລວມ ເວົ້າສະເພາະຢູ່ກອງ “ຂ 641” ໃຫ້ມີຄູນະພາບຄວາມເປັນຈິງຂອງກອງທັບເຮົາ ແລະບັນຫາຕ່າງໆທີ່ທັງສອງຝ່າຍມີຄວາມສົນໃຈ
ຮ່ວມກັນ ໃນໂອກາດດັ່ງກ່າວ ພັນເອກນວນຕາ ທັນມະຈັກ ຫົວຫນ້າການທະຫານກອງ “ຂ 641” ກໍໄດ້ຕາງຫນ້າໃຫ້ຄະນະພັກ-ຄະນະບັນຊາສະແດງ
ຄວາມຂອບອົກຂອບໃຈຕໍ່ຄະນະທີ່ໄດ້ມີໂອກາດລົງມາຢ້ຽມຢາມກົມກອງ ທັງໄດ້ແລກປ່ຽນບົດຮຽນດ້ານເຕັກນິກວິຊາສະເພາະຍົກລະດັບຄວາມຮັບຮູ້
ແລະບັນຫາອື່ນໆທີ່ກ່ຽວຂ້ອງ ທັງເປັນການເສີມສ້າງໄມຕີຈິດມິດຕະພາບທີ່ດີຕໍ່ກັນ ເວົ້າລວມແມ່ນສອງກະຊວງປ້ອງກັນປະເທດ ລາວ-ຫວຽດນາມ
ໃຫ້ແຫນ້ນແຟ້ນຍິ່ງໆຂຶ້ນ.

ເວັບໄຊ້ກະຊວງປ້ອງກັນປະເທດ
www.mod.gov.la
ຄຸ້ມຄອງໂດຍ: ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ
ໃບອະນຸຍາດ ສະບັບເລກທີ 1968/ກປທ, ລົງວັນທີ 12/6/2012
ທີ່ຢູ່: ບ.ໂພນເຄັງ, ຖະໜົນ ໄກສອນ ພົມວິຫານ
ໂທ&ແຟກ: 021 911012