ຊື່
ລະຫັດຜ່ານ
ລົງຊື່ເຂົ້າໃຊ້
ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ການເມືອງກອງທັບຈັດຕັ້ງເຊື່ອມຊຶມກົດລະບຽບ
ຂອງພັກປະຊາຊົນປະຕິວັດລາວ ສະໄໜທີ X


     ວັນທີ 12 ສິງຫາ ນີ້, ກົມໃຫຍ່ການເມືອງກອງທັບຈັດຕັ້ງເຊື່ອມຊຶມກົດລະບຽບຂອງພັກປະຊາຊົນ ປະຕິວັດລາວ ສະໄໝທີ X ໂດຍການເປັນປະທານ
ຂອງ ທ່ານ ພົນຈັດຕະວາ ວໍລະສານ ວິລັດດາວົງ ຄະນະພັກກະຊວງປ້ອງກັນປະເທດ ຫົວໜ້າກົມຈັດຕັ້ງພັກກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະ
ນະບັນຊາ, ກົມນ້ອຍ, ຫ້ອງການ, ພະນັກງານສະມາຊິກພັກເຂົ້າຮ່ວມ.


 
ພົນຈັດຕະວາວໍລະສານວິລັດດາວົງ ເປັນປະທານຈັດຕັ້ງເຊື່ອມຊຶມກົດລະບຽບຂອງພັກປະຊາຊົນ ປະຕິວັດລາວສະໄໝທີ X

     ໂອກາດນີ້ ທ່ານ ພົນຈັດຕະວາ ວໍລະສານ ວິລັດດາວົງ ກໍໄດ້ເຜີຍແຜ່ເອກະສານເນື້ອໃນພື້ນຖານກ່ຽວກັບການກໍ່ສ້າງພັກ ແລະປັບປຸງຕົນເອງຂອງພະ
ນັກງານສະມາຊິກພັກຕາມ 5 ມາດຖານ 3 ທິດນຳຂອງພັກໃນການ ຈັດຕັ້ງເຊື່ອມຊຶມກົດລະບຽບຂອງພັກປະຊາຊົນ ປະຕິວັດລາວ ສະໄໝທີ X, ແນໃສ່
ເຮັດໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ, ສະມາຊິກພັກທຸກສະຫາຍຕ້ອງໄດ້ກຳແໜ້ນ ແລະປະຕິບັດຢ່າງຖືກຕ້ອງ ແລະເຂັ້ມງວດຕາມແນວທາງນະໂຍ
ບາຍປ່ຽນແປງໃໝ່ຂອງພັກເຮົາ ບົນຈິດໃຈມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ X ຂອງພັກ ໂດຍສະເພາະແມ່ນຂົງເຂດວຽກງານປ້ອງກັນຊາດ ປ້ອງກັນຄວາມສະຫງົບ ແມ່ນຮັບປະກັນໃຫ້ມີສະຖຽນລະພາບທາງດ້ານການເມືອງໃຫ້ໜັກແໜ້ນ, ສັງຄົມມີຄວາມປອດໃສບົນພື້ນຖານດັ່ງກ່າວມັນຮຽກ
ຮ້ອງໃຫ້ພະນັກງານສະມາຊິກພັກຕ້ອງໄດ້ຍົກສູງທັດສະນະຫຼັກໝັ້ນ, ຄຸນສົມບັດສິນທຳປະຕິວັດ, ຄຸນທາດການເມືອງໃຫ້ໜັກແໜ້ນ, ມີຄວາມເດັດດ່ຽວ
ໜຽວແໜ້ນ, ກ້າເຮັດກ້າຮັບຜິດຊອບ, ບຸກທະລຸແນວຄິດອັນໃໝ່, ທາງດ້ານທັດສະນະຫຼັກໝັ້ນໃຫ້ມີການຫັນປ່ຽນ ພ້ອມເປັນເຈົ້າການຕອບຕ້ານທຸກ
ກົນອຸບາຍທຳລາຍມ້າງເພຂອງສັດຕູ, ປະກອບສ່ວນເປັນກ້ອນກຳລັງແຮງໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ.

ເວັບໄຊ້ກະຊວງປ້ອງກັນປະເທດ
www.mod.gov.la
ຄຸ້ມຄອງໂດຍ: ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ
ໃບອະນຸຍາດ ສະບັບເລກທີ 1968/ກປທ, ລົງວັນທີ 12/6/2012
ທີ່ຢູ່: ບ.ໂພນເຄັງ, ຖະໜົນ ໄກສອນ ພົມວິຫານ
ໂທ&ແຟກ: 021 911012