ຊື່
ລະຫັດຜ່ານ
ລົງຊື່ເຂົ້າໃຊ້
ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ພິທີສະເຫຼີມສະຫຼອງວັນສ້າງຕັ້ງໂຮງໝໍ 103 ຄົບຮອບ 40 ປີ

     ຕອນເຊົ້າວັນທີ 12 ສິງຫາ 2016 ນີ້, ທີ່ສະໂມສອນໃຫຍ່ໂຮງໝໍ 103 ນະຄອນຫຼວງວຽງຈັນ ໄດ້ມີພິທີສະເຫຼີມສະຫຼອງວັນສ້າງຕັ້ງໂຮງໝໍດັ່ງກ່າວ ຄົບຮອບ 40 ປີ (12/8/1976- 12/8/2016) ຂຶ້ນ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ພົນຕີ ວິໄລ ຫຼ້າຄຳຟອງ ຄະນະເລຂາທິການສູນກາງພັກ
ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີທ່ານ ພົນຈັດຕະວາ ຄຳເພັດ ສີຊານົນ ຄະນະປະຈຳພັກ ຮອງຫົວໜ້າ
ກົມໃຫຍ່ພະລາທິການກອງທັບ, ມີຜູ້ຕາງໜ້າຈາກໂຮງໝໍສູນກາງ 108 ສສ ຫວຽດນາມ, ຕາງໜ້າຈາກສະຖານທູດຫວຽດນາມປະຈຳ ສປປ ລາວ, ມີ
ບັນດາຄະນະອຳນວຍການ, ແພດ-ໝໍ, ພະນັກງານອະວຸໂສບຳນານ ແລະແຂກຖືກເຊີນເຂົ້າຮ່ວມ.

                                 
                                                                          ພົນຕີ ວິໄລ ຫຼ້າຄຳຟອງ ເປັນປະທານພິທີສະເຫຼີມສະຫຼອງວັນສ້າງຕັ້ງໂຮງໝໍ 103 ຄົບຮອບ 40 ປີ

                 

     ໃນພິທີ ພັນເອກ ດຣ ນາງ ວັນເພັງ ພວງສາວະດີ ຫົວໜ້າການເມືອງໂຮງໝໍ 103 ໄດ້ຂຶ້ນເລົ່າຄືນມູນເຊື້ອການກຳເນີດ, ເຕີບໃຫຍ່ຂະຫຍາຍຕົວຕະ
ຫຼອດ 40 ປີ. ຜ່ານຂະບວນວິວັດແຫ່ງສົງຄາມປະຊາຊົນຕໍ່ຕ້ານກັບພວກຈັກກະພັດຝຣັ່ງໄລຍະ 8-9 ປີ, ໄປຄຽງຄູ່ກັບການເຕີບໃຫຍ່ຂະຫຍາຍຕົວຂອງ
ກອງທັບປະຊາຊົນລາວນັ້ນ, ບັນດາໂຮງໝໍແຫ່ງຕ່າງໆໃນເຂດທີ່ໝັ້ນປະຊາຊົນປະຕິວັດ ກໍຄືເຂດກອງຫຼອນພຽງແຕ່ກໍ່ຕັ້ງເປັນຮູບຮ່າງໜ່ວຍເຊີດຊູກະທັນ
ຫັນ ແລະໜ່ວຍປິ່ນປົວປະກອບເຂົ້າກັບໂຮງໝໍອາສາສະໝັກເພື່ອນບ້ານຫວຽດນາມ, ບໍ່ທັນໄດ້ເປັນຮູບຮ່າງໂຮງໝໍ. ຫຼັງຈາກກອງທັບ ແລະປະຊາຊົນເຮົາ
ໄດ້ຮັບໄຊຊະນະອັນໃຫຍ່ຫຼວງ, ມີເຂດປົດປ່ອຍກວ້າງຂວາງໃນປີ 1953-1954 ໂຮງໝໍແຫ່ງທຳອິດກໍໄດ້ສ້າງຕັ້ງຂຶ້ນຢູ່ດິນແດນຖານທີ່ໝັ້ນແຫ່ງໜຶ່ງຂອງ
ແຂວງ ຫົວພັນ ຢູ່ບ້ານນາສ້ານ-ຕາແສງ ຊຽງແມນ ເມືອງຊຳເໜືອ ພາຍໃຕ້ການນຳພາຂອງເສນາຮັກສູນກາງ, ໜ້າທີ່ຂອງໂຮງໝໍເວລານີ້ແມ່ນຮັບໃຊ້ກຳ
ລັງປະກອບອາວຸດ ແລະກຳລັງປະຕິວັດ ພ້ອມທັງພໍ່ແມ່ປະຊາຊົນຈຳນວນໜຶ່ງຢູ່ເຂດເຕົ້າໂຮມສອງແຂວງຫົວພັນ ແລະຜົ້ງສາລີ. ແຕ່ປີ 1975-1976 ໄປ
ຄຽງຄູ່ກັບການເຕີບໃຫຍ່ຂະຫຍາຍຕົວ ແລະເຂັ້ມແຂງຂອງກອງທັບປະຊາຊົນລາວ, ເຫຼົ່າຮົບເສນາຮັກກໍໄດ້ເອົາໃຈໃສ່ປັບປຸງກໍ່ສ້າງຂຶ້ນຢ່າງບໍ່ຢຸດຢັ້ງ ແລະ
ໄດ້ຜັນຂະຫຍາຍຕານ່າງເຊີດຊູກະທັນຫັນຢູ່ທຸກໆສະໜາມຮົບ ແລະສ້າງຕັ້ງໂຮງໝໍແນວຫຼັງຂອງແຕ່ລະດ້ານຮົບ, ກະກຽມໃຫ້ແກ່ການຍຶດອຳນາດໃນທົ່ວ
ປະເທດ ແລະກອງທັບເຮົາກໍເຮັດລ້ອນໜ້າທີ່ເປັນກຳລັງໜູນອັນແຂງແຮງໃຫ້ແກ່ຂະບວນການລຸກຮືຂຶ້ນຍຶດອຳ ນາດໃນທົ່ວປະເທດ ໄປພ້ອມໆກັບການ
ລຸກຮືຂຶ້ນຍຶດອຳນາດນັ້ນ ວັນທີ 12 ສິງຫາ 1976 ກໍໄດ້ປະກາດສ້າງຕັ້ງເປັນໂຮງໝໍ 103 ກອງທັບ ປະຊາຊົນລາວຢ່າງເປັນທາງການ ໂດຍສັງຮວມແລ້ວ
ໂຮງໝໍ 103 ໃນມື້ນີ້ມີຕົ້ນກຳ ເນີດ ແລະສືບເນື່ອງມາຈາກໂຮງໝໍ 102 ນາຫວີດໃນເມື່ອກ່ອນ. ປັດຈຸບັນໂຮງໝໍ 103 ໄດ້ສືບຕໍ່ຂະຫຍາຍຕົວ ແລະ
ປັບປຸງຕົນເອງຢ່າງບໍ່ຢຸດຢັ້ງ ສະແດງອອກຕຽງນອນຄົນເຈັບໄດ້ເພີ່ມຂຶ້ນເປັນ 400 ຕຽງ, ມີ 4 ຫ້ອງ, ມີ 47 ພະແນກການ, ມີຕຶກອາຄານທີ່ທັນສະໄໝ
ທີ່ສຸດ, ມີພາຫະນະວັດຖຸອຸປະກອນເຄື່ອງຮັບໃຊ້ວິຊາສະເພາະຄົບຊຸດ, ມີພະນັກງານແພດ-ໝໍ ເກືອບ 500 ຄົນ ທີ່ມີຄວາມສາມາດປິ່ນປົວພະຍາດສຳຄັນ
ທຽບເທົ່າກັບໂຮງໝໍອື່ນໆ ພາຍໃນປະເທດ ແລະທຽບເທົ່າກັບສາກົນ ໂດຍສະເພາະແມ່ນດ້ານການຜ່າຕັດ.

     ໃນໂອກາດເຂົ້າຮ່ວມພິທີ ທ່ານ ພົນຕີ ວິໄລ ຫຼ້າຄຳຟອງ ຫົວໜ້າກົມໃຫຍ່ການເມືອງກອງທັບ ກໍໄດ້ມີຄຳເຫັນໂອ້ລົມບາງດ້ານທີ່ຄະນະພັກ-ຄະນະອຳ
ນວຍການ ແລະພະນັກງານແພດ-ໝໍທົ່ວໂຮງໝໍ 103 ຕ້ອງເອົາໃຈໃສ່ຕື່ມ ເປັນຕົ້ນສຸມໃສ່ປັບປຸງກໍ່ສ້າງກຳລັງໃນທຸກດ້ານໃຫ້ມີຄູນະພາບ ແລະມີການຫັນ
ປ່ຽນຢ່າງເດັ່ນຊັດ, ເພີ່ມທະວີວຽກງານສຶກສາອົບຮົມການເມືອງແນວຄິດ ເຮັດໃຫ້ສະມາຊິກພັກ, ພະນັກງານ-ນັກຮົບ, ແພດ-ໝໍທຸກຄົນເຊື່ອມຊຶມ ແລະ
ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກວາງອອກ ກໍຄືມະຕິກອງປະຊຸມໃຫຍ່ຄັ້ງທີ IV ຂອງຄະນະພັກກະຊວງປ້ອງກັນປະເທດວາງອອກໃຫ້
ປາກົດຜົນເປັນຈິງ, ເສີມຂະຫຍາຍທາດແທ້ 6 ມູນເຊື້ອຂອງກອງທັບ, ເອົາໃຈໃສ່ເປັນຫ່ວງເປັນໃຍຕໍ່ໂຊກສະຕາກຳຂອງຜູ້ບາດເຈັບ ແລະເຈັບປ່ວຍເໝືອນ
ດັ່ງເລືອດເນື້ອຂອງຕົນ, ມີນ້ຳໃຈເສຍສະຫຼະເພື່ອຊາດ, ເພື່ອປະຊາຊົນ “ ຫຍຸ້ງຍາກປານໃດກໍຕ້ອງບຸກ, ທຸກຍາກປານໃດກໍຜ່ານຜ່າ ” ບ່ອນໃດຊາດຕ້ອງການ
ກໍຕ້ອງມີໜ້າ, ພ້ອມກັນເຮັດສຳເລັດໜ້າທີ່ຢ່າງຈົບງາມ.
ເວັບໄຊ້ກະຊວງປ້ອງກັນປະເທດ
www.mod.gov.la
ຄຸ້ມຄອງໂດຍ: ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ
ໃບອະນຸຍາດ ສະບັບເລກທີ 1968/ກປທ, ລົງວັນທີ 12/6/2012
ທີ່ຢູ່: ບ.ໂພນເຄັງ, ຖະໜົນ ໄກສອນ ພົມວິຫານ
ໂທ&ແຟກ: 021 911012