ຊື່
ລະຫັດຜ່ານ
ລົງຊື່ເຂົ້າໃຊ້
ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດແຕ່ງຕັ້ງຮອງຫົວໜ້າການເມືອງກອງບັນຊາການທະຫານແຂວງອັດຕະປື

     ພິທີປະກາດການແຕ່ງຕັ້ງຮອງຫົວໜ້າການເມືອງກອງບັນຊາການທະຫານແຂວງອັດຕະປື. ໄດ້ຈັດຂຶ້ນໃນວັນທີ 4 ສິງຫາ 2016 ຜ່ານມານີ້, ໂດຍໃຫ້
ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ພົນຕີ ວິໄລ ຫຼ້າຄຳຟອງ ຄະນະເລຂາທິການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່
ການເມືອງກອງທັບ, ມີຕາງໜ້າຄະນະຈັດຕັ້ງແຂວງ, ມີບັນດາສະຫາຍພະນັກງານຫຼັກແຫຼ່ງ ແລະຕາງໜ້າກົມກອງອ້ອມຂ້າງເຂົ້າຮ່ວມ.

                                 
                                                              ພົນຕີວິໄລຫຼ້າຄຳຟອງ ເປັນປະທານປະກາດການແຕ່ງຕັ້ງຮອງຫົວໜ້າການເມືອງກອງບັນຊາການທະຫານແຂວງອັດຕະປື

                             

     ອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ ໝວດທີ IV ມາດຕາ 21, ວ່າດ້ວຍການແຕ່ງຕັ້ງ ແລະຍົກຍ້າຍນາຍທະຫານ. ລັດຖະມົນຕີກະ ຊວງປ້ອງກັນປະເທດໄດ້ແຕ່ງຕັ້ງສະຫາຍ ພັນໂທ ບຸນມີ ໄຊປັນຍາ ຄະນະພັກກອງບັນຊາການ ເປັນຮອງຫົວໜ້າການເມືອງ ທັງເປັນຫົວໜ້າຫ້ອງການເມືອງ
ກອງບັນຊາການທະຫານແຂວງອັດຕະປື. ການປະກາດແຕ່ງຕັ້ງໃນຄັ້ງນີ້, ຖືເປັນການປະຕິບັດຕາມທິດທາງກ່ຽວກັບການປັບປຸງບູລະນະກົງ ຈັກການຈັດຕັ້ງ
ນຳພາ-ບັນຊາໃນກຳລັງປະກອບອາວຸດໃຫ້ນັບມື້ເຂັ້ມແຂງ, ໜັກແໜ້ນຮອບດ້ານ ເພື່ອນຳພາອົງການ ກົມກອງ ເຮັດສຳເລັດໜ້າທີ່ປົກປັກຮັກສາ ແລະສ້າງ
ສາພັດທະນາປະເທດຊາດໃນໄລຍະໃໝ່ໃຫ້ກ້າວຂື້ນຢ່າງບໍ່ຢຸດຢັ້ງ.

     ໂອກາດນີ້, ທ່ານ ພົນຕີ ວິໄລ ຫຼ້າຄຳຟອງ ກໍ່ໄດ້ມີຄຳເຫັນຊີ້ນຳວ່າ : ການປັບປຸງບູລະນະການຈັດຕັ້ງເທືອນີ້, ແມ່ນອີງຕາມຄວາມຮຽກຮ້ອງຕ້ອງການ
ຂອງໜ້າທີ່ການເມືອງໃນໄລຍະໃໝ່ຂອງກົມກອງ. ສະນັ້ນ ສຳລັບຜູ້ທີ່ໄດ້ຮັບການແຕ່ງຕັ້ງໃໝ່ ຕ້ອງສືບຕໍ່ຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ
ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານໃຫ້ສູງຂຶ້ນຕື່ມ ຕ້ອງເປັນແບບຢ່າງທີ່ດີໃນການເຄື່ອນໃຫວເຮັດໜ້າທີ່ວຽກງານ ແລະການດຳລົງຊີວິດທີ່ປອດໃສ
ຂາວສະອາດ ພ້ອມກັນເສີມຂະຫຍາຍຄວາມສາມັກຄີໃນໝູ່ຄະນະໃຫ້ເລິກເຊິ່ງ, ມີແບບແຜນວິທີເຮັດວຽກ ແລະແບບແຜນນຳພາທີ່ດີ ພ້ອມກັນສືບຕໍ່
ນຳພາກົມກອງເຮັດສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍດ້ວຍໝາກຜົນສູງ.
ເວັບໄຊ້ກະຊວງປ້ອງກັນປະເທດ
www.mod.gov.la
ຄຸ້ມຄອງໂດຍ: ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ
ໃບອະນຸຍາດ ສະບັບເລກທີ 1968/ກປທ, ລົງວັນທີ 12/6/2012
ທີ່ຢູ່: ບ.ໂພນເຄັງ, ຖະໜົນ ໄກສອນ ພົມວິຫານ
ໂທ&ແຟກ: 021 911012