ຊື່
ລະຫັດຜ່ານ
ລົງຊື່ເຂົ້າໃຊ້
ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ພົນໂທ ຈັນສະໝອນ ຈັນຍາລາດ ເນັ້ນໃຫ້ຄະນະພັກ-ຄະນະບັນຊາ

ກອງ “ ຂ 605 ” ສຸມໃສ່ປັບປຸງກໍ່ສ້າງກຳລັງຂອງຕົນ

     ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ລົງເຄື່ອນໄຫວ ແລະພົບປະໂອ້ ລົມກັບພະນັກງານ-ນັກຮົບກອງ “ຂ605” ໃນຕອນເຊົ້າຂອງວັນທີ 12 ສິງຫາ ນີ້, ໂດຍໄດ້ຮັບການຕ້ອນຮັບຈາກຄະນະພັກ-ຄະນະບັນຊາຕະຫຼອດຮອດພະ
ນັກງານຫຼັກແຫຼ່ງກົມກອງດັ່ງກ່າວໃຫ້ການຕ້ອນຮັບ ແລະ ເຂົ້າຮ່ວມ.

                                 
                                                                    ພົນໂທຈັນສະໝອນຈັນຍາລາດ ໄດ້ລົງເຄື່ອນໄຫວ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງ “ ຂ 605 ”

       

     ໂອກາດນີ້, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ກໍໄດ້ໂອ້ລົມ ແລະເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ, ພະນັກງານສະມາຊິກພັກຫຼັກແຫຼ່ງກອງ
“ຂ605” ຈົ່ງສຸມໃສ່ປັບປຸງກໍ່ສ້າງກຳລັງຂອງຕົນໃນ 6 ດ້ານ ໃຫ້ມີຄູນະພາບ ແລະມີການຫັນປ່ຽນຢ່າງເດັ່ນຊັດ, ກ່ອນອື່ນຕ້ອງເພີ່ມທະວີວຽກງານສຶກສາອົບ
ຮົມການເມືອງນຳພາແນວຄິດ, ເອົາໃຈໃສ່ສຶກສາອົບຮົມໃຫ້ພະນັກງານ-ນັກຮົບເສີມຂະຫຍາຍທາດແທ້ມູນເຊື້ອຂອງພັກ, ຂອງຊາດ, ຂອງກອງທັບ ແລະມູນ
ເຊື້ອຂອງກົມກອງໃຫ້ເລິກເຊິງ, ສ້າງກົມກອງໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ, ປັບປຸງແບບແຜນວິທີ
ເຮັດວຽກ, ແບບແຜນການນຳພາຂອງຄະນະພັກຂັ້ນຕ່າງໆ ສ້າງພະນັກງານສຶບທອດປ່ຽນແທນຕໍ່ເນື່ອງ, ພ້ອມກັນນັ້ນກໍຕ້ອງສ້າງກົມກອງໃຫ້ກາຍເປັນກອງ
ຮາກຖານເຂັ້ມແຂງໜ່ວຍພັກຮູ້ນຳພາຮອບດ້ານ, ກອງ 3 ປອດ, ກອງວັດທະນະທຳ-ນັກຮົບວັດທະນະທຳ ໃຫ້ບັນລຸຄາດໝາຍທີ່ຄະນະພັກກະຊວງປ້ອງກັນ
ປະເທດວາງອອກ, ເອົາໃຈໃສ່ອົບຮົມເຝິກແອບຮໍ່າຮຽນການເມືອງ, ການທະຫານ ແລະວິຊາສະເພາະເຕັກນິກ-ວິທະຍາສາດ ໃຫ້ມີຄວາມຊຳນິຊຳນານ, ໄປ
ຄຽງຄູ່ກັບການປະຕິບັດກົດລະບຽບຂອງກອງທັບຢ່າງເຂັ້ມງວດ, ພ້ອມນັ້ນກໍຕ້ອງເອົາໃຈໃສ່ຕິດຕາມກວດກາຄຸ້ມຄອງປົກປັກຮັກສາ, ບົວລະບັດ ບັນດາອຸ ປະກອນເຄື່ອງປະກອບພາຫະນະອາວຸດລູກກະສຸນ ໃຫ້ຮັບປະກັນທາງດ້ານເຕັກນິກກຽມພ້ອມສູ້ຮົບ ແລະແກ້ໄຂກໍລະນີເກີດໄພພິບັດໃນຍາມສຸກເສີນໃຫ້
ມີຄວາມຮັບປະກັນ 100%.

ເວັບໄຊ້ກະຊວງປ້ອງກັນປະເທດ
www.mod.gov.la
ຄຸ້ມຄອງໂດຍ: ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ
ໃບອະນຸຍາດ ສະບັບເລກທີ 1968/ກປທ, ລົງວັນທີ 12/6/2012
ທີ່ຢູ່: ບ.ໂພນເຄັງ, ຖະໜົນ ໄກສອນ ພົມວິຫານ
ໂທ&ແຟກ: 021 911012