ຊື່
ລະຫັດຜ່ານ
ລົງຊື່ເຂົ້າໃຊ້
ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງ “ ຄ 587 ” ຮ່ວມກັບບໍລິສັດວົງວິໄຊກໍ່ສ້າງຂົວທາງຈັດກິດຈະກຳປູກຕົ້ນໄມ້

     ໃນວັນທີ 4 ສິງຫາ 2016 ນີ້, ກອງ “ຄ 587” ໄດ້ຮ່ວມກັບ ບໍລິສັດວົງວິໄຊກໍ່ສ້າງ-ຂົວທາງ ຈຳກັດ ໄດ້ຈັດກິດຈະກຳປູກຕົ້ນໄມ້ ເພື່ອເພີ່ມຄວາມຊຸ່ມ
ຊື່ນໃຫ້ແກ່ສະຖານທີ່ສະໜາມຍິງປືນຍຸດທະວິທີກອງທັບບົກອາຊຽນ ຢູ່ຫຼັກ 27 ໃຫ້ກາຍເປັນພື້ນທີ່ສີຂຽວ ມີຄວາມສວຍສົດງົດງາມເປັນທີ່ປະຈັກຕາໃຫ້
ແກ່ບັນດາຄະນະ ແລະນັກກີລາກອງທັບບົກປະເທດອາຊຽນທີ່ຈະເຂົ້າຮ່ວມແຂ່ງຂັນຍິງປືນກອງທັບບົກຊີງແຊມອາຊຽນ ທີ່ລາວເຮົາຈະໄດ້ຮັບກຽດເປັນເຈົ້າ
ພາບໃນອະນາຄົດຂ້າງໜ້ານີ້.

                                 
                                                                   ພົນຈັດຕະວາຈັນທອງສອນຕະອາດ ເຂົ້າຮ່ວມພິທີປູກຕົ້ນໄມ້ ກັບ ບໍລິສັດວົງມີໄຊກໍ່ສ້າງ-ຂົວທາງ ຈຳກັດ

     ເຊິ່ງຕົ້ນໄມ້ທີ່ນຳມາປູກໃນຄັ້ງນີ້ມີ 2 ປະເພດຄື: ຕົ້ນຄູນ ແລະຕົ້ນກະເລົາ ມີທັງໝົດ 600 ກວ່າຕົ້ນ ລວມມູນຄ່າທັງໝົດ 190 ລ້ານກວ່າກີບ ປູກໃນ
ເນື້ອທີ່ 2.420 ແມັດ ໃຫ້ກຽດເຂົ້າຮ່ວມໃນພິທີດັ່ງກ່າວມີ ທ່ານ ພົນຈັດຕະວາ ຈັນທອງ ສອນຕະອາດ ຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມ ໃຫຍ່ເສນາທິການກອງທັບ ຫົວໜ້າຄະນະຊີ້ນຳໂຄງການກໍ່ສ້າງສະໜາມຍິງປືນຍຸດທະວິທີກອງທັບບົກອາຊຽນ, ມີຄະນະກົມອົບຮົມ, ກົມຊ່າງແສງ, ກອງ
“ຄ199”, ຕາງໜ້າບໍລິສັດວົງວິໄຊກໍ່ສ້າງ-ຂົວທາງ ແລະຄະນະພັກ-ຄະນະບັນຊາ ພ້ອມດ້ວຍພະນັກ ງານ-ນັກຮົບກອງ “ຄ 587” ເຂົ້າຮ່ວມ 100 ກວ່າ
ສະຫາຍ.

ເວັບໄຊ້ກະຊວງປ້ອງກັນປະເທດ
www.mod.gov.la
ຄຸ້ມຄອງໂດຍ: ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ
ໃບອະນຸຍາດ ສະບັບເລກທີ 1968/ກປທ, ລົງວັນທີ 12/6/2012
ທີ່ຢູ່: ບ.ໂພນເຄັງ, ຖະໜົນ ໄກສອນ ພົມວິຫານ
ໂທ&ແຟກ: 021 911012