ຊື່
ລະຫັດຜ່ານ
ລົງຊື່ເຂົ້າໃຊ້
ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫົວໜ້າກົມໃຫຍ່ເສນາທິການລົງກວດກາວຽກງານກຽມພ້ອມສູ້ຮົບຢູ່ກອງ “ ຂ 11 ”

     ໃນຂອງວັນທີ 29 ກໍລະກົດ 2016 ທີ່ຜ່ານມາ ທ່ານ ພົນຕີ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວ
ໜ້າກົມໃຫຍ່ເສນາທິການກອງທັບ ພ້ອມດ້ວຍຄະນະໄດ້ລົງຢ້ຽມ ຢາມ ແລະກວດກາວຽກງານການກຽມພ້ອມສູ້ຮົບຢູ່ກອງ “ຂ11” ເພື່ອຮັບປະກັນໃຫ້ແກ່ ການດຳເນີນກອງປະຊຸມອາຊຽນທີ່ລາວເຮົາໄດ້ຮັບກຽດເປັນເຈົ້າພາບ ໂດຍໄດ້ຮັບການຕ້ອນຮັບຈາກ ພັນເອກ ຂັນທະລີ ທາທິລາດ ຫົວ ໜ້າການທະຫານ
ກອງ “ຂ11” ພ້ອມຄະນະ.

                                 
                                                                                           ພົນຕີສຸວອນເລືອງບຸນມີ ລົງກວດກາວຽກງານກຽມພ້ອມສູ້ຮົບຢູ່ກອງ “ ຂ 11”

     ໂອກາດນີ້ ຄະນະໄດ້ຮັບຟັງບົດລາຍງານວຽກງານກຽມພ້ອມສູ້ຮົບຈາກ ພັນໂທ ພອນແກ້ວ ສຸລິວັນວົງສາ ຫົວໜ້າພະແນກເສນາທິການກອງ “ຂ 11”
ເຊິ່ງໄດ້ຍົກໃຫ້ເຫັນບັນດາວຽກງານທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະທີ່ຜ່ານມາ, ໃນປັດຈຸບັນ ແລະຕໍ່ໜ້າ ກໍຄືວຽກງານກຽມພ້ອມສູ້ຮົບ ເຊິ່ງທາງຄະນະພັກ
ຄະນະບັນຊາແຕ່ລະຂັ້ນໄດ້ເອົາໃຈໃສ່ຕໍ່ວຽກງານດັ່ງກ່າວຢ່າງຕັ້ງໜ້ານັບທັງດ້ານຈຳນວນພົນ, ພາຫະນະອາວຸດ ແລະອື່ນໆ.
     ຈາກນັ້ນຫົວໜ້າກົມໃຫຍ່ເສນາທິການພ້ອມຄະນະ ກໍໄດ້ລົງຕິດຕາມກວດກາກຳລັງກຽມພ້ອມສູ້ຮົບຢູ່ກອງ“ຄ586”, “ຄ1” ພ້ອມທັງກວດກາພາຫະ
ນະຄວາມພ້ອມສູ້ຮົບ, ຈຳນວນພົນ, ເຄື່ອງວັດຖຸອຸປະກອນຂອງບຸກຄົນ ລວມໄປເຖິງວຽກງານຮັບປະກັນໃນດ້ານຕ່າງໆ ພ້ອມທັງໄດ້ແນະນຳເພີ່ມເຕີມບາງ
ບັນຫາໃຫ້ຄະນະພັກ-ຄະນະບັນ ຊາກົມກອງນຳໄປຈັດຕັ້ງປະຕິບັດ ແລະປັບປຸງໃຫ້ດີຂຶ້ນກວ່າເກົ່າເພື່ອຮັບປະກັນໃຫ້ວຽກງານກຽມພ້ອມສູ້ຮົບບັນລຸຕາມ
ຄາດໝາຍ ສາມາດຮັບປະກັນຄວາມສະຫງົບປອດໄພໃຫ້ແກ່ການດຳເນີນກອງປະຊຸມອາຊຽນທີ່ລາວເຮົາເປັນເຈົ້າພາບໃນປີ 2016 ນີ້.

                                                                                
ເວັບໄຊ້ກະຊວງປ້ອງກັນປະເທດ
www.mod.gov.la
ຄຸ້ມຄອງໂດຍ: ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ
ໃບອະນຸຍາດ ສະບັບເລກທີ 1968/ກປທ, ລົງວັນທີ 12/6/2012
ທີ່ຢູ່: ບ.ໂພນເຄັງ, ຖະໜົນ ໄກສອນ ພົມວິຫານ
ໂທ&ແຟກ: 021 911012