ຊື່
ລະຫັດຜ່ານ
ລົງຊື່ເຂົ້າໃຊ້
ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ພົນຕີ ວິໄລ ຫຼ້າຄຳຟອງ ຕ້ອນຮັບທີ່ປຶກສາທູດຝ່າຍປ້ອງກັນຊາດແຫ່ງ ສ ສິງກະໂປ

     ໃນຕອນບ່າຍວັນທີ 8 ສິງຫາ 2016 ນີ້, ທ່ານ ພົນຕີ ວິໄລ ຫຼ້າຄຳຟອງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງ
ທັບ ໄດ້ຕ້ອນຮັບການເຂົ້າຢ້ຽມພົບປະຂອງ ພັນເອກ ຊີດ ອຸຍ ລິມ ທີ່ປຶກສາທູດຝ່າຍປ້ອງກັນຊາດແຫ່ງ ສາທາລະນະລັດ ສິງກະໂປ ປະຈຳ ສປປ ລາວ ຄົນ
ເກົ່າ ແລະພັນເອກ ຈອນນີ ລິມ ທີ່ປຶກສາທູດຝ່າຍປ້ອງກັນຊາດ ແຫ່ງ ສ ສິງກະໂປ ຄົນໃໝ່.

                                 
                                                                                          ພົນຕີວິໄລຫຼ້າຄຳຟອງ ຕ້ອນຮັບທີ່ປຶກສາທູດຝ່າຍປ້ອງກັນຊາດແຫ່ງ ສ ສິງກະໂປ

     ທ່ານ ພົນຕີ ວິໄລ ຫຼ້າຄຳຟອງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ກ່າວສະແດງຄວາມຕ້ອນຮັບອັນອົບອຸ່ນຕໍ່ ພັນເອກ ຊີດ ອຸຍ ລິມ ທີ່ປຶກ
ສາທູດຝ່າຍປ້ອງກັນຊາດແຫ່ງ ສ ສິງກະໂປ ຄົນເກົ່າ ພ້ອມທັງຕີລາຄາສູງຕໍ່ໝາກຜົນການພົວພັນຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະກັນ ຂອງສອງປະເທດສອງ
ກອງທັບໃນໄລຍະຜ່ານມາ ເຊິ່ງມັນໄດ້ເປັນການເສີມສ້າງສາຍພົວພັນຮ່ວມມືຂອງສອງປະເທດໄດ້ມີການເຕີບໃຫຍ່ຂະຫຍາຍຕົວ, ພ້ອມທັງກ່າວສະແດງ
ຄວາມຊົມເຊີຍ ແລະຄວາມຂອບໃຈນຳ ພັນເອກ ຊີດ ອຸຍ ລິມ ທີ່ໄດ້ປະກອບສ່ວນໃນການເປັນຂົວຕໍ່ຊ່ວຍເສີມສ້າງສາຍພົວພັນຮ່ວມມືອັນດີງາມຂອງ
ສອງປະເທດລາວ-ສິງກະໂປ ໂດຍສະເພາະແມ່ນສອງກະຊວງປ້ອງ ກັນປະເທດໃນວາລະທີ່ໄດ້ດຳລົງຕຳແໜ່ງເປັນທີ່ປຶກສາທູດຝ່າຍທະຫານແຫ່ງ ສ ສິງກະ
ໂປ ປະຈຳລາວຕະຫຼອດມາ, ພ້ອມທັງກ່າວສະແດງຄວາມຍິນດີຕ້ອນຮັບ ພັນເອກ ຈອນນີລິມ ທີ່ປຶກສາທູດຝ່າຍປ້ອງກັນຊາດແຫ່ງ ສ ສິງກະໂປ ປະຈຳ
ລາວຄົນໃໝ່ ແລະຫວັງຢ່າງຍິງວ່າທີ່ປຶກສາທູດຝ່າຍປ້ອງກັນຊາດຄົນໃໝ່ຈະສືບຕໍ່ຊ່ວຍເສີມສ້າງສາຍພົວພັນຮ່ວມມືຊ່ວຍເຫຼື່ອເຊິ່ງກັນ ແລະກັນ ຂອງ
ສອງປະເທດໃຫ້ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວຍິ່ງຂື້ນ.

ເວັບໄຊ້ກະຊວງປ້ອງກັນປະເທດ
www.mod.gov.la
ຄຸ້ມຄອງໂດຍ: ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ
ໃບອະນຸຍາດ ສະບັບເລກທີ 1968/ກປທ, ລົງວັນທີ 12/6/2012
ທີ່ຢູ່: ບ.ໂພນເຄັງ, ຖະໜົນ ໄກສອນ ພົມວິຫານ
ໂທ&ແຟກ: 021 911012