ຊື່
ລະຫັດຜ່ານ
ລົງຊື່ເຂົ້າໃຊ້
ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສຳມະນາວິທະຍາສາດ-ປະຫວັດສາດ ເຫລົ່າຮົບພະລາທິການກອງທັບ

     ກົມໃຫຍ່ພະລາທິການກອງທັບໄດ້ຈັດກອງປະຊຸມສຳມະນາວິທະຍາສາດ-ປະຫວັດສາດ ເຫລົ່າຮົບພະລາທິ ການກອງທັບ ຄົບຮອບ 60 ປີ (05/08/1956- 05/08/2016) ຂຶ້ນໃນວັນທີ 4 ສິງຫາ 2016 ນີ້, ຢູ່ທີ່ສະໂມ ສອນກົມໃຫຍ່ພະລາທິການກອງທັບ ໂດຍການເຂົ້າຮ່ວມເປັນ
ປະທານຂອງ ທ່ານ ພົນຈັດຕະວາ ປອ ວົງຄຳ ພົມມະກອນ ຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ ມີ
ບັນດາຄະນະນຳທີ່ມາຈາກ ກົມໃຫຍ່, ກົມນ້ອຍ, ກົມກອງກຳລັງຫລວງ, ໂຮງໝໍ, ໂຮງຮຽນ, ວິທະຍາຄານ, ພະນັກງານປະຕິວັດອາວຸໂສ ແລະ
ບັນດາແຂກທີ່ຖືກເຊີນເຂົ້າຮ່ວມ.

                                 
                                          ພົນຈັດຕະວາວົງຄຳພົມມະກອນ ເປັນປະທານສຳມະນາວິທະຍາສາດ-ປະຫວັດສາດຂອງເຫລົ່າຮົບພະລາທິການກອງທັບ

     ການສຳມະນາວິທະຍາສາດຂອງເຫລົ່າຮົບພະລາທິການໃນຄັ້ງນີ້ ແມ່ນເປັນການຫວນຄືນເຖິງມູນເຊື້ອຂອງການເຄື່ອນໄຫວເຫລົ່າຮົບພະລາທິການແຕ່
ລະໄລຍະຜ່ານມາ ທີ່ໄດ້ປະກອບສ່ວນຮັບປະກັນທາງດ້ານວຽກງານພະລາທິການໃຫ້ແກ່ກຳລັງປະກອບອາວຸດທົ່ວກອງທັບໃນພາລະກິດຕໍ່ສູ້ປົດປ່ອຍຊາດກໍ
ຄືພາລະກິດປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດເຊິ່ງຕະຫລອດໄລຍະ 60 ປີ ບົນເສັ້ນທາງແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວໃນແປວ
ໄຟປະຕິວັດຕໍ່ສູ້ກູ້ຊາດຂອງປະຊາຊົນບັນດາເຜົ່າພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ພະນັກງານ-ນັກຮົບໃນເຫລົ່າຮົບພະລາທິການ ໄດ້ຜ່ານ
ຜ່າຄວາມຫຍຸ້ງຍາກການທົດສອບ ແລະການເສຍສະຫລະນາໆປະການ, ສາມາດເຮັດລ້ອນພາລະກຳປະຫວັດສາດຂອງຕົນໃນການປະກອບສ່ວນເຂົ້າໃນ
ຂະບວນການປະຕິວັດຂອງຊາດ, ຮັບປະກັນໃຫ້ກຳລັງປະກອບອາວຸດ ແລະປະຊາຊົນເຮົາຕີເອົາຊະນະຈັກກະພັດທີ່ໃຫຍ່ໂຕເຂັ້ມແຂງກວ່າ ບໍ່ວ່າທາງດ້ານ ເສດຖະກິດ ແລະການທະຫານຕັ້ງຫຼາຍເທົ່າໃຫ້ປະລາໄຊ, ປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະກ້າວເຂົ້າສູ່ບາດລ້ຽວໃໝ່ຂອງພາລະກິດປະຕິບັດ 2
ໜ້າທີ່ຍຸດທະສາດປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ, ການປັບປຸງກໍ່ສ້າງກອງທັບປະຕິວັດທີ່ມີແບບແຜນ ແລະທັນສະໄໝ ເຊິ່ງວຽກງານ
ຮັບປະກັນທາງດ້ານພະລາທິການກອງທັບຍິ່ງມີບົດບາດ ແລະໜ້າທີ່ສຳຄັນກວ້າງຂວາງກວ່າເກົ່າ, ພ້ອມທັງໄດ້ເອົາໃຈໃສ່ປັບປຸງກຳລັງຕົນເອງ ທັງຕັ້ງໜ້າກໍ່
ສ້າງພື້ນຖານຫລັກແຫລ່ງວັດຖຸຮັບປະກັນທາງດ້ານພະລາທິການໃຫ້ແກ່ກອງທັບເຮົາມີຜົນ ສຳເລັດເປັນກ້າວໆມາ.

ເວັບໄຊ້ກະຊວງປ້ອງກັນປະເທດ
www.mod.gov.la
ຄຸ້ມຄອງໂດຍ: ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ
ໃບອະນຸຍາດ ສະບັບເລກທີ 1968/ກປທ, ລົງວັນທີ 12/6/2012
ທີ່ຢູ່: ບ.ໂພນເຄັງ, ຖະໜົນ ໄກສອນ ພົມວິຫານ
ໂທ&ແຟກ: 021 911012