ຊື່
ລະຫັດຜ່ານ
ລົງຊື່ເຂົ້າໃຊ້
ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງ “ ຂ 279 ” ຈັດຕັ້ງພິທີປະກາດການຈັດຕັ້ງ

     ໃນວັນທີ 2 ສິງຫາ 2016 ນີ້, ກອງ “ຂ 279” ໄດ້ຈັດຕັ້ງພິທີປະກາດການຈັດຕັ້ງຄະນະພັກ-ຄະນະບັນຊາກອງ “ຂ 279” ໂດຍໃຫ້ກຽດເຂົ້າຮ່ວມເປັນ
ປະທານຂອງ ທ່ານ ພົນຕີ ວິໄລ ຫລ້າຄຳຟອງ ເລຂາທິການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ
ມີຄະນະ 4 ກົມໃຫຍ່, ກົມນ້ອຍ, ຄະນະພັກ-ຄະນະບັນຊາຕະຫລອດພະນັກງານຫລັກແຫລ່ງໃນທົ່ວກົມກອງເຂົ້າຮ່ວມຢ່າງພ້ອມພຽງ.

                                 
                                                                                      ພົນຕີວິໄລຫລ້າຄຳຟອງເປັນປະທານພິທີປະກາດການຈັດຕັ້ງຢູ່ກອງ 279”

     ທ່ານ ພົນຈັດຕະວາ ສອນເຫລົາ ໄຊຍະບຸດ ຫົວໜ້າກົມພະນັກງານກົມໃຫຍ່ການເມືອງກອງທັບ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງ
ກັນປະເທດ ວ່າດ້ວຍການອະນຸມັດໃຫ້ນາຍທະຫານພັກການຮັບບຳນານ ແລະຂໍ້ຕົກລົງແຕ່ງຕັ້ງຄະນະກອງ “ຂ 279” ໃນນັ້ນໄດ້ອະນຸມັດໃຫ້ ພັນເອກ ຄຳ
ອ່າງ ມະນີວົງ ຫົວໜ້າການເມືອງຜູ້ເກົ່າໄດ້ພັກການຮັບບຳນານ ແລະ ແຕ່ງຕັ້ງ ພັນໂທ ບຸນຍັງ ແກ້ວດາມສີ ອະດີດຮອງຫົວໜ້າຫ້ອງການ ເມືອງກົມໃຫຍ່
ເສນາທິການກອງທັບ ມາຮັບໜ້າທີ່ໃໝ່ເປັນຫົວໜ້າການເມືອງກອງ “ຂ 279” ຜູູ້ໃໝ່ ຈາກນັ້ນ ພົນຈັດຕະວາ ວໍລະສານ ວິລັດດາວົງ ຫົວໜ້າກົມຈັດຕັ້ງ
ພັກກົມໃຫຍ່ການເມືອງກອງທັບ ໄດ້ຂຶ້ນອ່ານຂໍ້ຕົກລົງ ແຕ່ງຕັ້ງຄະນະພັກກອງ “ຂ 279”ອີກດ້ວຍ.

     ການປະກາດການຈັດຕັ້ງໃໝ່ຂອງກອງ “ຂ 279” ໃນຄັ້ງນີ້ ແມ່ນອີງຕາມທິດທາງກັບການປັບປຸງບູລະນະກົງຈັກການຈັດຕັ້ງນຳພາບັນຊາໃນກຳລັງປະ ກອບອາວຸດໃຫ້ໜັກແໜ້ນເຂັ້ມແຂງໃນຮອບດ້ານເວົ້າລວມ ເວົ້າສະເພາະກອງ “ຂ 279” ເພື່ອເຮັດສຳເລັດໜ້າທີ່ການເມືອງທີ່ຂັ້ນເທິງ ແລະການຈັດຕັ້ງ
ມອບໝາຍໃຫ້.

     ໂອກາດນີ້ ທ່ານ ພົນຕີ ວິໄລ ຫລ້າຄຳຟອງ ກໍ່ໄດ້ໂອ້ລົມໂດຍໄດ້ຊີ້ໃຫ້ເຫັນຄວາມຈຳເປັນໃນການປັບປຸງບູ ລະນະການຈັດຕັ້ງໃໝ່ ເພື່ອເປັນການປະຕິ
ບັດຕາມທິດທາງປັບປຸງກໍ່ສ້າງການຈັດຕັ້ງນຳພາ-ບັນຊາໃນກົມກອງກຳລັງປະກອບອາວຸດໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ສາມາດເຮັດລ້ອນໜ້າທີ່ການ
ເມືອງຂອງຕົນ. ພ້ອມກັນນັ້ນທ່ານກໍ່ໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ ຈົ່ງເພີ່ມທະວີຄວາມຮັບຜິດຊອບຂອງຕົນໃຫ້ສູງ, ນຳພາ-ບັນຊາກົມກອງ
ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.
ເວັບໄຊ້ກະຊວງປ້ອງກັນປະເທດ
www.mod.gov.la
ຄຸ້ມຄອງໂດຍ: ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ
ໃບອະນຸຍາດ ສະບັບເລກທີ 1968/ກປທ, ລົງວັນທີ 12/6/2012
ທີ່ຢູ່: ບ.ໂພນເຄັງ, ຖະໜົນ ໄກສອນ ພົມວິຫານ
ໂທ&ແຟກ: 021 911012