ຊື່
ລະຫັດຜ່ານ
ລົງຊື່ເຂົ້າໃຊ້
ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະເຫຼີມສະຫຼອງວັນສ້າງຕັ້ງເຫຼົ່າຮົບພະລາທິການກອງທັບຄົບຮອບ 60 ປີ

     ພິທີສະເຫຼີມສະຫຼອງວັນສ້າງຕັ້ງເຫຼົ່າຮົບພະລາທິການກອງທັບປະຊາຊົນລາວຄົບຮອບ 60 ປີ ໄດ້ຈັດຂຶ້ນໃນວັນທີ 5 ສິງຫາ 2016 ນີ້, ຢູ່ທີ່ສະໂມສອນ
ກົມໃຫຍ່ພະລາທິການກອງທັບ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ລັດຖະມົນ
ຕີກະຊວງປ້ອງກັນປະເທດ, ມີທ່ານ ພົນຕີ ພູວົງ ວົງພົມ ຄະນະປະຈຳພັກກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີຄະນະນຳກະ
ຊວງປ້ອງກັນປະເທດ, ບັນດາກົມໃຫຍ່, ກົມນ້ອຍອ້ອມຂ້າງກະຊວງປ້ອງກັນປະເທດ, ບັນດາວິທະຍາຄານ, ໂຮງໝໍ, ກົມກອງກຳລັງຫຼວງ, ພະນັກງານປະຕິ
ວັດອາວຸໂສບຳນານ ແລະບັນດາແຂກທີ່ຖືກເຊີນຈາກພາກ ສ່ວນຕ່າງໆເຂົ້າຮ່ວມ.

                                 
                                                       ພົນໂທຈັນສະໝອນຈັນຍາລາດ ເປັນປະທານພິທີສະເຫຼີມສະຫຼອງວັນສ້າງຕັ້ງເຫຼົ່າຮົບພະລາທິການຄົບຮອບ 60 ປີ

     ທ່ານ ພົນຈັດຕະວາ ວົງຄຳ ພົມມະກອນ ຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ ໄດ້ທົບທວນຄືນຂະບວນວິ
ວັດແຫ່ງການກຳເນີດປັບປຸງກໍ່ສ້າງ ແລະເຕີບໃຫຍ່ຂະຫຍາຍຕົວ ແລະຜົນງານຂອງເຫຼົ່າຮົບພະລາທິການທີ່ຕິດພັນກັບການກຳເນີດເຕີບໃຫຍ່ຂະຫຍາຍຕົວ
ຂອງກອງທັບ ແລະຕິດພັນກັບພາລະກິດຕໍ່ສູ້ກູ້ຊາດຂອງປະຊາຊົນລາວບັນດາເຜົ່າພາຍໃຕ້ການນຳພາຂອງພັກ ເພື່ອປົດປ່ອຍປະເທດຊາດອອກຈາກແອກ
ຄອບຄອງຂອງພວກຈັກກະພັດຕ່າງດ້າວ ແລະສືບຕໍ່ພາລະກິດປົກປັກຮັກສາ, ສ້າງສາພັດທະນາປະເທດຊາດໃຕ້ການນຳພາຂອງພັກຂອງປະຊາຊົນປະຕິວັດ
ລາວ, 60 ປີຜ່ານມາ ເຫຼົ່າຮົບພະລາທິການໄດ້ເຕີບໃຫຍ່ຂະຫຍາຍຕົວກ້າວຂຶ້ນຢ່າງບໍ່ຢຸດຢັ້ງ ແລະເຮັດສຳເລັດໜ້າທີ່ຂອງຕົນຢ່າງສະຫງ່າງາມ, ໄດ້ຮັບການ
ຍ້ອງຍໍສັນລະເສີນ ແລະໄດ້ຮັບການເຊື່ອໝັ້ນໄວ້ວາງໃຈຈາກ ພັກ-ລັດ, ປະຊາຊົນບັນດາເຜົ່າ ແລະກອງທັບ, ພະນັກງານພະລາທິການຫຼາຍສະຫາຍໄດ້ເສຍ ສະຫຼະຢ່າງອົງອາດກ້າຫານໃນສະໜາມຮົບໃນເວລາປະຕິບັດໜ້າທີ່, ຫຼາຍສະຫາຍໄດ້ຮັບການຍ້ອງຍໍ, ໄດ້ຮັບຮອງເປັນວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ
ແລະກາຍເປັນພະນັກງານການນຳຂັ້ນສູງຂອງ ພັກ-ລັດ ແລະກອງທັບ, ສ້າງເປັນແບບຢ່າງທີ່ດີງາມຫຼາຍດ້ານໄວ້ໃຫ້ພະນັກງານນັກຮົບພະລາທິການຮຸ່ນສືບ ທອດໄດ້ຮໍ່າຮຽນເອົາ ແລະຈາລຶກບຸນຄຸນນັ້ນໄວ້ໃນເຫຼົ່າຮົບພະລາທິການຕະຫຼອດໄປ.

     ໂອກາດນີ້ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ກໍໄດ້ມີຄຳເຫັນໂອ້ລົມໂດຍໄດ້ຕີລາຄາສູງຕໍ່ຜົນງານ ແລະໄຊຊະນະທີ່ພະນັກງານ-ນັກຮົບໃນເຫຼົ່າ
ຮົບພະລາທິການຮຸ່ນກ່ອນ ແລະຮຸ່ນຕໍ່ໆມາຍາດມາໄດ້ຕະຫຼອດ 60 ປີ ຜ່ານມາ, ມີບາງຕອນທ່ານໄດ້ກ່າວວ່າ: “ ການສະເຫຼີມສະຫຼອງວັນສ້າງຕັ້ງເຫຼົ່າຮົບ
ພະລາທິການກອງທັບໃນຄັ້ງນີ້ ແມ່ນເຕັມໄປດ້ວຍບັນຍາກາດຟົດຟື້ນປະຕິວັດ ແລະມີເນື້ອໃນເລິກເຊິງ, ມັນໄດ້ສະແດງອອກໃນບົດລາຍງານຕໍ່ ງານໂຮມ ຊຸມນຸມໂດຍເລີ່ມຈາກພຶດຕິກຳ ແລະສະພາບແວດລ້ອມຕົວຈິງຂອງກົມກອງທ້ອງຖິ່ນ ເຫັນໄດ້ດ້ານດີທີ່ພົ້ນເດັ່ນ ແລະບາງບົດຮຽນທີ່ດີຈຳນວນໜຶ່ງ ເພື່ອ
ສ້າງເງື່ອນໄຂກະຕຸກຊຸກຍູ້ເຮັດໃຫ້ວຽກງານພະລາທິການໃນທົ່ວກອງທັບໃນສະພາບໃໝ່ມີຄູນະພາບອັນໃໝ່, ພ້ອມທັງໄດ້ຮຽກໃຫ້ຄະນະພັກ-ຄະນະບັນ
ຊາພະລາທິການກອງທັບໃນທຸກຂັ້ນ ຈົ່ງພ້ອມກັນສູ້ຊົນເປັນເຈົ້າການເສີມຂະຫຍາຍຈິດໃຈກຸ້ມຕົນເອງ, ເພິ່ງຕົນເອງ ແລະສ້າງຄວາມເຂັ້ມແຂງດ້ວຍຕົນ
ເອງໃຫ້ເຂັ້ມແຂງຂຶ້ນກວ່າເກົ່າ, ເປັນເຈົ້າການບຸກທະລຸວຽກງານຮັບປະກັນການແກ້ໄຂຊີວິດການ ເປັນຢູ່ ແລະການຜະລິດຂອງກົມກອງໃຫ້ມີໝາກຜົນດີ ”.

     ໃນພິທີສະເຫຼີມສະຫຼອງວັນສ້າງຕັ້ງເຫຼົ່າຮົບພະລາທິການຄັ້ງນີ້ ຍັງໄດ້ຈັດຕັ້ງຍ້ອງຍໍກົມກອງລວມໝູ່ ແລະບຸກຄົນໃນເຫຼົ່າຮົບພະລາທິການທີ່ມີຜົນງານ
ດີເດັ່ນຕະຫຼອດໄລຍະຜ່ານມາຢ່າງສົມກຽດ, ໃນນີ້ໄດ້ປະດັບຫຼຽນໄຊ ອິດສະຫຼະຊັ້ນ I ໃຫ້ແກ່ກົມໃຫຍ່ພະລາທິການກອງທັບ ທີ່ມີຄຸນງາມຄວາມດີປະກອບ
ສ່ວນເຂົ້າໃນພາລະກິດຕໍ່ສູ້ປົດປ່ອຍປະເທດຊາດ ແລະພາລະກິດປົກປັກຮັກສາ ສ້າງສາພັດທະນາປະເທດຊາດຕະຫຼອດ 60 ປີຜ່ານມາ, ໂດຍເປັນກຽດປະດັບ
ຂອງ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ, ພາຍຫຼັງສຳເລັດພິທີດັ່ງກ່າວຄະນະປະທານຍັງໄດ້ຊົມເຂດວາງສະແດງຮູບພາບ ແລະວັດຖຸຜະລິດຕະພັນຕ່າງໆ
ຂອງເຫຼົ່າຮົບພະລາທິການທີ່ນຳມາວາງສະແດງ ແລະຈຳໜ່າຍເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງເຫຼົ່າຮົບພະລາທິການຄົບຮອບ 60 ປີ.

ເວັບໄຊ້ກະຊວງປ້ອງກັນປະເທດ
www.mod.gov.la
ຄຸ້ມຄອງໂດຍ: ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ
ໃບອະນຸຍາດ ສະບັບເລກທີ 1968/ກປທ, ລົງວັນທີ 12/6/2012
ທີ່ຢູ່: ບ.ໂພນເຄັງ, ຖະໜົນ ໄກສອນ ພົມວິຫານ
ໂທ&ແຟກ: 021 911012