ຊື່
ລະຫັດຜ່ານ
ລົງຊື່ເຂົ້າໃຊ້
ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ພົນໂທ ຈັນສະໜອນ ຈັນຍາລາດ
ຕ້ອນຮັບຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຍີ່ປຸ່ນ

     ໃນຕອນເຊົ້າຂອງວັນທີ 5 ສິງຫາ 2016 ນີ້, ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ໃຫ້ກຽດຕ້ອນຮັບການ ເຂົ້າຢ້ຽມຂຳ່ນັບຂອງ ທ່ານ ໂລ ມາ ນາເບະ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຍີ່ປຸ່ນ, ຜູ້ຊີ້ນຳວຽກງານການຕ່າງປະເທດ ພ້ອມດ້ວຍຄະນະຢູ່ທີ່ຫ້ອງ ຮັບແຂກກະຊວງປ້ອງກັນປະເທດ ໃນໂອກາດທີ່ເດີນທາງມາຢ້ຽມຢາມ, ເຮັດວຽກ ແລະເຂົ້າຮ່ວມພິທີປິດບັ້ນເຝິກອົບຮົມສຳມະນາການຊ່ວຍເຫລືອມະນຸດ
ສະທຳ ແລະບັນເທົາທຸກໄພພິບັດຢູ່ ສປປ ລາວ.

                                 
                                                                                   ພົນໂທຈັນສະໝອນຈັນຍາລາດຕ້ອນຮັບຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຍີ່ປຸ່ນ

     ໃນໂອກາດນີ້ ທ່ານລັດຖະມົນຕີກະຊວງປ້ອງກັນປະເທດກໍໄດ້ກ່າວສະແດງຄວາມຕ້ອນຮັບຢ່າງອົບອຸ່ນຕໍ່ການມາຢ້ຽມຢາມເຮັດວຽກ ແລະເຂົ້າຮ່ວມພິ
ທີ ປິດບັ້ນເຝິກອົບຮົມສຳມະນາການຊ່ວຍເຫລືອມະນຸດສະທຳ ແລະບັນເທົາທຸກໄພພິບັດຢູ່ ສປປ ລາວ ໃນຄັ້ງນີ້ ເຊິ່ງເປັນການເສີມສ້າງສາຍພົວພັນມິດຕະ
ພາບການຮ່ວມມື ແລະການຊ່ວຍເຫລືອເຊິ່ງກັນ ແລະກັນລະຫວ່າງສອງປະເທດ ລາວ-ຍີ່ປຸ່ນ ໃຫ້ນັບມື້ມີໝາກຜົນທີ່ດີຍິ່ງຂຶ້ນ. ພ້ອມກັນນັ້ນກໍໄດ້ສະແດງ ຄວາມຂອບໃຈຕໍ່ຝ່າຍຍີ່ປຸ່ນ ທີ່ໄດ້ໃຫ້ການຊ່ວຍເຫລືອທາງດ້ານອຸປະກອນຮັບໃຊ້ເຂົ້າໃນການເຝິກອົບ ຮົມສຳມະນາການຊ່ວຍເຫລືອມະນຸດສະທຳ ແລະ ບັນເທົາທຸກໄພພິບັດຢູ່ ສປປ ລາວ ໃຫ້ມີຜົນສຳເລັດດ້ວຍດີ.

     ທ່ານ ໂລ ມານາເບະ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຍີ່ປຸ່ນ ກໍໄດ້ກ່າວສະແດງຄວາມຂອບໃຈຕໍ່ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ທີ່
ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະໃຫ້ຄຳໝັ້ນສັນຍາພ້ອມທີ່ຈະສືບຕໍ່ໃນການຮ່ວມມື ແລະຊຸກຍູ້ພົວພັນລະຫວ່າງສອງກອງທັບ ຍີ່ປຸ່ນ-ລາວ ໃຫ້ນັບມື້ມີ
ການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.
ເວັບໄຊ້ກະຊວງປ້ອງກັນປະເທດ
www.mod.gov.la
ຄຸ້ມຄອງໂດຍ: ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ
ໃບອະນຸຍາດ ສະບັບເລກທີ 1968/ກປທ, ລົງວັນທີ 12/6/2012
ທີ່ຢູ່: ບ.ໂພນເຄັງ, ຖະໜົນ ໄກສອນ ພົມວິຫານ
ໂທ&ແຟກ: 021 911012