ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມທາບທາມຮ່າງກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ

     ກະຊວງປ້ອງກັນປະເທດໄດ້ເປີດກອງປະຊຸມທາບທາມຮ່າງກົດໝາຍວ່າດ້ວຍນາຍທະຫານ ກອງທັບປະຊາຊົນລາວ ຂຶ້ນໃນ ວັນທີ 11 ກໍລະກົດ 2018
ນີ້, ທີ່ສະໂມສອນຫ້ອງວ່າການກະຊວງປ້ອງກັນປະເທດ ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ສົມພັນ ແພງຄຳມີ ຮອງປະທານສະພາແຫ່ງຊາດ, ມີທ່ານ
ພົນໂທ ວິໄລ ຫຼ້າຄຳຟອງ ຮອງລັດຖະມົນຕິກະຊວງປ້ອງກັນປະເທດ ຫົວຫນ້າກົມໃຫຍ່ການເມືອງກອງທັບ, ມີປະທານ, ຮອງປະທານ ປກຊ-ປກສ, ປະທານ
ກຳມາທິການ, ຮອງປະທານກຳມາທິການບັນດາເຜົ່າ ແລະ ບັນດາຫົວໜ້າກົມ, ຮອງກົມພ້ອມດ້ວຍ ນັກວິຊາການເຂົ້າຮ່ວມ.


ທ່ານ ພົນໂທ ວິໄລ ຫຼ້າຄຳຟອງ ເປັນປະທານຮ່ວມກອງປະຊຸມທາບທາມຮ່າງກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ

     ພັນເອກ ລັດສະໝີ ຂັນອາສາ ຮອງຫົວໜ້າໄອຍະການທະຫານ ຂັ້ນສູງໄດ້ສະເໜີຮ່າງກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ (ສະບັບ
ປັບປຸງ) ທີ່ໄດ້ຖືກພິຈາລະນາຮັບຮອງຈາກກອງປະຊຸມສະພາສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ 8 ໃນວັນ ທີ 14 ມິຖຸນາ 2018 ສະມາ
ຊິກສະພາແຫ່ງຊາດເຂົ້າຮ່ວມກອງປະຊຸມທັງໝົດ 119 ທ່ານ, ເຫັນດີ 105 ທ່ານເທົ່າກັບ 88%, ບໍ່ເຫັນດີ 13 ທ່ານ ເທົ່າກັບ 11%, ບໍ່ອອກສຽງ 1 ທ່ານ
ເທົ່າກັບ 1% ແລະ ສະມາຊິກສະພາແຫ່ງຊາດໄດ້ປະກອບຄຳຄິດເຫັນຈຳນວນ 17 ສະຫາຍ ເພື່ອສະເໜີໃຫ້ມີການກຳນົດ, ປັບປຸງ ແລະ ແກ້ໄຂບາງພາກ,
ບາງໝວດ, ບາງມາດຕາ ເພຶ່ອເຮັດໃຫ້ໂຄງຮ່າງກົດໝາຍວ່າດ້ວຍນາຍທະຫານກອງທັບ ປະຊາຊົນລາວສະບັບປັບປຸງນີ້ມີຄວາມຄົບຖ້ວນ ແລະ ຮັດກຸ່ມ. ໂອ
ກາດນີ້, ໃນທີ່ປະຊຸມຍັງໄດ້ມີການປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ແລະ ດ້ວຍຄວາມຮັບຜິດຊອບສູງໃສ່ຮ່າງກົດໝາຍດັ່ງກ່າວເປັນຕົ້ນ: ສະເໜີໃຫ້
ປັບປຸງເນື້ອໃນບາງມາດຕາໃຫ້ຮັດກຸມເຂົ້າໃຈງ່າຍ ແລະ ຄົບຖ້ວນສົມບູນ, ສະເໜີໃຫ້ຈັດລຽງລຳດັບຂອງການກຳນົດຊັ້ນຂອງນາຍທະຫານເປັນແຕ່ລະຂັ້ນ,
ຄວນກຳນົດການປະຕິບັດນະໂຍບາຍກ່ຽວກັບອາຍຸກະສຽນຂອງນາຍທະຫານເພດຍິງໃຫ້ສອດຄ່ອງກັບກົດໝາຍວ່າດ້ວຍພະນັກງານລັດຖະກອນ, ພ້ອມກັນ
ນັ້ນ ກໍຄວນກຳນົດອາຍຸກະສຽນບຳນານຂອງນາຍທະຫານທີ່ປະຈຳການໃຫ້ເປັນເອກະພາບກັນໃນຂອບເຂດທົ່ວປະເທດ. ສຳລັບບັນຫາກ່ຽວກັບການປະຕິ
ບັດນະໂຍບາຍຂອງລູກນາຍທະຫານທີ່ສະຫຼະຊີວິດໃນການສູ້ຮົບຢ່າງພິລະອາດຫານ ແລະ ຮັບໃຊ້ຢູ່ສະໜາມຮົບນັ້ນຜູ້ແທນມີຄວາມເປັນຫ່ວງຖ້າຫາກບໍ່ກຳ
ນົດລະອຽດຈະແຈ້ງອາດຈະກາຍເປັນຊ່ອງວ່າງ ແລະ ບໍ່ສາມາດຈັດຕັ້ງປະຕິບັດໄດ້ໂດຍສະເໜີໃຫ້ມີລະບຽບການສະເພາະເພື່ອຈັດຕັ້ງປະຕິບັດໃຫ້ເໝາະສົມ
ແລະ ບັນຫາທີ່ກ່ຽວຂ້ອງອື່ນໆ. ຈາກນັ້ນ ປະທານກໍໄດ້ຕົກລົງເຫັນດີເປັນເອກະພາບກັນລົງຄະແນນສຽງ ຮັບຮອງເອົາກົດໝາຍວ່າດ້ວຍນາຍທະຫານກອງ
ທັບປະຊາຊົນລາວ ເຊິ່ງຮ່າງກົດໝາຍນີ້ປະກອບມີ 5 ພາກ, 8 ໝວດ, 50 ມາດຕາ. ພ້ອມດຽວກັນນັ້ນ, ປະທານກອງປະຊຸມຍັງໄດ້ໃຫ້ຄຳຊີ້ນຳຕໍ່ຄະນະອະນຸ
ກຳມະການຮ່າງກົດໝາຍ ດັ່ງກ່າວສັງຮວມເອົາຄຳຄິດຄຳເຫັນຂອງບັນດາສະມາຊິກສະພາແຫ່ງຊາດໄປປັບປຸງເນື້ອໃນກົດໝາຍບາງພາກ, ບາງມາດຕາ ໃຫ້ມີ
ຄວາມຮັດກຸມ ແລະ ມີເນື້ອໃນຄົບຖ້ວນສົມບູນເພື່ອໃຫ້ສາມາດຈັດຕັ້ງປະຕິບັດສອດຄ່ອງກັບຄວາມເປັນຈິງ. ເມື່ອກົດໝາຍສະບັບນີ້ໄດ້ຖືກຮັບຮອງ ແລະ
ປະກາດນຳໃຊ້ຄາດວ່າຈະມີຄວາມໝາຍຄວາມສຳຄັນຢ່າງຍິ່ງເປັນຕົ້ນກົດໝາຍສອດຄ່ອງກັບສະພາບການຈັດຕັ້ງ ແລະ ການເຄື່ອນໄຫວຂອງນາຍທະຫານ
ກອງທັບປະຊາຊົນລາວໃນເງື່ອນໄຂໃໝ່, ປັດຈຸບັນ ແລະ ອະນາຄົດເປັນການປັບປຸງກຳລັງປ້ອງກັນຊາດໃຫ້ມີຄວາມໜັກແໜັນເຂັ້ມແຂງ, ມີປະສິດທິຜົນ,
ຍົກສູງບົດບາດກຳລັງປ້ອງກັນຊາດໃນການປະຕິບັດໜ້າທີ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ພ້ອມກັນນີ້ມັນຍັງເປັນບ່ອນອີງໃຫ້ແກ່ການກໍ່
ສ້າງ, ຄຸ້ມຄອງ, ຕິດຕາມກວດກາ, ປະຕິບັດນະໂຍບາຍຕໍ່ນາຍທະຫານເພື່ອໃຫ້ສອດຄ່ອງກັບສະພາບການເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນ
ລາວ ໃຫ້ໄປຕາມທິດການປົກຄອງລັດ ດ້ວຍກົດໝາຍ.