ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ການເມືອງກອງທັບ ຈັດຕັ້ງກຳລັງ

ກຽມພ້ອມເຂົ້າຮ່ວມແກ້ໄຂສະພາບໄພພິບັດທີ່ອາດຈະເກີດຂຶ້ນ

     ໃນຕອນບ່າຍຂອງວັນທີ 11 ກໍລະກົດ 2017 ນີ້, ຢູ່ສະໂມສອນກົມໃຫຍ່ການເມືອງກອງທັບ ໄດ້ຈັດກອງປະຊຸມການກຽມຄວາມພ້ອມປ້ອງກັນ ແລະ
ແກ້ໄຂໄພພິບັດທີ່ອາດຈະເກີດຂຶ້ນໃນລະດູຝົນ ປະຈຳປີ 2017 ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ພົນຕີ ສອນທອງ ພົມລາວົງ ກຳມະການຄະ
ນະພັກກະຊວງ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາບັນດາກົມ, ຫ້ອງການ, ກອງທີ່ຂຶ້ນກັບກົມໃຫຍ່ການເມືອງເຂົ້າຮ່ວມ.


ພົນຕີ ສອນທອງ ພົມລາວົງ ເປັນປະທານການກຽມພ້ອມເຂົ້າຮ່ວມແກ້ໄຂສະພາບໄພພິບັດທີ່ອາດຈະເກີດຂຶ້ນ

     ໃນໂອກາດດັ່ງກ່າວນີ້, ເພື່ອປະຕິບັດຕາມຂໍ້ຕົກລົງຂອງກົມໃຫຍ່ການເມືອງກອງທັບ ແລະ ຄຳສັ່ງແນະ ນຳຂອງກົມໃຫຍ່ເສນາທິການ ວ່າດ້ວຍການ
ເພີ່ມສະຕິລະວັງຕົວກຽມພ້ອມກອບກູ້, ແກ້ໄຂຜົນກະທົບຈາກໄພພິ ບັດທາງທຳມະຊາດທີ່ອາດຈະເກີດຂຶ້ນໃນປີ 2017 ເຊິ່ງທ່ານ ພົນຕີ ສອນທອງ ພົມລາ
ວົງ ໄດ້ຍົກໃຫ້ເຫັນເຖິງຈຸດພິເສດທາງດ້ານພູມສັນຖານຂອງປະເທດເຮົາຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ແລະ ບາງບັນຫາທີ່ເປັນບົດຮຽນທີ່ຖອດຖອນໄດ້ໃນ
ການແກ້ໄຂກອບກູ້ໄພພິບັດໃນໄລຍະທີ່ຜ່ານມາ, ທັງນີ້ກໍເພື່ອເປັນການສ້າງສະຕິ ແລະ ເພີ່ມທະວີວຽກງານຮັບປະກັນຄວາມປອດໄພຊີວິດ, ຊັບສິນຂອງລັດ,
ຂອງສັງຄົມພາຍໃນປະເທດ, ເວົ້າລວມ ເວົ້າສະເພາະຢູ່ໃນອົງການກົມໃຫຍ່ການເມືອງກອງທັບ, ເພື່ອຮັບປະກັນໃນການເຂົ້າຮ່ວມປ້ອງກັນ-ຄວບຄຸມ, ຍົກ
ຍ້າຍວັດຖຸສິ່ງຂອງທີ່ອາດຈະມີຜົນກະທົບໃຫ້ທ່ວງທັນກັບເວລາ, ມີຄວາມປອດໄພ.

     ທ່ານຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ຕີລາຄາສູງຕໍ່ຜົນ ງານການປະຕິບັດໜ້າທີ່ຂອງຄະນະຮັບຜິດຊອບໄພພິບັດທາງທຳມະຊາດໃນຊຸມ
ປີທີ່ຜ່ານມາ, ພ້ອມກັບເນັ້ນໜັກໃຫ້ຄະນະຮັບຜິດຊອບຊຸດໃໝ່ນີ້ ພ້ອມກັນສຸມຈິດໃຈ, ເຫື່ອແຮງທຸກສະຕິປັນຍາເຂົ້າໃນການປະຕິບັດໜ້າທີ່ຂອງຕົນໃຫ້ບັນ
ລຸເປົ້າໝາຍຕາມທີ່ຄາດໝາຍໄວ້.