ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທະນາຄານຮ່ວມທຸລະກິດລາວ - ຫວຽດ ມອບເຄື່ອງຄອມພິວເຕີໃຫ້ແກ່ກົມຜະລິດກະສິກຳ

     ໃນຕອນເຊົ້າວັນທີ 8 ມິຖຸນາ 2018 ນີ້, ຢູ່ທີ່ກົມຜະລິດກະສິກຳກົມໃຫຍ່ພະລາທິການກອງທັບ, ສະຫາຍ ສີປະເສີດ ຄ່ວງສະຫວັນ ຮອງອຳນວຍການ
ໃຫຍ່ທະນາຄານຮ່ວມທຸລະກິດລາວ-ຫວຽດ ພ້ອມດ້ວຍຄະນະໄດ້ນຳເອົາເຄື່ອງຄອມພິວເຕີ ແລະ ອຸປະກອນຮັບໃຊ້ຫ້ອງການຈຳນວນໜຶ່ງ ມອບໃຫ້ແກ່ກົມ
ຜະລິດກະສິກຳກົມໃຫຍ່ພະລາທິການກອງທັບ, ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ພົນຈັດຕະວາ ບຸນສູງ ຢາທໍ່ຕູ້ ກຳມະການຄະນະນະພັກອົງການ
ກົມໃຫຍ່, ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີສະຫາຍ ພັນໂທ ພອນສີ ລໍໄພບູນ ຮອງຫົວໜ້າກົມຜະລິດກະສິກຳກົມໃຫຍ່ພະລາທິການກອງ
ທັບ ພ້ອມດ້ວຍຄະນະ ແລະ ພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.


ພົນຈັດຕະວາ ບຸນສູງ ຢາທໍ່ຕູ້ ເຂົ້າຮ່ວມເປັນປະທານມອບເຄື່ອງຄອມພິວເຕີ

     ໃນພິທີ ສະຫາຍ ສີປະເສີດ ຄ່ວງສະຫວັນ ກໍໄດ້ຂຶ້ນມອບເຄື່ອງດັ່ງກ່າວໃຫ້ແກ່ກົມຜະລິດກະສິກຳກົມໃຫຍ່ພະລາທິການກອງທັບ ເຊິ່ງຕາງໜ້າໃຫ້ແກ່
ກົມຜະລິດກ່າວຮັບໂດຍ ສະຫາຍ ພົນຈັດຕະວາ ບຸນສູງ ຢາທໍ່ຕູ້ ແລະ ກ່າວສະແດງຄວາມຂອບອົກຂອບໃຈມາຍັງສະຫາຍຮອງອຳນວຍການໃຫຍ່ທະນາ
ຄານລາວ-ຫວຽດ ພ້ອມດ້ວຍຄະນະ ທີ່ມີນໍ້າໃຈຄວາມສາມັກຄີຮັກແພງ ແລະ ວັດຖຸດັ່ງກ່າວມາມອບໃຫ້ກອງທັບເວົ້າລວມ, ເວົ້າສະເພາະກົມຜະລິດກະສິ
ກຳໃນຄັ້ງນີ້ ແລະ ໃຫ້ຄຳໝັ້ນສັນຍາວ່າຈະນຳເອົາເຄື່ອງຮັບໃຊ້ຈຳນວນດັ່ງກ່າວນີ້ຈະປະກອບເຂົ້າໃນໜ້າທີ່ວຽກງານຕົວຈິງຂອງບັນດາກົມກອງຕາມເປົ້າ
ໝາຍຂອງພາກສ່ວນອຸປະຖຳ ໃຫ້ເກີດຜົນສຳເລັດຢ່າງຈົບງາມ, ຫຼັງຈາກນັ້ນກໍໄດ້ມອບໃບຈາລຶກບຸນຄຸນໃຫ້ແກ່ທະນາຄານຮ່ວມທຸລະກິດລາວ-ຫວຽດ ທີ
ມີຜົນງານໄດ້ປະກອບສ່ວນເຂົ້າໃນວຽກງານປັບປຸງກໍ່ສ້າງກົມກອງຂອງກອງທັບປະຊາຊົນລາວ.