ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອົງຄະນະພັກກະຊວງການຕ່າງປະເທດ ດຳເນີນຊີວິດການເມືອງປັບປຸງປົວແປງພັກ ປະຈຳປີ 2017

     ກອງປະຊຸມດຳເນີນຊີວິດການເມືອງປັບປຸງປົວແປງພັກຂອງອົງຄະນະພັກກະຊວງການຕ່າງປະເທດ ປະຈຳປີ 2017 ໄດ້ໄຂຂຶ້ນໃນວັນທີ 9 ມິຖຸນາ
2017, ທີ່ກະຊວງການຕ່າງປະເທດ, ພາຍໃຕ້ການເປັນປະທານຂອງ ທ່ານ ສະເຫຼີມໄຊ ກົມມະສິດ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນ
ຕີກະຊວງການຕ່າງປະເທດ ໂດຍໃຫ້ກຽດເຂົ້າຮ່ວມ ແລະ ໃຫ້ທິດຊີ້ນຳຕໍ່ກອງປະຊຸມຂອງ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ກຳມະການກົມການ
ເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາສະຫາຍພາຍໃນຄະນະພັກ, ເລຂາ, ຮອງເລຂາໜ່ວຍພັກ, ບັນດາທ່ານເອກອັກຄະລັດ
ຖະທູດ, ກົງສຸນໃຫຍ່, ສະມາຊິກພັກ ແລະ ແຂກຖືກເຊີນເຂົ້າຮ່ວມ.


ພົນໂທ ຈັນສະໝອນ ຈັນຍາລາດ ເຂົ້າຮ່ວມກອງປະຊຸມດຳເນີນຊີວິດການເມືອງປັບປຸງປົວແປງພັກປະຈຳປີ 2017

     ໃນໂອກາດເປີດກອງປະຊຸມ ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ເນັ້ນວ່າ: ການເປີດກອງປະຊຸມດຳເນີນຊີວິດການເມືອງຄັ້ງນີ້ ແມ່ນມີຄວາມໝາຍຄວາມ
ສຳຄັນ ແລະ ມີຄວາມຈຳເປັນຮຽກຮ້ອງອັນຮີບດ່ວນ ເພື່ອປັບປຸງ ປົວແປງພາຍໃນພັກຂອງອົງຄະນະພັກກະຊວງການຕ່າງປະເທດຕາມຄຳສັ່ງຂອງກົມການ
ເມືອງສູນກາງພັກ ເລກທີ 01/ກມສພ ລົງວັນທີ 01 ກຸມພາ 2017 ແນໃສ່ສ້າງພັກໃຫ້ມີຄວາມປອດໃສ, ໜັກແໜ້ນ, ເຂັ້ມແຂງ, ມີການຫັນປ່ຽນຢ່າງ|
ຕັ້ງໜ້າ ແລະ ທັນກັບສະພາບການ ເພື່ອສືບຕໍ່ນຳພາພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດຕາມທິດທີ່ໄດ້ກຳນົດໃນມະຕິກອງປະຊຸມໃຫຍ່
ຄັ້ງທີ X ຂອງພັກ ແລະ ມະຕິຂອງກອງປະຊຸມໃຫຍ່ຄັ້ງທີ III ຂອງອົງຄະນະພັກກະຊວງການຕ່າງປະເທດ. ພ້ອມນັ້ນ, ສະຫາຍເລຂາຍັງໄດ້ຮຽກຮ້ອງໃຫ້ບັນ
ດາສະຫາຍສະມາຊິກພັກຫຼັກແຫຼ່ງພະນັກງານທຸກສະຫາຍ ຈົ່ງພ້ອມກັນເຊີດຊູ ແລະ ຍົກສູງຄວາມຮັບຜິດຊອບຂອງຕົນດຳເນີນການສຳຫຼວດກວດກາດ້ວຍ
ຄວາມກ້າຫານ, ເດັດດ່ຽວ, ຈິງໃຈ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂະແໜງການຕ່າງປະເທດເຂົ້າໃນ
ການປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດ ກ້າວສູ່ຈຸດໝາຍຂອງພັກ ປະຊາຊົນ ປະຕິວັດລາວ ກຳນົດໄວ້.

     ກອງປະຊຸມໄດ້ພ້ອມກັນຄົ້ນຄວ້າ, ເຊື່ອມຊຶມ 3 ເອກະສານສຳຄັນຄື: ມະຕິວ່າດ້ວຍການແກ້ໄຂພະ ຍາດອາດຍາສິດ, ສະກັດກັ້ນ ແລະ ຕ້ານການສໍ້ລາດ
ບັງຫຼວງ, ເດັດດ່ຽວປັບປຸງປົວແປງພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ແລະ ບົດສະຫຼຸບຕີລາຄາຮອບດ້ານຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມ
ໃຫຍ່ ຄັ້ງທີ Xຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ III ຂອງອົງຄະນະພັກກະຊວງການຕ່າງປະເທດ.

     ໃນໂອກາດດັ່ງກ່າວ, ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ໄດ້ມີຄຳເຫັນຊີ້ນຳຕໍ່ກອງປະຊຸມໂດຍຍົກໃຫ້ເຫັນມູນເຊື້ອການເຕີບໃຫຍ່ຂະຫຍາຍຕົວ
ແລະ ຜົນສຳເລັດອັນພົ້ນເດັ່ນພາຍໃຕ້ການຊີ້ນຳ-ນຳພາຂອງພັກໃນແຕ່ລະໄລຍະ ເຊິ່ງໄດ້ກາຍເປັນພື້ນຖານອັນໜັກແໜ້ນໃຫ້ແກ່ການພັດທະນາເສດຖະກິດ
ສັງຄົມ ກໍຄືການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເຮັດໃຫ້ປະເທດເຮົາສືບຕໍ່ມີຄວາມໜັກແໜ້ນທາງດ້ານການເມືອງ, ສັງຄົມມີຄວາມ
ສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດຂະຫຍາຍຕົວ ຢ່າງຕໍ່ເນື່ອງ ແລະ ໝັ້ນທ່ຽງ, ຊີວິດການເປັນຢູ່ຂອງປະຊາຊົນລາວບັນດາ
ເຜົ່ານັບມື້ດີຂຶ້ນ, ລວມທັງການເຊື່ອມໂຍງກັບພາກພື້ນ ແລະ ສາກົນນັບມື້ຄ່ອງຕົວເປັນຢ່າງດີ, ຍົກສູງບົດບາດຂອງ ສປປ ລາວ ໃຫ້ພົ້ນເດັ່ນໃນເວທີສາກົນ.