ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສຳເລັດບັ້ນດຳເນີນຊີວິດການເມືອງປັບປຸງປົວແປງພາຍໃນພັກ
ທົ່ວອົງຄະນະພັກກະຊວງປ້ອງກັນປະເທດ

     ກອງປະຊຸມດໍາເນີນຊີວິດການເມືອງປັບປຸງປົວແປງພາຍໃນພັກ ທົ່ວອົງຄະນະພັກກະຊວງປ້ອງກັນປະເທດ ທີ່ໄດ້ດໍາເນີນມາແຕ່ວັນທີ 3 ພຶດສະພາ ມາ
ເຖິງວັນທີ 11 ພຶດສະພາ ແມ່ນໄດ້ອັດລົງດ້ວຍຜົນສໍາເລັດອັນຈົບງາມ ໂດຍການເປັນປະທານ ແລະກ່າວອັດກອງປະຊຸມຂອງ ທ່ານ ພົນໂທ ຈັນສະໝອນ
ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຮອງລັດຖະມົນຕີ, ຄະນະນໍາກະຊວງ,
ບັນດາຄະນະພັກ-ຄະນະບັນຊາທີ່ມາຈາກກົມໃຫຍ່, ກົມນ້ອຍ, ຫ້ອງການ, ບັນດາຕົວແທນຄະນະພັກ-ຄະນະບັນຊາກໍາລັງຫຼວງເຂົ້າຮ່ວມ.


ພົນໂທ ຈັນສະໝອນ ຈັນຍາລາດ ເປັນປະທານກອງປະຊຸມດໍາເນີນຊີວິດການເມືອງ
ປັບປຸງປົວແປງພາຍໃນພັກ ທົ່ວອົງຄະນະພັກກະຊວງປ້ອງກັນປະເທດ

     ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ໄດ້ກ່າວມີຄໍາເຫັນປິດກອງປະຊຸມດັ່ງກ່າວວ່າ: ກອງປະຊຸມດັ່ງກ່າວໄດ້ດໍາເນີນມາເປັນເວລາ 7 ວັນດ້ວຍຄວາມ
ຮັບຜິດຊອບສູງຂອງບັນດາສະຫາຍ ມາຮອດມື້ນີ້ແມ່ນໄດ້ສໍາເລັດຕາມຄາດໝາຍທີ່ໄດ້ວາງເອົາໄວ້ ຜ່ານການຄົ້ນຄວ້າເຊື່ອມຊຶມບັນດາເນື້ອໃນເອກະສານ
ສໍາຄັນຕ່າງໆໂດຍສະເພາະເອກະສານ 3 ບົດ ແລະການປະກອບຄໍາເຫັນ, ການສໍາຫຼວດກວດກາຂອງບັນດາສະຫາຍແມ່ນດໍາ ເນີນໄປດ້ວຍບັນຍາກາດທີ່ຟົດ
ຟື້ນ ແລະມີຊີວິດຊີວາ ອັນໄດ້ເຮັດໃຫ້ພວກເຮົາມີຄວາມເປັນເອກະພາບກັນຢ່າງສູງຕໍ່ແນວທາງນະໂຍບາຍຂອງພັກໃນການແກ້ໄຂບັນຫາທີ່ເປັນສິ່ງທ້າທ້າຍ
ອັນໜັກໜ່ວງສໍາລັບພັກ ປະເທດຊາດ ກໍຄືກໍາລັງປະກອບອາວຸດຂອງພວກເຮົາ ພ້ອມທັງໄດ້ຍົກໃຫ້ເຫັນດ້ານອ່ອນ ດ້ານຄົງຄ້າງທີ່ພວກເຮົາຈະຕ້ອງໄດ້ ຕັດ
ສິນໃຈແກ້ໄຂໃນຕໍ່ໜ້າຊອກຫາສາເຫດຕົ້ນຕໍຕ່າງໆ ແລະສະພາບເລັ່ງທວງຮີບດ່ວນທີ່ຈະພ້ອມກັນແກ້ໄຂ ເຊິ່ງພວກເຮົາໃນນາມເປັນຄະນະພັກ-ຄະນະບັນຊາ
ຂັ້ນຕ່າງໆຂອງກອງທັບປະຊາຊົນລາວ ຈະຕ້ອງພ້ອມກັນຫັນເອົາເນື້ອໃນຈິດໃຈກອງປະຊຸມດັ່ງກ່າວ ເຂົ້າໃນການຈັດຕັ້ງປະຕິບັດຕົວຈິງຂອງຄະນະພັກແຕ່ລະ
ຂັ້ນໃຫ້ແທດເໝາະ ແລະມີຜົນສໍາເລັດດີກວ່າເກົ່າ.

     ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ຍັງໄດ້ເນັ້ນໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນເມື່ອກັບຄືນກົມກອງທ້ອງຖິ່ນພາຍໃຕ້ການຊີ້ນໍາຂອງຄະນະ
ພັກກະຊວງປ້ອງກັນປະເທດ ຈົ່ງພ້ອມກັນສືບຕໍ່ຄົ້ນຄວ້າປຶກສາຫາລື ໂດຍມີການວິເຄາະວິໄຈໄຈ້ແຍກກໍາແໜ້ນບັນຫາຈຸດພິເສດຂອງກົມກອງບັນດາຂະ
ແໜງການເຫຼົ່າຮົບໃຫ້ເລິກເຊິ່ງກວ່າເກົ່າ ເພື່ອປັບປຸງທິດທາງແຜນການຂອງຕົນໃຫ້ແທດເໝາະກວ່າເກົ່າ, ເຊີດຊູຄວາມເປັນແບບຢ່າງ ນໍາໜ້າປັບປຸງຍົກລະ
ດັບຄວາມຮູ້ຄວາມສາມາດຂອງຕົນ ໃຫ້ສົມຄູ່ກັບຄວາມຮຽກຮ້ອງຕ້ອງການໃນໜ້າທີ່ການ ເມືອງໃນໄລຍະໃໝ່, ເອົາໃຈໃສ່ສຶກສາອົບຮົມນໍາພາສະມາຊິກ
ພັກ, ພະນັກງານ-ນັກຮົບທີ່ຢູ່ໃນຂອບເຂດຮັບຜິດຊອບຂອງຕົນກໍາໃຫ້ແໜ້ນແນວຄິດ ແລະການກະທໍາຂອງພະນັກງານ-ນັກຮົບ ແລະສຶກສາໃຫ້ຖືກກັບເປົ້າ
ໝາຍ, ພ້ອມກັນເຊີດຊູມານະຈິດປະຕິວັດ, ປັບປຸງຕົນເອງຕິດພັນກັບການປັບປຸງກໍ່ສ້າງກົມກອງ ແລະກໍາລັງປະກອບອາວຸດຢ່າງຮອບດ້ານ, ສູ້ຊົນບຸກບືນ
ເຮັດແທ້ທໍາຈິງ, ກ້າຄິດ, ກ້າເຮັດ, ກ້າເສຍສະຫຼະ ແລະກ້າຮັບຜິດຊອບຕໍ່ວຽກງານ.