ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະນຳກົມໃຫຍ່ການເມືອງກອງທັບເຂົ້າອວຍພອນ
ທ່ານ ພົນໂທ ແສງນວນ ໄຊຍະລາດ ເນື່ອງໃນໂອກາດປີໃໝ່ລາວ

     ຄະນະນໍາກົມໃຫຍ່ການເມືອງກອງທັບນໍາໂດຍ ທ່ານ ພົນຈັດຕະວາ ວັນທອງ ກອງມະນີ ກໍາມະການຄະນະພັກກະຊວງ, ຮອງຫົວໜ້າກົມໃຫຍ່ການ
ເມືອງກອງທັບ ໄດ້ນໍາເອົາກະຕ່າດອກໄມ້ເຂົ້າອວຍພອນ ທ່ານ ພົນໂທ ແສງນວນ ໄຊຍະລາດ ຄະນະເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ
ໃນວັນທີ 10 ເມສາ 2018, ຢູ່ທີ່ສະພາແຫ່ງຊາດ (ຫຼັກ 6) ເນື່ອງໃນໂອກາດປີໃໝ່ລາວ ພສ 2561.


ພົນຈັດຕະວາ ວັນທອງ ກອງມະນີ  ເຂົ້າອວຍພອນ ທ່ານ ພົນໂທ ແສງນວນ ໄຊຍະລາດ ເນື່ອງໃນໂອກາດປີໃໝ່ລາວ

     ໂອກາດນີ້ ທ່ານ ພົນຈັດຕະວາ ວັນທອງ ກອງມະນີ ໄດ້ນໍາເອົາຄໍາອວຍພອນອັນອົບອຸ່ນ, ຄວາມຮັກແພງສາມັກຄີ, ຄວາມເປັນຫ່ວງເປັນໃຍແດ່ ທ່ານ
ພົນໂທ ແສງນວນ ໄຊຍະລາດ ຂໍຂອບອົກຂອບໃຈທີ່ໃຫ້ການສຶກສາອົບຮົມ, ຊີ້ທິດເຍືອງທາງໃຫ້ແກ່ກອງທັບໃນຕະຫຼອດໄລຍະເວລາທີ່ຜ່ານມາ, ທຸ່ມເທ
ສະຕິປັນຍາໃສ່ໜ້າທີ່ວຽກງານຂອງຕົນຈົນສໍາເລັດຕາມທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້, ຂໍອວຍພອນໃຫ້ ທ່ານ ພົນໂທ ແສງນວນ ໄຊຍະລາດ
ຈົ່ງປະສົບຜົນສໍາເລັດໃນໜ້າທີ່ວຽກງານອັນໃໝ່, ຂໍໃຫ້ມີສຸຂະພາບແຂງແຮງ, ສືບຕໍ່ຊີ້ນໍາ-ນໍາພາປະເທດຊາດກ້າວໜ້າຂຶ້ນຢ່າງບໍ່ຢຸດຢັ້ງ.

     ໂອກາດດຽວກັນນີ້, ທ່ານ ພົນໂທ ແສງນວນ ໄຊຍະລາດ ໄດ້ສະແດງຄວາມດີອົກດີໃຈ, ຍິນດີ ຕ້ອນຮັບ ແລະ ຂອບໃຈມາຍັງຄະນະນໍາກົມໃຫຍ່ການ
ເມືອງກອງທັບທີ່ຍາມໃດກໍມີຄວາມເປັນຫ່ວງເປັນໃຍ, ເສຍສະຫຼະເວລາມາຢ້ຽມຢາມຖາມຂ່າວ ແລະ ຖືເອົາໂອກາດປີໃໝ່ລາວນີ້ຂໍອວຍໄຊໃຫ້ພອນແກ່ຄະ
ນະນໍາກົມໃຫຍ່ການເມືອງກອງທັບນາຍ ແລະ ພົນທະຫານທຸກຄົນທົ່ວກອງທັບຈົ່ງມີສຸຂະພາບແຂງແຮງ, ສືບຕໍ່ຕັ້ງໜ້າເສີມຂະຫຍາຍມູນເຊື້ອອັນດີງາມຂອງ
ກອງທັບປັບປຸງກໍ່ສ້າງຕົນເອງໃຫ້ນັບມື້ໜັກແໜ້ນເຂັ້ມແຂງ, ມີແບບແຜນທີ່ທັນສະໄໝຍິ່ງໆຂຶ້ນ ແລະ ເຮັດສໍາເລັດໜ້າທີ່ວຽກງານຂອງຕົນທີ່ພັກ-ລັດ ແລະ
ປະຊາຊົນມອບໝາຍໃຫ້.