ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລະນຶກວັນສ້າງຕັ້ງເຫຼົ່າຮົບທະຫານອາກາດ ຄົບຮອບ 47 ປີ

     ກົມທະຫານອາກາດກົມໃຫຍ່ເສນາທິການກອງທັບ ຈັດພິທີລະນຶກວັນສ້າງຕັ້ງເຫຼົ່າຮົບທະຫານອາກາດຄົບຮອບ 47 ປີ (4/5/1970–4/5/2017) ໃນ
ວັນທີ 4 ພຶດສະພາ 2017 ນີ້, ຢູ່ທີ່ສະໂມສອນກອງພັນໃຫຍ່ 703 ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ພົນຕີ ອ່ອນສີ ແສນສຸກ ຮອງລັດຖະມົນຕີກະ
ຊວງປ້ອງກັນປະເທດ, ມີບັນດາທ່ານທີ່ຕາງໜ້າກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງທົ່ວ
ເຫຼົ່າຮົບທະຫານອາກາດ, ພະນັກງານປະຕິວັດອາວຸໂສ-ບໍານານ ພ້ອມດ້ວຍແຂກທີ່ຖືກເຊີນມາຈາກກົມກອງອ້ອມຂ້າງເຂົ້າຮ່ວມ.


ພົນຕີ ອ່ອນສີ ແສນສຸກ ເຂົ້າຮ່ວມພິທີລະນຶກວັນສ້າງຕັ້ງເຫຼົ່າຮົບທະຫານອາກາດຄົບຮອບ 47 ປ

     ທ່ານ ພົນຈັດຕະວາ ຄໍາພັດ ພົມມະຫາໄຊ ຫົວໜ້າກົມທະຫານອາກາດກົມໃຫຍ່ເສນາທິການກອງທັບ ໄດ້ມີຄໍາເຫັນເລົ່າຄືນປະຫວັດຄວາມເປັນມາ
ແລະມູນເຊື້ອແຫ່ງການກໍາເນີດເຕີບໃຫຍ່ຂະຫຍາຍຕົວຂອງເຫຼົ່າຮົບທະຫານອາກາດໃນແຕ່ລະໄລຍະ ເຊິ່ງການສ້າງຕັ້ງເຫຼົ່າຮົບທະຫານອາກາດເປັນເຫດການ
ການເມືອງທີ່ສໍາຄັນໃນປະຫວັດສາດຂອງຊາດ, ຂອງກອງທັບ ສ່ອງແສງໃຫ້ເຫັນເຖິງການເຕີບໃຫຍ່ຂະຫຍາຍຕົວຂອງກອງທັບ ປະຊາຊົນລາວ ແມ່ນການ
ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງຂອງພັກ, ຮັບປະກັນເຮັດໃຫ້ກອງທັບມີຄວາມໜັກແໜ້ນເຂັ້ມແຂງໃນທຸກໆດ້ານ ສາມາດ
ສູ້ຮົບມີໄຊຕາມການມອບໝາຍຂອງຂັ້ນເທິງ ພາຍຫຼັງໄດ້ຮັບການສ້າງຕັ້ງຂຶ້ນເຫຼົ່າຮົບທະຫານອາກາດກໍໄດ້ຮັບການມອບໝາຍໜ້າທີ່ສໍາຄັນຈາກພັກ-ລັດ
ແລະກະຊວງປ້ອງກັນປະເທດ ທັງປັບປຸງກໍ່ສ້າງກໍາລັງ, ທັງອົບຮົມຫັດແອບຮໍ່າຮຽນວິຊາສະເພາະໄປຄຽງຄູ່ກັບການເຄື່ອນໄຫວຈັດຕັ້ງປະຕິບັດໜ້າທີ່ວຽກ
ງານການເມືອງໃນຕະຫຼອດໄລຍະ 47 ປີ ແຫ່ງການກໍາເນີດເຕີບໃຫຍ່ເຂັ້ມແຂງຂອງເຫຼົ່າຮົບທະຫານອາກາດ ບົນເສັ້ນທາງປະຫວັດສາດທີ່ເຕັມໄປດ້ວຍ
ການເສຍສະຫຼະເລືອດເນື້ອ, ເຫື່ອແຮງ, ຂອງພະນັກງານ-ນັກຮົບທົ່ວກອງທັບເວົ້າລວມ ເວົ້າສະເພາະໃນເຫຼົ່າຮົບທະຫານອາກາດໄດ້ປະກອບສ່ວນຢ່າງສົມ
ກຽດເຂົ້າໃນໄຊຊະນະລວມຂອງຊາດດ້ວຍມານະຈິດປະຕິວັດອັນສູງສົ່ງ ມາເຖິງປັດຈຸບັນເຫຼົ່າທະຫານອາກາດມີຄວາມເຕີບໃຫຍ່ເຂັ້ມແຂງ ແລະຂະຫຍາຍ
ຕົວທາງດ້ານບຸກຄະລາກອນ, ພາຫະນະປະກອບ, ນັກບິນ ແລະນາຍຊ່າງທີ່ມີລະດັບວິຊາສະເພາະທີ່ແນ່ນອນຈາກຜົນງານໄຊຊະນະທີ່ຍາດມາໄດ້ນັ້ນເຮັດໃຫ້
ບັນດາກົມກອງເຫຼົ່າຮົບໄດ້ຮັບການຍ້ອງຍໍສັນລະເສີນຈາກພັກ-ລັດຄື: ກອງພັນໃຫຍ່ 703 ໄດ້ຮັບນາມະຍົດເປັນກອງພິລະອາດຫານ, ກອງພັນນ້ອຍ 302
ຍົນ ຂຶ້ນຊື່ຮັບນາມະຍົດເປັນກອງວີລະຊົນ, ກອງພັນນ້ອຍ 303 ອູ່ສ້ອມແປງເປັນກອງພິລະອາດຫານ ແລະກອງພັນໃຫຍ່ 702 ໄດ້ຮັບຫຼຽນໄຊ, ໃບຍ້ອງ
ຍໍຂັ້ນຕ່າງໆໃຫ້ກົມກອງລວມໝູ່-ບຸກຄົນຢ່າງຫຼວງຫຼາຍ.

     ໃນໂອກາດເຂົ້າຮ່ວມພິທີອັນມີຄວາມໝາຍນີ້ ທ່ານ ພົນຕີ ອ່ອນສີ ແສນສຸກ ຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ກໍ
ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານໄຊຊະນະທີ່ເຫຼົ່າຮົບທະຫານອາກາດຍາດມາໄດ້ໃນຕະຫຼອດໄລຍະ 47 ປີຜ່ານມາ ພ້ອມທັງຮຽກຮ້ອງໃຫ້
ຄະນະພັກ-ຄະນະບັນຊາທຸກຂັ້ນ ສຶບຕໍ່ຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນເຂົ້າໃນການສຶກສາສາອົບຮົມການເມືອງນໍາ ພາແນວຄິດໃຫ້
ພະນັກງານ-ນັກຮົບໃນທົ່ວກົມກອງເຫຼົ່າຮົບ ມີຄວາມຮັບຮູ້ເຊື່ອມຊຶມກໍາແໜ້ນຕໍ່ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຂໍ້ກໍານົດກົດລະບຽບ
ຂອງກອງທັບ, ຂອງເຫຼົ່າຮົບວາງອອກ, ເອົາໃຈໃສ່ຊີ້ນໍາໆພາກົມກອງເຫຼົ່າຮົບອອກແຮງເຄື່ອນໄຫວຈັດຕັ້ງຜັນຂະຫຍາຍ 4 ໜ້າທີ່ໃຫຍ່ 26 ແຜນງານຂອງ
ກອງທັບ ເພື່ອພັດທະນາປັບປຸງກໍ່ສ້າງກົມກອງໃຫ້ມີຄວາມໜັກແໜ້ນເຂັ້ມແຂງໃນທຸກໆດ້ານ, ປົກປັກຮັກສາ ແລະເສີມຂະຫຍາຍມູນເຊື້ອອັນດີງາມຂອງ
ກອງທັບ, ຂອງເຫຼົ່າຮົບທະຫານອາກາດໃຫ້ເກີດດອກອອກຜົນ ແນໃສ່ກຽມ ພ້ອມເຮັດສໍາເລັດໜ້າທີ່ວຽກງານຕາມການມອບໝາຍຂອງຂັ້ນເທິງຢ່າງມີ
ໝາກຜົນອັນຈົບງາມ.