ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະນຳກົມໃຫຍ່ເສນາທິການກອງທັບ
ເຂົ້າອວຍພອນລັດຖະມົນຕີກະຊວງປ້ອງກັນປະເທດ


ພົນຈັດຕະວາ ຈັນທອງ ສອນຕະອາດ ພ້ອມດ້ວຍຄະນະເຂົ້າອວຍພອນລັດຖະມົນຕີກະຊວງປ້ອງກັນປະເທດ

     ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ຄສ 2559 ແລະຕ້ອນຮັບປີໃໝ່ ພສ 2560, ໃນຕອນບ່າຍ 11 ເມສາ 2017 ນີ້, ກົມໃຫຍ່ເສນາທິການກອງທັບ
ເຊິ່ງນຳໂດຍ ພົນຈັດຕະວາ ຈັນທອງ ສອນຕະອາດ ຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ພ້ອມດ້ວຍຄະນະ ເຊິ່ງ
ຕາງໜ້າໃຫ້ແກ່ຄະນະພັກກົມໃຫຍ່ເສນາທິການກອງທັບ ເຂົ້າອວຍພອນ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ
ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ນຳເອົາພອນໄຊອັນປະເສີດຈາກນາຍ ແລະພົນທະຫານທົ່ວກົມໃຫຍ່ເສນາທິການກອງທັບສົ່ງແດ່ທ່ານລັດຖະມົນ
ຕີກະຊວງປ້ອງກັນປະເທດ ຈົ່ງມີສຸຂະພາບແຂງແຮງມີຄວາມຈະເລີນຜາສຸກໃນຊີວິດສ່ວນຕົວ ແລະຄອບຄົວ, ປະສົບຜົນສຳເລັດໃນໜ້າທີ່ວຽກງານອັນມີ
ກຽດສະຫງ່າຂອງທ່ານ ແລະສືບຕໍ່ຊີ້ນຳ-ນຳພາກອງທັບເຮັດສໍາເລັດໜ້າທີ່ການເມືອງຂອງຕົນທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້.