ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດ​ຮັບຮອງ​ເອົາຄະນະພັກກອງພັນໃຫຍ່ 703 ຊຸດໃໝ່


ສະຫາຍ ພົນຕີ ອ່ອນສີ ແສນສຸກ ກຳມະການຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດເປັນປະທານ

     ໃນວັນທີ 6 ກຸມພາ 2020 ນີ້, ກອງພັນໃຫຍ່ 703 ໄດ້ຈັດພິທີປະກາດຮັບຮອງເອົາ ຄະນະພັກຊຸດໃໝ່ຂຶ້ນຢ່າງເປັນທາງການໂດຍການເປັນປະທານຂອງ ສະຫາຍ ພົນ
ຕີ ອ່ອນສີ ແສນສຸກ ກຳມະການຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ມີຄະນະພັກ-ຄະນະບັນຊາ, ຄະນະໜ່ວຍພັກທົ່ວກອງພັນໃຫຍ່ 703
ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.

     ໃນໂອກາດນີ້ ສະຫາຍ ພັນເອກ ທອງສີ ວິຈິດວົງສາ ຮອງຫົວໜ້າ ກົມຈັດຕັ້ງພັກໄດ້ຂຶ້ນອ່ານມະຕິຕົກລົງຂອງ ຄະນະພັກກະຊວງປ້ອງກັນປະເທດ ວ່າດ້ວຍການຮັບຮອງ
ອົາ ຄະນະພັກກອງພັນໃຫຍ່ 703 ສະໄໝທີ VI ໂດຍອີງໃສ່ກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ X ໝວດທີ V ມາດຕາທີ 25 ວ່າດ້ວຍສະໄໝກອງປະ
ຊຸມໃຫຍ່ຜູ້ແທນຂອງພັກອີງໃສ່ຜົນການປ່ອນບັດເລືອກຕັ້ງ ຄະນະພັກຊຸດໃໝ່ສະໄໝທີ VI ຂອງ ຄະນະພັກກອງພັນໃຫຍ່ 703, ຄະນະພັກກະຊວງປ້ອງກັນປະເທດ ຕົກລົງ
ຮັບຮອງເອົາ ຄະນະພັກກອງພັນໃຫຍ່ 703 ສະ ໄໝທີ VI ປະກອບມີ: ສະຫາຍ ພັນເອກ ສຸນທອນ ພົມມະແສນ ເປັນເລຂາຄະນະພັກ, ສະຫາຍ ພັນເອກ ຄຳມ້າວ ວໍລະເດດ
ເປັນຮອງເລຂາຄະນະພັກ, ສະຫາຍ ພັນໂທ ເພັງຄຳສຸກ ຂຸນສັກດາ ເປັນປະທານກວດກາພັກ, ມີສະຫາຍ ພັນເອກ ບຸນກວ້າງ ໃຈມະວົງສັກ, ສະຫາຍ ພັນໂທ ລຳທອງ ວົງ
ມະນີ, ສະຫາຍ ພັນໂທ ສີນວນ ວົງນາໄຊ, ສະຫາຍ ພັນໂທ ບຸນໄຫຼ ໄຊຍະສິງ, ສະຫາຍ ພັນໂທ ແສງປະເສີດ ຄຳພູນວົງ ແລະ ສະຫາຍ ພັນໂທ ບົວວັນ ກັນຍາວົງ ເປັນຄະ
ນະພັກກອງພັນໃຫຍ່ 703, ເຊິ່ງການປະກາດຮັບຮອງ ຄະນະພັກຊຸດໃໝ່ຄັ້ງນີ້ ແມ່ນເປັນການປັບປຸງລະບົບກົງຈັກການຈັດຕັ້ງຂັ້ນນຳພາ-ບັນຊາໃນກຳລັງປະກອບອາວຸດໃຫ້
ມີຄວາມໜັກແໜ້ນເຂັ້ມແຂງຮອບດ້ານ ເພື່ອເຮັດສຳເລັດໜ້າທີ່ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນໄລຍະໃໝ່.

     ໃນໂອກາດນີ້, ສະຫາຍ ພົນຕີ ອ່ອນສີ ແສນສຸກ ໄດ້ໃຫ້ການໂອ້ລົມ ແລະ ຮຽກຮ້ອງໃຫ້ບັນດາ ສະຫາຍ ໃນຄະນະພັກຊຸດໃໝ່ ຈົ່ງສືບຕໍ່ປະຕິບັດໜ້າທີ່ການເມືອງຂອງ
ກົມກອງ, ເຊື່ອມຊຶມກຳແໜ້ນເນື້ອໃນຈິດໃຈກອງປະຊຸມໃຫຍ່ຄັ້ງທີ X ຂອງພັກຕິດພັນກັບ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ ຄະນະພັກກະຊວງປ້ອງກັນປະເທດ ວາງອອກ,
ໂດຍຖືເອົາວຽກງານສຶກສາອົບຮົມການເມືອງນຳພາແນວຄິດເປັນຫຼັກ, ສອດຫ້ອຍເຂົ້າ ໃນທຸກຂົງເຂດວຽກງານຂອງກົມກອງ ແລະ ເສີມຂະຫຍາຍຍົກສູງຄວາມຮັບຜິດ
ຊອບໃນການອອກແຮງເຝິກຝົນຫຼໍ່ຫຼອມຄຸນສົມບັດສິນທຳປະຕິວັດ, ອົດທົນພາກພຽນຍົກລະດັບຄວາມຮູ້ທາງດ້ານການເມືອງ, ຄວາມຮູ້ທາງດ້ານວິຊາສະເພາະເຕັກນິກ,
ມີສະຕິລະວັງຕົວ, ຕ້ານພະຍາດອາຍາສິດ, ຫ່າງເຫີນມະຫາຊົນ, ຫ່າງເຫີນພຶດ ຕິກຳ, ຮັກສາຄວາມສາມັກຄີພາຍໃນ ແລະ ພາຍນອກໃຫ້ແໜ້ນແຟ້ນ ແລະ ມີແບບແຜນ
ວິທີເຮັດວຽກຢ່າງຖືກຕ້ອງ, ເອົາໃຈໃສ່ໃນການກໍ່ສ້າງພັກ, ກໍ່ສ້າງພະນັກງານໃຫ້ຖືກກັບທິດຊີ້ນຳ ແລະ ຫຼັກການຂອງພັກ, ພົວພັນຮ່ວມມືກັບອົງການປົກຄອງທ້ອງຖິ່ນຂອບ
ເຂດກົມກອງຕັ້ງທັບ ເພື່ອເຮັດໃຫ້ສະພາບມີຄວາມສະຫງົບໂດຍພື້ນ ຖານຕັ້ງໜ້າປັບປຸງກໍ່ສ້າງກຳລັງໃຫ້ມີໃບໜ້າອັນໃໝ່.