ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ

ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທີ່ປຶກສາພິເສດນາຍົກລັດຖະມົນຕີ ຍີ່ປຸ່ນ

     ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ
ເຄັນທາໂຣ ໂຊໂນະອຸຣະ ທີ່ປືກສາພິເສດ ຂອງນາຍົກລັດຖະມົນຕີ ແຫ່ງຍີ່ປຸ່ນ ໃນວັນທີ 9 ກຸມພາ 2018 ນີ້, ຢູ່ທີ່ຫ້ອງຮັບແຂກສຳນັກງານນາຍົກລັດຖະ
ມົນຕີ ເນື່ອງໃນໂອກາດທີ່ທ່ານ ພ້ອມດ້ວຍຄະນະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ.


ພົນໂທ ຈັນສະໝອນ ຈັນຍາລາດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທີ່ປຶກສາພິເສດນາຍົກລັດຖະມົນຕີ ຍີ່ປຸ່ນ

     ໂອກາດນີ້, ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ກໍໄດ້ກ່າວສະແດງຄວາມຍິນດີຕ້ອນຮັບຕໍ່ ທ່ານ ເຄັນທາໂຣ ໂຊໂນະອຸຣະ ແລະ ຄະນະດ້ວຍໄມຕີ
ຈິດມິດຕະພາບອັນອົບອຸ່ນຊີ້ໃຫ້ເຫັນເຖິງການປະກອບສ່ວນອັນສຳຄັນເຂົ້າໃນການສົ່ງເສີມການພົວພັນຮ່ວມມືລະຫວ່າງສອງປະເທດ ກໍຄືກອງທັບລາວ-ຍີ່
ປຸນທີ່ມີມາແລ້ວນັ້ນໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງ, ເປັນຕົ້ນແມ່ນການຮ່ວມມືຊ່ວຍເຫຼືອກໍ່ສ້າງຊັບພະຍາກອນມະນຸດ ແລະ ການຮ່ວມມືເຝິກຊ້ອມຕ້ານ ແລະ ສະ
ກັດກັ້ນບັນເທົາໄພພິບັດທຳມະຊາດທີ່ທັງສອງຝ່າຍເຫັນດີຮ່ວມກັນໃນໄລຍະຜ່ານມາ, ພ້ອມດຽວກັນນັ້ນທ່ານ ລັດຖະມົນຕີກະຊວງປ້ອງກັນປະເທດ ເຮົາ
ກໍໄດ້ອວຍພອນໃຫ້ທ່ານພ້ອມດ້ວຍຄະນະຈົ່ງປະສົບຜົນສຳເລັດໃນການເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ຕາມຈຸດປະສົງຄາດໝາຍທີ່ວາງໄວ້.

     ທ່ານ ເຄັນທາໂຣ ໂຊໂນະອຸຣະ ກໍໄດ້ກ່າວສະແດງຄວາມຂອບອົກຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງທ່ານ ລັດຖະມົນຕີກະຊວງປ້ອງກັນປະເທດ
ແຫ່ງ ສປປ ລາວ ໃນຄັ້ງນີ້ ພ້ອມທັງໃຫ້ການຢືນຢັນວ່າ: ຈະພະຍາຍາມສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມືຊ່ວຍເຫຼືອປະຕິບັດໜ້າທີ່ທີ່ສອງຝ່າຍເຫັນ
ດີຮ່ວມກັນໃນຕໍ່ໜ້າໃຫ້ດີທີ່ສຸດເພື່ອປະກອບສ່ວນສົ່ງເສີມ, ຮັດແໜ້ນສາຍພົວພັນການຮ່ວມມືລະຫວ່າງສອງປະເທດ ລາວ-ຍີ່ປຸ່ນ ກໍຄືລະຫວ່າງ 2 ກອງ
ທັບ ລາວ-ຍີ່ປຸ່ນ ໃຫ້ນັບມື້ບັນລຸໝາກຜົນສູງ ພ້ອມນີ້ ທ່ານ ເຄັນທາໂຣ ໂຊໂນະອຸຣະ ກໍໄດ້ຖືເອົາໂອກາດນີ້ເຊື້ອເຊີນທ່ານ ລັດຖະມົນຕີກະຊວງປ້ອງກັນປະ
ເທດເຮົາໄປຢ້ຽມຢາມຍີ່ປຸ່ນຕາມກາລະເວລາອັນເໝາະສົມອີກດ້ວຍ.