ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດແຕ່ງຕັ້ງບົ່ງຕົວຄະນະພັກກອງບັນຊາການທະຫານແຂວງໄຊສົມບູນ

     ໃນວັນທີ 24 ພະຈິກ 2016 ນີ້, ຢູ່ທີ່ກອງບັນຊາການທະຫານແຂວງໄຊສົມບູນ ໄດ້ປະກາດແຕ່ງຕັ້ງບົ່ງຕົວຄະນະພັກກອງບັນຊາການທະຫານແຂວງ
ດັ່ງກ່າວ ໂດຍການເຂົ້າຮ່ວມຂອງ ສະຫາຍ ບຸນສຸກ ຈອມວິສານ ຄະນະປະຈໍາພັກແຂວງ ຮອງເລຂາຄະນະບໍລິຫານງານພັກແຂວງ ຫົວໜ້າຄະນະຈັດຕັ້ງພັກ
ແຂວງໄຊສົມບູນ, ມີສະຫາຍ ພັນເອກ ບົວລະພັນ ສຸວັນນະແພງ ຮອງເລຂາຄະນະພັກ ຫົວໜ້າການທະຫານກອງບັນຊາການທະຫານແຂວງໄຊສົມບູນ
ພ້ອມດ້ວຍຄະນະເຂົ້າຮວ່ມ.

                                
                                                     

     ໃນພິທີສະຫາຍ ຮ້ອຍເອກ ບຸນໄມ ຊຽງຊອງລໍ່ຊົ່ວໄມ ຊ່ວຍວຽກພະແນກຈັດຕັ້ງພັກ ໄດ້ຂຶ້ນຜ່ານຂໍ້ຕົກ ລົງຂອງຄະນະປະຈຳພັກແຂວງ ວ່າດ້ວຍການ
ບົ່ງຕົວແຕ່ງຕັ້ງຄະນະພັກກອງບັນຊາການທະຫານແຂວງໄຊສົມບູນ ຄື: ສະຫາຍ ພັນເອກ ບຸນວຽງ ໄຊເສົາຢາ ເປັນເລຂາຄະນະພັກ ຫົວໜ້າການເມືອງກອງ
ບັນຊາການທະຫານແຂວງໄຊສົມບູນ, ສະຫາຍ ພັນເອກ ບົວລະພັນ ສຸວັນນະແພງ ເປັນຮອງເລຂາຄະນະພັກ ຫົວໜ້າການທະຫານກອງບັນຊາການທະຫານ
ແຂວງ, ສະຫາຍ ພັນໂທ ວິລະໄຊ ສົມສັກ ເປັນປະທານກວດກາຄະນະພັກ ຫົວໜ້າຫ້ອງການເມືອງກອງບັນຊາການທະຫານແຂວງ, ສະຫາຍ ພັນໂທ ຄຳອິ້ງ
ກິ່ງແກ້ວ ເປັນກຳມະການປ້ອງກັນພັກ ຄະນະພັກ ຫົວໜ້າຫ້ອງເສນາທິການ ແລະສະຫາຍ ພັນໂທ ສຸກສະໄຫວ ພັນທອງ ເປັນກຳມະການການຄັງ ຄະນະພັກ
ຫົວໜ້າຫ້ອງພະລາທິການ.

     ໃນໂອກາດນີ້, ສະຫາຍ ບຸນສຸກ ຈອມວິສານ ໄດ້ໂອ້ລົມຕໍ່ພິທີ ເຊິ່ງສະຫາຍກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະພັກ-ຄະນະກອງບັນຊາທະຫານ
ແຂວງໄຊສົມບູນ ແລະຮຽກຮ້ອງໃຫ້ຄະນະພັກຜູ້ທີ່ຖືກແຕ່ງຕັ້ງບົ່ງຕົວໃນຄັ້ງນີ້ ຈົ່ງພ້ອມກັນສືບຕໍ່ນໍາພາ-ບັນຊາກຳລັງປະກອບອາວຸດທ້ອງຖິ່ນແຂວງໄຊສົມ
ບູນໃຫ້ເຂັ້ມແຂງ ຮອບດ້ານ, ມີລະບຽບແບບແຜນ, ມີຄວາມສາມັກຄີເປັນປຶກແຜ່ນເຮັດສຳເລັດໜ້າທີ່ ເປັນຕົ້ນແມ່ນວຽກງານປ້ອງກັນຊາດ-ປ້ອງກັນ
ຄວາມສະຫງົບ, ຍົກສູງພາລະບົດບາດຂອງພັກຕໍ່ການຈັດຕັ້ງປະຕິບັດຕໍ່ແນວທາງນະໂຍ ບາຍຂອງພັກ.