ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ການແຂ່ງຂັນຍິງປືນກອງທັບບົກອາຊຽນ ເລີ່ມຕົ້ນແລ້ວ

     ພິທີເປີດການແຂ່ງຂັນຍິງປືນກອງທັບບົກອາຊຽນ ຄັ້ງທີ 26 ນີ້, ໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 28 ພະຈິກ 2016 ນີ້, ທີ່ສະໜາມຍິງປືນກອງ
ທັບບົກອາຊຽນປະເທດ ຟິລິບປິນ, ໂດຍການເປັນປະທານຂອງ ທ່ານ ພົນຕີ ຮາໂຣດ ຄາເບ ໂຣດສ໌ ຜູ້ບັນຊາການສູງສຸດກອງທັບບົກປະເທດ ຟິລິບປິນມີ
ຕາງໜ້າຄະນະ ແລະນັກກີລາຍິງປືນຈາກກອງທັບປະຊາຊົນລາວ ນຳໂດຍ ທ່ານ ພັນເອກ ຄຳປ່ຽວ ພິມມະສອນ ຫົວໜ້າກົມອົບຮົມ ກົມໃຫຍ່ເສນາທິການ
ກອງທັບ, ມີບັນດາຄະນະ ແລະນັກກີລາຍິງປືນຈາກກອງທັບບົກ ບັນດາປະເທດອາຊຽນ 10 ປະເທດຄື: ສປປ ລາວ, ບຣູໄນ, ກຳປູເຈຍ, ອິນໂດເນເຊຍ, ມາ
ເລເຊຍ, ຟິລິບປິນ, ສິງກະໂປ, ໄທ, ມຽນມາ ແລະຫວຽດນາມ ເຂົ້າຮ່ວມ.

                                
                                                  

     ທ່ານ ພົນຕີ ຮາໂຣດ ຄາເບ ໂຣດສ໌ ໄດ້ກ່າວວ່າ: ການແຂ່ງຂັນຍິງປືນກອງທັບບົກບັນດາປະເທດອາຊຽນ ແມ່ນກິດຈະກຳທີ່ໄດ້ຈັດຂຶ້ນເປັນປະຈຳທຸກໆ
ປີໃນກຸ່ມປະເທດສະມາຊິກອາຊຽນ, ເປັນກິດຈະກຳທີ່ດີງາມໃນຄວາມສຳພັນດ້ານການທະຫານຂອງປະເທດຕ່າງໆໃນພາກພື້ນ, ໃນໂອກາດນີ້ ທ່ານຍັງໄດ້
ຮຽກຮ້ອງໃຫ້ທຸກໆທ່ານຖືໂອກາດສຳຄັນນີ້ເພື່ອສ້າງຄວາມສາມັກຄີພາຍໃນອາຊຽນ, ເພາະວ່າການແຂ່ງຂັນຍິງປືນຄັ້ງນີ້ ບໍ່ແມ່ນການເອົາຊະນະກັນ, ແຕ່ມັນ
ແມ່ນການເຮັດໃຫ້ອາຊຽນຂອງພວກເຮົາດີຂຶ້ນ ແລະເຂັ້ມແຂງຂຶ້ນກວ່າເກົ່າ, ການແຂ່ງຂັນຍິງປືນກອງທັບບົກອາຊຽນແມ່ນຈະໄດ້ດຳເນີນໄປຮອດວັນທີ 7
ທັນວາ 2016 ນີ້ ຈຶ່ງຈະສຳເລັດ.