ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຜູ້ບັນຊາການທະຫານສູງສຸດກຳລັງປ້ອງກັນຕົນເອງ ຍີ່ປຸ່ນ ຢ້ຽມຢາມ ສປປ ລາວ

     ຄະນະຜູ້ແທນທະຫານຂັ້ນສູງກຳລັງປ້ອງກັນຕົນເອງຂອງຍີ່ປຸ່ນ ເຊິ່ງນຳໂດຍ ທ່ານ ພົນເຮືອເອກ ກັດຊູໂຕຊິ ກາວາໂນ ຜູ້ບັນຊາການທະຫານສູງສຸດກຳ
ລັງປ້ອງກັນຕົນເອງ ແຫ່ງ ຍີ່ປຸ່ນ ໄດ້ເດີນທາງມາຢ້ຽມຢາມມິດ ຕະພາບຢູ່ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 27-29 ພະຈິກ 2016 ນີ້, ພິ
ທີຕ້ອນຮັບທາງການ ໄດ້ຈັດຂຶ້ນທີ່ສຳນັກງານກະຊວງປ້ອງກັນປະເທດ ໂດຍການຕ້ອນຮັບຂອງ ທ່ານ ພົນຕີ ສຸວອນ ເລືອງບຸນມີ ຮອງລັດຖະມົນຕີກະຊວງ
ປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ພ້ອມດ້ວຍຄະນະ ໃຫ້ການຕ້ອນຮັບຢ່າງສົມກຽດ.

                                
                                                                   ພົນຕີ ສຸວອນ ເລືອງບຸນມີ ພ້ອມດ້ວຍຄະນະ ຕ້ອນຮັບຜູ້ບັນຊາການທະຫານສູງສຸດ ຍີ່ປຸ່ນ

     ທັງສອງຝ່າຍກໍໄດ້ມີການພົບປະແລກປ່ຽນສະພາບການເຊິ່ງກັນ ແລະກັນ ໃນບັນຫາທີ່ທັງສອງຝ່າຍມີຄວາມສົນໃຈ ເຊິ່ງທັງສອງຝ່າຍມີຄວາມເຫັນ
ດີຮ່ວມກັນກ່ຽວກັບການຮ່ວມມືກັບບັນດາປະເທດເພື່ອນມິດໃນພາລະກິດປົກປັກຮັກສາສັນຕິພາບໃນພາກພື້ນ ແລະໃນໂລກ, ໂອກາດນີ້ທັງສອງຝ່າຍຍັງ
ໄດ້ຮັບຟັງການລາຍງານບາງສະພາບຈຸດພິເສດຂອງການພົວພັນຮ່ວມມື ແລະການຊ່ວຍເຫຼືອຂອງຍີ່ປຸ່ນຕໍ່ລາວເຮົາ, ພ້ອມນີ້ຝ່າຍກອງທັບປະຊາຊົນລາວ ກໍ
ຍັງໄດ້ສະເໜີຕໍ່ທາງກອງທັບຍີ່ປຸ່ນກ່ຽວກັບການຊ່ວຍໃນການກໍ່ສ້າງນາຍທະຫານແປພາສາຍີ່ປຸ່ນ, ການແລກປ່ຽນຄະນະຜູ້ແທນຂັ້ນສູງຂອງທັງສອງຝ່າຍ
ແລະການໃຫ້ທຶນຊ່ວຍເຫຼືອ ແລະອຸປະກອນໃນການເກັບກູ້ລະເບີດທີ່ບໍ່ທັນແຕກຈາກປາງສົງຄາມຢູ່ລາວ, ພ້ອມກັນນີ້ໃນການຢ້ຽມຢາມສາທາລະນະລັດ
ປະຊາທິປະໄຕ ປະຊາຊົນລາວ ຂອງທ່ານ ພົນເຮືອເອກ ກັດ ຊູໂຕຊິ ກາວາໂນ ໃນຄັ້ງນີ້ ມັນໄດ້ກາຍເປັນຈຸດໝາຍໃໝ່ໃນການເສີມສ້າງການຮ່ວມມືທາງ
ດ້ານເສດຖະກິດທີ່ດີ ໂດຍສະເພາະອັນພົ້ນເດັ່ນແມ່ນການຮ່ວມມືໃນດ້ານການຊ່ວຍເຫຼືອດ້ານມະນຸດສະທຳ ແລະການຕ້ານໄພພິບັດທາງທຳມະຊາດ ແລະ
ຂອດການຮ່ວມມືໃນຂອບຂອງກອງປະຊຸມອາຊຽນບວກ ແລະບັນຫາປິ່ນອ້ອມທີ່ທັງສອງຝ່າຍມີຄວາມສົນໃຈ.

     ໃນໂອກາດນີ້ຄະນະຜູ້ແທນທະຫານຂັ້ນສູງກຳລັງປ້ອງກັນຕົນເອງຂອງຍີ່ປຸ່ນ ຍັງໄດ້ເດີນທາງໄປວາງພວງ ມາລາທີ່ອະນຸສາວະລີນັກຮົບນິລະນາມ, ໄປ
ຢ້ຽມຢາມສູນຄົນພິການ, ເຂົ້າຢ້ຽມຂໍ່ານັບ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ໄປຢ້ຽມ
ຢາມຫໍພິພິທະພັນປະ ຫວັດສາດກອງທັບປະຊາຊົນລາວ ແລະໄປທ່ຽວຊົມບັນດາສະຖານທີ່ທ່ອງທ່ຽວທາງປະຫວັດສາດ ແລະວັດທະນະທຳຢູ່ໃນນະຄອນ
ຫຼວງວຽງຈັນ ການຢ້ຽມຢາມໄດ້ດຳເນີນມາຈົນເຖິງວັນທີ 29 ພະຈິກນີ້ ແມ່ນສຳເລັດ.